ລະດົມ ປະຊາຊົນເມືອງຄູນສັກວັກຊິນປ້ອງກັນພະຍາດ ໂຄວິດ-19

ວັນທີ 9 ສິງຫາ 2022 ທີມສື່ມວນຊົນນໍາໂດຍທ່ານ ວັນນະສິນ ສິມມາວົງ ຮອງຫົວ ໜ້າກົມສື່ມວນຊົນ ກະຊວງ ຖວທ ຈະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການປົກຄອງເມືອງຄູນ ເພື່ອຕິດຕາມ ຄວາມຄືບໜ້າ ແລະ ສິ່ງທ້າ ທາຍຂອງການສັກວັກຊິນປ້ອງ ກັນໂຄວິດ-19 ຕ້ອນຂອງທ່ານ ຄໍາໝັ້ນ ຊົ່ງ ເຢຍສື ຮອງເຈົ້າ ເມືອງຄູນ ຜູ້ຊີ້ນໍາຂົງເຂດວັດທະ ນະທໍາ-ສັງຄົມ ພ້ອມດ້ວຍຫ້ອງ ການອ້ອມຂ້າງເຂົ້າຮ່ວມ.

   ຫຼັງຈາກນັ້ນ ທີມສື່ມວນຊົນຍັງ ໄດ້ ລົງໄປບ້ານເປົ້າໝາຍໃນການ ໃຫ້ວັກຊິນ ເຊິ່ງໃນໂອກາດດັ່ງກ່າວ ທ່ານ ແພງວັນ ພົມມາປັນຍາ ຮອງຫົວ ໜ້າຫ້ອງການສາທາລະ ນະສຸກ ເມືອງຄູນ ກ່າວວ່າ: ເມືອງຄູນ ມີ 67 ບ້ານ 104 ຈຸດສັກຢາ ປະຊາ ກອນ 37.000 ກວ່າຄົນ ຍິງ 18.000 ກວ່າຄົນ ປະກອບມີ ໂຮງ ໝໍນ້ອຍ 8 ແຫ່ງ ໂຮງໝໍຊຸມ ຊົນຂັ້ນເມືອງ 1 ແຫ່ງ ໃນການ ຈັດຕັ້ງປະຕິບັດໃຫ້ວັກຊິກປ້ອງກັນພະຍາດໂຄວິດ-19ຢູ່ພາຍໃນ ເມືອງ ຄູນ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກ ຄື: ຂໍ້ສະດວກແມ່ນໄດ້ຈັດ ຕັ້ງປະຕິບັດແຕມແຜນຂັ້ນເທິ່ງໄດ້ ກໍານົດໃຫ້ນັ້ນ ຜົນການຈັດຕັ້ງ ໃຫ້ວັກຊີນຜ່ານມາ ກໍຍັງບໍ່ທັນ ບັນລຸຕາມຄາດໝາຍ ທີ່ຂັ້ນເທິ່ງ ກໍານົດໃຫ້ ການຈັດຕັ້ງປະຕິບັດ ສັກວັກຊີນປ້ອງກັນໂຄວິດ ເຂັມທີ1 ສາມາດສັກໄດ້ 66% ເຂັມ 2 ສັກໄດ້ 55% ອີກໃນສາມເດືອນ ຕໍ່ໜ້ານີ້ ຕົວເລກທີ່ບັນລຸຄາດໝາຍ 80% ທີ່ຂັ້ນກໍານົດ.

ມື້ນີ້ອົງການປົກູອງເມືອງ ຄູນ ແລະ ຫ້ອງການກ່ຽວຂ້ອງຂອງ ເມືອງ ໄດ້ຮ່ວມກັບທາງທີມງານ ສື່ມວນຊົນ ໄດ້ລົງໃຫ້ວັກຊິນຢູ່ຈຸດເປົ້າໝາຍ ບ້ານຊໍາຍຸງ ປະຊາຊົນສ່ວນຫຼາຍກໍ່ໄດ້ໃຫ້ການຮ່ວມມືຈໍານວນຫຼາຍ ແລະ ຍັງມີຈໍານວນໜຶ່ງບໍ່ໄດ້ຮັບວັກຊີນ ສະນັ້ນເພື່ອບໍ່ໃຫ້ພາດໂອກາດໃນມື້ນີ້ໄດ້ໃຫ້ວັກຊີນໄປພ້ອມກັນເລີຍເຂັມ1-2-3 ແລະ ເຂັມ4.

ສໍາລັບ ບັນຫາຂໍ້ຫຍຸ້ງຍາກ ຂອງການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ມີປະຊາຊົນບາງບ້ານ ແລະ ຈໍານວນໜ້ອຍ ບໍ່ເຂົ້າໃຈ ບາງຄົນຮັບຂໍ້ມູນຍັງບໍ່ທັນຖືກຕ້ອງ ບາງຄົນກໍ່ໄປທໍາການຜະລິດຢູ່ຫ່າງ ໄກສອກຫຼີກ ເຮັດໃຫ້ການຮັບ ວິກຊິນພົບຄວາມຫຍຸ້ງຍາກ ແລະ ບໍ່ບັນລຸເປົ້າໝາຍ.

error: Content is protected !!