ປະທານສະພາແຫ່ງຊາດ ເນັ້ນໃຫ້ກຳລັງ ປກສ ສືບຕໍ່ເຝິກຝົນທາດແທ້ປະຕິວັດ ຈົງຮັກພັກດີຕໍ່ປະເທດຊາດ

     ໂອກາດທີ່ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງ ປກສ ໃນວັນທີ 8 ສິງຫາ 2022 ໃຫ້ກຽດຕ້ອນຮັບຈາກ ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ໂດຍສືບຕໍ່ຝຶກຝົນທາດແທ້ປະຕິວັດ ຈົງຮັກພັກດີຕໍ່ປະເທດຊາດ ຍອມເສຍສະລະເພື່ອຊາດເພື່ອປະຊາຊົນ.

    ໂອກາດນີ້ ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກຳລັງປ້ອງກັນຄວາມສະຫງົບທີ່ໄດ້ເຄື່ອນໄຫວໜ້າທີ່ການເມືອງ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງກຳລັງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ ຄຽງຄູ່ກັນນັ້ນ ທ່ານກໍໄດ້ຍົກໃຫ້ເຫັນດ້ານທີ່ທ້າທາຍທົດສອບ ເຊິ່ງໃນທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ໂດຍສືບຕໍ່ຝຶກຝົນທາດແທ້ປະຕິວັດ ຈົງຮັກພັກດີຕໍ່ປະເທດຊາດ ຍອມເສຍສະລະເພື່ອຊາດ ເພື່ອປະຊາຊົນ ຂອງນາຍ ແລະ ພົນຕຳຫຼວດ ໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະ ບໍ່ສາມາດຖືເບົາໄດ້; ສ້າງຄວາມເປັນເອກະພາບສູງກັບແນວທາງຂອງພັກ ກົດໝາຍຂອງລັດຢ່າງໜັກແໜ້ນ ພາຍໃນຖັນແຖວກຳລັງ ປກສ ໃຫ້ກຳລັງ ປກສ ກໍຄືກຳລັງປະກອບອາວຸດປະຊາຊົນ ເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ,  ກົດໝາຍຂອງລັດ ຈັດຕັ້ງຜັນຂະຫຍາຍອອກມາເປັນແຜນການອັນລະອຽດຂອງກຳລັງປ້ອງກັນຄວາມສະຫງົບ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕ້ອງຝຶກຝົນຫລໍ່ຫຼອມດ້ານສິລະປະຍຸດ ຍຸດທະວິທີຢ່າງເປັນປະຈຳ (ຮູ້ສະພາບ ກຳສະພາບໃຫ້ຊັດເຈນ ມີຫຼັກວິຊາສະເພາະ ແລະ ຕົວຈິງ) ກຳສະພາບໄດ້ດີເທົ່າໃດ ກຳຂ່າວໄດ້ແໜ້ນເທົ່າໃດ ຈຶ່ງສາມາດເອົາຊະນະພວກຄົນບໍ່ດີໄດ້.

    ກອງປະຊຸມໃນຄັ້ງນີ້ ຖືເປັນເຫດການທີ່ມີຄວາມໝາຍສຳຄັນໃນຊີວິດການເມືອງ ເປັນຂີດໝາຍສຳຄັນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິ່ງເຖິງພາລະບົດບາດ ໜ້າທີ່ຂອງສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ພາລະບົດບາດ ໜ້າທີ່ຂອງສະພາປະຊາຊົນແຂວງ ນະຄອນຫຼວງ ສະມາຊິກສະພາປະຊາຊົນແຂວງ ນະຄອນຫຼວງ ຮ່ວມມືໃນການຍົກສູງພາລະບົດບາດຂອງສະພາ ແລະ ສະມາຊິກສະພາ ໄດ້ຮັບການປັບປຸງເສີມຂະຫຍາຍໄປທາງລວງເລິກ ແລະ ລວງກວ້າງທົ່ວເຖິງໃນກໍາລັງ ແລະ ສັງຄົມນັບມື້ເພີ່ມຂຶ້ນ ສ້າງຄວາມເອກະພາບ ແລະ ຄວາມຮັບຜິດຊອບຂອງຄະນະພັກ ຄະນະນຳແຕ່ລະຂັ້ນຢ່າງຮອບດ້ານກົມກຽວ ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງສະພາ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ເປັນອົງການອຳນາດສູງສຸດແຫ່ງລັດ ໃນການປະຕິບັດ 3 ພາລະບົດສໍາຄັນຄື: ພາລະບົດບາດໃນການຄົ້ນຄວ້າ ສ້າງ ປັບປຸງລັດຖະທຳມະນູນ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.

error: Content is protected !!