ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

    ວັນທີ 6 ສິງຫາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈາກບັນດາກະຊວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງທ່ານ ບຸນຄົງ ຫຼັາຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນຄັ້ງນີ້ ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ຈາກນັ້ນ ທ່ານໄດ້ມີຄໍາຄິດເຫັນໂອ້ລົມພະນັກງານການນຳແຂວງ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

    ພາຍຫຼັງສຳເລັດການພົບປະໂອ້ລົມພະນັກງານການນຳຂອງແຂວງ ທີ່ຫ້ອງວ່າການແຂວງແລ້ວ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນຳແຂວງ ໄດ້ສືບຕໍ່ລົງຢ້ຽມຢາມໂຮງງານປຸງແຕ່ງນ້ຳຢາງພາລາ ຂອງບໍລິສັດ ຈົງອູ ໄດ້ຮັບຟັງການລາຍງານສະພາບກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຮງງານ ເປັນຕົ້ນແມ່ນລາຄາການເກັບຊື້ຢາງ ການຜະລິດ ແລະ ການສົ່ງອອກ ຢ້ຽມຢາມໂຮງງານ ເຟີນີເຈີ ບໍລິສັດ ຊວງໄຊ ທີ່ບ້ານກໍນ້ອຍ ເຊິ່ງມີທ່ານ ຈັງເອີ ພ້ອມດ້ວຍພະນັກງານໃຫ້ການຕ້ອນຮັບ ພ້ອມທັງນຳພາໃນການຢ້ຽມຊົມການຜະລິດ ເຟີນີເຈີພາຍໃນໂຮງງານ ແລະ ບາງກິດຈະກຳຂອງບໍລິສັດ ກໍຄືການສົ່ງເສີມ ປະຊາຊົນປູກມອນ-ລ້ຽງມ້ອນ ຈາກນັ້ນ ໄດ້ສືບຕໍ່ລົງຕິດຕາມ ກວດກາ ຈຸດຄ່ຽນຖ່າຍສິນຄ້າ ທີ່ສະຖານີລົດໄຟ ເມືອງໄຊ ເພື່ອພ້ອມກັນສຶກສາ ສຳຫຼວດ ແລະ ກຳນົດເປັນສູນໂລຈິສຕິກ ຫຼືຈຸດຄ່ຽນຖ່າຍສິນຄ້າລະດັບພາກພື້ນໃນຕໍ່ໜ້າ ພາຍຫຼັງສຳເລັດການຕິດຕາມ ກວດກາ ຢູ່ຈຸດດັ່ງກ່າວແລ້ວ ໄດ້ສືບຕໍ່ລົງຢ້ຽມຢາມ ຄວາມຄືບໜ້າ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ລຽບແຄມແມ່ນ້ຳກໍ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການກໍ່ສ້າງມາແຕ່ກາງປີ 2021 ມາຮອດປັດຈຸບັນ ແມ່ນກໍ່ສ້າງສຳເລັດແລ້ວ 70 ກວ່າສ່ວນຮ້ອຍ ( ຕາມບົດລາຍງານຂອງໂຄງການ ) ແລະ ຄາດຄະເນຈະໃຫ້ສຳເລັດໃນໄວໆນີ້.

    ການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະທີ່ແຂວງອຸດົມໄຊໃນຄັ້ງນີ້ ເພື່ອຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸູ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ແນໃສ່ເຮັດໃຫ້ເສດຖະກິດຂອງແຂວງອຸດົມໄຊ ໄດ້ຮັບການຂະຫຍາຍຕົວ ແລະ ກາຍເປັນແຂວງທີ່ 4 ໃຈກາງຂອງພາກເໜືອ.  

error: Content is protected !!