ສຶກສາຄວາມເປັນໄປໄດ້ ໃນການສືບຕໍ່ພັດທະນາໂທລະພາບ ຊ່ອງສຶກສາ-ກີລາ

ອີງ​ຕາມ​ຂໍ້​ມູນ​ຈາກ​ໜັງ­ສື­ພິມ​ສຶກ​ສາ-ກີ­ລາ ໃຫ້​ຮູ້​ວ່າ: ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ການ​ສຶກ​ສາ (ສວ​ສ) ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ແລະ ບໍ­ລິ­ສັດ ດາວ​ທຽມ​ລາວ ເອ​ເຊຍ-ປາ​ຊີ​ຟິກ ຫຼື ລາວ​ແຊັດ 1 (LAOSAT1) ໄດ້​ປຶກ­ສາ​ຫາ­ລື ແລະ ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ຈະ​ສືບ­ຕໍ່​ພັດ­ທະ­ນາ​ໂທລະ­ພາບ ຊ່ອງ ສຶກ​ສາ-ກີ­ລາ (LAO ESTV) ໃຫ້​ມີ​ຄວາມ​ຍືນ​ຍົງ ຫຼັງ​ຈາກ​ໄດ້​ເລີ່ມ​ຮ່ວມ​ມື​ດຳ­ເນີນ​ການ​ອອກ​ອາ­ກາດ​ທົດ​ລອງ ແຕ່​ວັນ​ທີ 9 ພຶດ­ສະ­ພາ ເປັນ­ຕົ້ນ​ມາ ເຊິ່ງ​ທ່ານ ພຸດ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ນຳ­ພາ​ຄະ­ນະ​ຮັບ­ຜິດ­ຊອບ​ຈາກ ສວ​ສ ເພື່ອ​ໄປ​ຢ້ຽມ­ຢາມ​ທັດ­ສະ­ນະ​ສະ­ຖາ­ນີ​ດາວ​ທຽມ ລາວ​ແຊັດ 1 ໃນ​ວັນ​ທີ 28 ພຶດ­ສະ­ພາ 2020 ພ້ອມ​ທັງ​ປຶກ­ສາ​ຫາ­ລື ແລະ ສຶກ​ສາ​ເຖິງ​ຄວາມ​ໄປ​ໄດ້ ໃນ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ຝ່າຍ.

ທ່ານ ຕິ່ງ ຢົງ​ປິ່ງ ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ ດາວ​ທຽມ​ລາວ ເອ​ເຊຍ-ປາ​ຊີ​ຟິກ ໄດ້​ຕາງ­ໜ້າ​ຄະ­ນະ​ນຳ​ຂອງ​ບໍ­ລິ­ສັດ ກ່າວ​ສະ­ແດງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ ຄະ­ນະ​ຜູ້​ແທນ​ຈາກ​ກະ­ຊວງ ສສກ ເວົ້າ​ລວມ ແລະ ເວົ້າ​ສະ­ເພາະ ຈາກ ສວ​ສ ພ້ອມ​ທັງ​ລາຍ​ງານ​ສະ­ພາບ​ຄວາມ​ເປັນ​ມາ​ຂອງ​ບໍ­ລິ­ສັດ ທີ່​ໄດ້​ສ້າງ­ຕັ້ງ​ມາ​ແຕ່​ປີ 1996 ຢູ່ ສປປ ລາວ ແລະ ການ­ເຄື່ອນ­ໄຫວ​ວຽກ​ງານ​ທຸ­ລະ​ກິດ​ຕ່າງໆ​ຂອງ​ບໍ­ລິ­ສັດ​ແຕ່​ລະ​ຂັ້ນ​ຕອນ ລວມ​ເຖິງ​ໃຫ້​ຮູ້­ຈັກ​ກັບ​ແຜນ­ການ​ຮ່ວມ​ມື​ສ້າງ­ຕັ້ງ​ຊ່ອງ​ໂທລະ­ພາບ ສຶກ​ສາ-ກີ­ລາ ລະ­ຫວ່າງ ລາວ​ແຊັດ ແລະ ກະ­ຊວງ ສສກ.

