ປະຊາຊົນບ້ານພູເກົ້ານາງ 87 ຄອບຄົວ ມີລະບົບນໍ້າລິນສະອາດໃຊ້

    ກະຊວງສາທາລະນະສຸກ ອົງການປົກຄອງເມືອງທຸລະຄົມ ພະເເນກສາທາລະນະສຸກເເຂວງວຽງຈັນ ຮ່ວມກັບອົງການເເຄຣີຕັສ ປະເທດລຸກຊໍາບວກ ປະຈໍາລາວ ຈັດພີມອບ-ຮັບລະບົບນໍ້າລິນສະອາດໃຫ້ປະຊາຊົນ ບ້ານພູເກົ້ານາງ ວັນທີ 6 ສິງຫາ 2022 ຢູ່ໂຮງຮຽນປະຖົມບ້ານພູເກົ້ານາງ ເມືອງທຸລະຄົມ ເເຂວງວຽງຈັນ ມີທ່ານ ຄຸດເເກ້ວ ເອືອດໄຊຍະເສນ ຮອງຫົວໜ້າສູນນໍ້າສະອາດ ເເລະ ອະນາໄມສິ່ງເເວດລ້ອມ ກະຊວງສາທາລະນະສຸກ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມເມືອງ ທ່ານ ຄໍາສີງ ນາມສະຫວັນ ຫົວໜ້າອົງການເເຄຮີຕັສ ປະເທດລຸກຊໍາບວກປະຈໍາລາວ ມີຄະນະພັກ-ຄະນະນໍາ ພ້ອມດ້ວຍປະຊາຊົນພາຍໃນບ້ານພູເກົ້ານາງເຂົ້າຮ່ວມ.

    ທ່ານ ໂຣເບີໂຄຣນ ຫົວໜ້າເເຜນງານພາກພື້ນໂຄງການເເຄຣີຕັສຈາກປະເທດລຸກຊໍາບວກ ກ່າວວ່າ: ການຈັດພີທີມອບ-ຮັບໂຄງການກໍ່ສ້າງນໍ້າລິນສະອາດໃນຄັ້ງນີ້ ມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າປະຊາຊົນຢູ່ບ້ານພູເກົ້ານາງ ຕັ້ງຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ຍັງບໍ່ທັນມີລະບົບນໍ້າສະອາດໃຊ້ ນັບຈາກນີ້ໄປ ຈະພ້ອມກັນໄດ້ນໍາໃຊ້ນໍ້າສະອາດເຂົ້າໃນຊີວິດປະຈໍາວັນ ເຊິ່ງໂຄງການນີ້ໄດ້ຮັບການສະເໜີຜ່ານພາກສ່ວນກ່ຽວຂ້ອງ ເພື່ອຂໍທຶນສະໜັບສະໜູນໄປຍັງອົງການເເຄລີຕັສ ປະເທດລຸກຊໍາບວກ ເເລະ ສະຫະພາບເອີຣົບ ເເລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງວ່ອງໄວ ຍ້ອນປະຊາຊົນມີສ່ວນຮ່ວມຢ່າງເປັນຂະບວນກວ້າງຂວາງ ເເລະ ສໍາເລັດໃນໄລຍະສັ້ນ ນັບຈາກນີ້ໄປ ໃນນາມຕາງໜ້າຜູ້ໃຫ້ທືນ ມອບໂຄງການນີ້ໃຫ້ປະຊາຊົນເປັນຜູ້ຄຸ້ມຄອງນໍາໃຊ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃນການດໍາລົງຊີວິດປະຈໍາວັນ. ໂອກາດດຽວກັນນີ້ ທ່ານກິຄໍາ ວົງໄຊ ໄດ້ຕາງໜ້າອົງການປົກຄອງເເຂວງ ເມືອງ ເເລະ ປະຊາຊົນພາຍໃນບ້ານພູເກົ້ານາງ ສະເເດງຄວາມຂອບໃຈຕໍ່ພາກສ່ວນຕ່າງໆ ໂດຍສະເພາະ ອົງການເເຄຣີຕັສ ທີ່ໃຫ້ທຶນສະໜັບສະໜູນໃນການກໍ່ສ້າງລະບົບນໍ້າລິນສະອາດເພື່ອໃຫ້ປະຊາຊົນໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນ ຮັບປະກັນດ້ານໂພຊະນາການ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ເເລະ ຄະນະນໍາຂອງບ້ານ ເອົາໃຈໃສ່ໃນການຄຸ້ມຄອງປົກປັກຮັກສາ ໂດຍສະເພາະ ການສ້າງຕັ້ງກອງທືນຄຸ້ມຄອງປົກປັກຮັກສາ ເພື່ອໃຫ້ໂຄງການມີຄວາມຍືນຍົງ ເເລະ ນໍາໃຊ້ໄດ້ຢ່າງຍາວນານ.

    ໂຄງການກໍ່ສ້າງລະບົບນໍ້າລິນສະອາດຢູ່ບ້ານພູເກົ້ານາງ ເປັນໂຄງການເສີມສ້າງຄວາມເຂັ້ມເເຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມເເຜນຍຸດທະສາດເເຫ່ງຊາດຂອງລັດຖະບານ ໂດຍເລີ່ມກໍ່ສ້າງເເຕ່ທ້າຍເດືອນເມສາ ເເລະ ສໍາເລັດໃນຕົ້ນເດືອນມິຖຸນາ 2022 ມູນຄ່າທັງໝົດ 331.668.000 ກີບ ໂດຍການສະໜັບສະໜູນທຶນໃນການກໍ່ສ້າງຈາກສະຫະພາບເອີຣົບ ເເລະ ອົງການເເຄຣີຕັສ ລຸກຊໍາບວກຫຼາຍກວ່າ 248 ລ້ານກີບ ເເລະ ທຶນສົມທົບຂອງປະຊາຊົນພາຍໃນບ້ານ 74 ລ້ານກີບ ນອກນີ້ອົງການເເຄຣີຕັສ ລຸກຊໍາບວກຍັງໃຫ້ທຶນກໍ່ສ້າງເສັ້ນທາງ ສະໜອງອຸປະກອນການເເພດໃຫ້ໂຮງໝໍນ້ອຍ ເເລະ ກໍ່ສ້າງວິດຖ່າຍໃຫ້ປະຊາຊົນຈໍານວນໜຶ່ງຕື່ມອີກ ໄດ້ປະກອບສ່ວນອັນສໍາຄັນ ເຮັດໃຫ້ປະຊາຊົນ 62 ຫຼັງຄາເຮືອນ 87 ຄອບຄົວ ເເລະ ພົນລະເມືອງເກືອບ 400 ຄົນ ໄດ້ຮັບການເບິ່ງເເຍງດ້ານໂພຊະນາການທີ່ດີ.

.

 # ຂ່າວ – ພາບ ອົ່ນ ໄຟສົມທອງ

error: Content is protected !!