ອຸບັດເຫດເດືອນພຶດສະພາ ທຽບໃສ່ເດືອນຜ່ານມາຫຼຸດລົງ

ປັດ­ຈຸ­ບັນ ການ​ເກີດ​ອຸ­ບັດ­ເຫດ​ຢູ່​ຕາມ​ສາຍ​ທາງ​ຕ່າງໆ​ໃນ​ທົ່ວ​ປະ­ເທດ ສ່ວນ​ໃຫຍ່​ແມ່ນ​ເກີດ​ຂຶ້ນ​ຢູ່​ໃນ​ກຸ່ມ​ອາ­ຊີບ​ກຳ­ມະ­ກອນ ຮອງ​ລົງ​ມາ​ແມ່ນ​ພະ­ນັກ­ງານ ແລະ ນັກ​ສຶກ​ສາ ສາ­ເຫດ​ຫຼັກ​ຂອງ​ການ​ເກີດ​ອຸ­ບັດ­ເຫດ​ຍ້ອນ​ນັກ​ຂັບ​ຂີ່​ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ຈະ­ລາ­ຈອນ ປະ­ໝາດ ຂາດ​ສະ­ຕິ ເຊັ່ນ: ເມົາ​ແລ້ວ​ຂັບ ຂັບ​ຂີ່​ໄວ​ເກີນ​ກຳ­ນົດ ບໍ່​ໃຫ້​ກຽດ​ກັບ​ຜູ້​ໃຊ້​ເສັ້ນ­ທາງ​ຮ່ວມ​ກັນ ແຊງ​ຊ້າຍ-ຂວາ​ບໍ່​ຮັບ­ປະ­ກັນ ແລະ ອື່ນໆ.

ອີງ​ຕາມ​ການ​ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນ​ພຶດ­ສະ­ພາ 2020 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ຊາບ​ວ່າ: ເດືອນ​ຜ່ານ​ມາ ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 368 ກໍ­ລະ­ນີ ມີ​ຄົນ​ເສຍ​ຊີ­ວິດ 46 ຄົນ ຍິງ11ຄົນ ທຽບ­ໃສ່​ເດືອນ​ເມ­ສາ ຫຼຸດ​ລົງ 61 ກໍ­ລະ­ນີ ແລະ ຜູ້​ເສຍ​ຊີ­ວິດ​ກໍ​ຫຼຸດ​ລົງ 25 ຄົນ ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຍັງ​ມີ​ຜູ້​ເສຍ​ຊີ­ວິດ​ຫຼາຍ​ກວ່າ​ແຂວງ​ອື່ນໆ.

ການ​ເກີດ​ອຸ­ບັດ­ເຫດ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 535 ຄັນ ໃນ​ນີ້​ເປ່​ເພ​ເລັກ​ໜ້ອຍ 227 ຄັນ ສົມ­ຄວນ 341 ຄັນ ໃຊ້​ການ​ບໍ່​ໄດ້ 17 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 549 ຄົນ ຍິງ 99ຄົນ ໃນ​ນີ້​ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 258 ຄົນ ສົມ­ຄວນ 230 ຄົນ ສາ­ຫັດ 61 ຄົນ ແລະ ເສຍ​ຊີ­ວິດ​ທັງ​ໝົດ 46 ຄົນ.

ສະ­ນັ້ນ​ເພື່ອ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ສິ່ງ​ສຳ­ຄັນ​ຄື​ບໍ່​ປະ­ໝາດ ເມົາ​ແລ້ວ​ຫ້າມ​ຂັບ ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ລົງ.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!