ແນວ­ໃດ​ກໍ​ຕາມ ຕໍ່​ກັບ​ການ​ຮ່ວມ​ມື​ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຈາກ​ການ​ນຳ​ຂັ້ນ​ສູງ​ຂອງ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ແລະ ກະ­ຊວງ ສສກ ບໍ­ລິ­ສັດ ດາວ​ທຽມ​ລາວ ເອ​ເຊຍ-ປາ​ຊີ​ຟິກ ຈຶ່ງ​ໄດ້​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ການ​ສຶກ​ສາ ໄດ້​ເລີ່ມ​ສ້າງ​ລາຍ­ການ​ໂທລະ­ພາບ​ສຶກ​ສາ-ກີ­ລາ (LAO ESTV) ແລະ ເລີ່ມ​ທົດ​ລອງ​ອອກ​ອາ­ກາດ ຕັ້ງ­ແຕ່​ວັນ​ທີ 9 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ເຊິ່ງ​ສາ­ມາດ​ຕີ​ລາ­ຄາ​ໄດ້​ເຖິງ​ໝາກ­ຜົນ ແລະ ປະ­ສິດ­ທິ­ພາບ​ຂອງ​ການ​ຮ່ວມ​ມື​ທີ່​ເກີດ​ຂຶ້ນ​ຢ່າງ​ໄວ­ວາ ເປັນ​ການ​ພົວ­ພັນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ ແລະ ເປັນ​ນິ­ມິດ​ໝາຍ​ທີ່​ດີ ໃນ​ການ​ທີ່​ຈະ​ຫັນ​ໄປ​ສູ່​ການ​ສຶກ​ສາ​ທາງ­ໄກ​ຂອງ ສປປ ລາວ ເນື່ອງ​ຈາກ​ການ​ສຶກ​ສາ ແມ່ນ​ຮາກ​ຖານ​ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ແຕ່​ລະ​ປະ­ເທດ​ນັ້ນ​ເອງ ທ່ານ​ຜູ້­ອຳ­ນວຍ­ການ​ລາວ​ແຊັດ ຍັງ​ເວົ້າ​ເຖິງ​ແຜນ­ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ໃນ​ອະ­ນາ­ຄົດ ໂດຍ​ສະ­ເພາະ ຄື​ຜັນ​ຂະ­ຫຍາຍ​ຈາກ​ການ​ອອກ​ອາ­ກາດ​ແບບ​ທົດ​ລອງ ມາ​ເປັນ​ການ​ອອກ​ອາ­ກາດ​ແບບ​ຖາ­ວອນ ແລະ ຍືນ​ຍົງ​ຂອງ​ໂທລະ­ພາບ​ຊ່ອງ​ສຶກ​ສາ-ກີ­ລາ ລວມ​ທັງ​ການ​ສ້າງ​ເຄືອ​ຂ່າຍ​ອິນ​ເທີ​ເນັດ ຜ່ານ​ເວັບ​ໄຊ ແລະ ການ​ສ້າງ​ແອັບ​ພຼີ​ເຄ​ຊັນ​ໃນ​ໂທລະ­ສັບ​ມື​ຖື ແລະ ການ​ຮ່ວມ​ມື​ອື່ນໆ​ທີ່​ສອດ­ຄ່ອງ​ກັບ​ຈຸດ­ປະ­ສົງ ແລະ ໃຫ້​ມີ​ຄວາມ​ຍືນ​ຍົງ​ໃນ​ອະ­ນາ­ຄົດ.

ທ່ານ ພຸດ ສິມ​ມາ­ລາ​ວົງ ໄດ້​ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ບໍ­ລິ­ສັດ ດາວ​ທຽມ​ລາວ ເອ​ເຊຍ-ປາ​ຊີ​ຟິກ ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ໄລ­ຍະ​ຜ່ານ​ມາ ໂດຍ​ສະ­ເພາະ​ແມ່ນ​ໃນ​ໄລ­ຍະ​ທີ່​ທາງ​ກະ­ຊວງ ສສກ ໄດ້​ຢຸດ​ຮຽນ​ຊົ່ວ­ຄາວ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຊິ່ງ​ທາງ​ບໍ­ລິ­ສັດ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ ກະ­ຊວງ ສສກ ທົດ​ລອງ​ອອກ​ອາ­ກາດ​ຊ່ອງ​ສຶກ​ສາ-ກີ­ລາ (LAO ESTV) ຢ່າງ​ເປັນ​ປົກ­ກະ­ຕິ ນັບ​ແຕ່​ວັນ​ທີ 9 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ເຊິ່ງ​ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ແມ່ນ​ໄດ້​ສົ່ງ​ຜົນ​ປະ­ໂຫຍດ​ຫຼາຍ​ຢ່າງ​ໃຫ້​ແກ່​ວຽກ​ງານ​ໃນ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ ໂດຍ​ສະ­ເພາະ​ແມ່ນ​ການ​ສົ່ງ​ຄວາມ​ຮູ້​ຈາກ​ຄູ​ອາ­ຈານ​ໄປ​ເຖິງ​ນັກ­ຮຽນ​ນັກ​ສຶກ​ສາ.

