ວັນທີ 4 ສິງຫາ 2022 ທີ່ພະນົມເປັນ ລາຊະອານາຈັກກໍາປູເຈຍ ພະນະທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບພະນະທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະຫະພັນຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 55 ແລະ ກອງປະຊຸມປິ່ນອ້ອມອື່ນໆ.

ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ຕິີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ເຊິ່ງສືບຕໍ່ໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ບົນຈິດໃຈດັ່ງກ່າວ ສອງຝ່າຍຍັງໄດ້ເນັ້ນເຖິງການຮ່ວມມືໃນຫຼາຍຂົງເຂດທາງດ້ານເສດຖະກິດ ການຄ້າ ການລົງທຶນ ຄວາມໝັ້ນຄົງ ການສຶກສາ ສາທາລະນະສຸກ ພະລັງງານ. ນອກຈາກນີ້ ສອງຝ່າຍໄດ້ແລກປ່ຽນທັດສະນະຕໍ່ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ການຮ່ວມມືໃນຂອບອາຊຽນ ອາຊຽນ-ຣັດເຊຍ ແລະ ສປຊ.

ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫຼືອໃນການສ້າງຊັບພະຍາກອນມະນຸດ ການຊ່ວຍເຫຼືອດ້ານມະນຸດສະທໍາ ອຸປະກອນການແພດ ແລະ ຢາວັກແຊັງຕ້ານພະຍາດໂຄວິດ-19..