ນອກ­ຈາກ​ນັ້ນ ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຍັງ​ເປັນ​ການ​ປູ​ພື້ນ­ຖານ​ໃຫ້​ແກ່​ວຽກ​ງານ​ການ​ສຶກ​ສາ ເພື່ອ​ກ້າວ​ເຂົ້າ​ສູ່​ຄວາມ​ທັນ​ສະ­ໄໝ ຫຼື ກ້າວ​ເຂົ້າ​ສູ່​ການ​ພັດ­ທະ­ນາ​ການ​ຮຽນ​ການ​ສອນ​ແບບ​ໃໝ່ ໂດຍ​ຜ່ານ​ສື່​ທາງ​ໂທລະ­ພາບ ແລະ ເອ​ເລັກ​ໂຕຣ​ນິກ​ຕ່າງໆ.

ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ຍັງ​ກ່າວ​ອີ​ກວ່າ ໃນ​ໄລ­ຍະ​ຜ່ານ​ມາ ລາຍ­ການ​ໂທລະ­ພາບ ສຶກ​ສາ-ກີ­ລາ ແມ່ນ​ບໍ່​ທັນ​ມີ​ຊ່ອງ​ອອກ​ອາ­ກາດ​ເປັນ​ຂອງ​ຕົນ​ເອງ ອອກ​ລາຍ­ການ​ກໍ​ມີ​ພຽງ​ໜ້ອຍ​ດຽວ ຍັງ​ບໍ່​ຫຼາກ​ຫຼາຍ ສະ­ນັ້ນ ໃນ​ໄລ­ຍະ​ທີ່​ພັກ​ຮຽນ ຍ້ອນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທາງ​ກະ­ຊວງ ສສກ ຈຶ່ງ​ໄດ້​ມອບ​ວຽກ​ງານ​ໃຫ້​ແກ່​ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ການ​ສຶກ​ສາ ເປັນ​ຜູ້​ຜະ­ລິດ​ລາຍ­ການ​ອອກ​ທາງ​ໂທລະ­ພາບ ແລະ ວິ­ທະ­ຍຸ ແລະ ລົງ​ທາງ​ສື່​ອອນ​ລາຍ​ຕ່າງໆ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ແລະ ເຫັນ​ໄດ້​ວ່າ​ໃນ​ອະ­ນາ­ຄົດ ການ​ສິດ­ສອນ ການ​ຮຽນ​ຜ່ານ​ທາງ​ວິ­ທະ­ຍຸ ໂທລະ­ພາບ ແລະ ສື່​ຕ່າງໆ ເຫັນ​ວ່າ​ມີ​ຄວາມ​ຈຳ­ເປັນ​ຫຼາຍ ຍ້ອນ​ແນວ​ນັ້ນ ທາງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກໍ​ມີ​ຄວາມ​ປະ­ສົງ​ຢາກ​ຈະ​ມີ​ຊ່ອງ​ໂທລະ­ພາບ ສຶກ​ສາ-ກີ­ລາ ເປັນ​ຂອງ​ໂຕ​ເອງ ເພື່ອ​ດຳ­ເນີນ​ຮັບ​ໃຊ້​ວຽກ​ງານ​ສຶກ​ສາ ແລະ ກີ­ລາ​ໃຫ້​ມີ​ການ​ພັດ­ທະ­ນາ​ຂຶ້ນ​ເປັນ​ກ້າວໆ.

error: Content is protected !!