ສຳມະນາ ຫົວຂໍ້ ພັດທະນາສັງຄົມ ປົກປັກຮັກສາຊັບພະຍາກອນ-ສິ່ງແວດລ້ອມ ສ້າງໂອກາດໃຫ້ວິຊາການຫຼາຍ ປະເທດ

ໃນ​ໄລ​ຍ​ະ​ຜ່ານ​ມາ ກໍ​ຄື ປັດ​ຈຸ​ບັນ ລັດ​ຖະ​ບານ​ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ປະ​ເທດ​ເພື່ອນ​ມິດໃນ​ການ​ພັດ​ທະ​ນາ​ດ້ານ​ຕ່າງໆ​ ເຊິ່ງ​ລວມ​ເຖິງການ​ຍົ​ກ​ລະ​ດັບ​ດ້ານ​ວິ​ຊາ​ການ​ໃຫ້​ບັນ​ດາ​ປະ​ເພດ​ເພື່ອນ​ມິດ​ທີ່ກ​ກຳ​ລັງ​ພັດ​ທະ​ນາ​ ແລະ ເມື່ອບໍ່​ດົນ​ຜ່ານ​ມາ ກໍ​ໄດ້​ຈັດ​ສຳ​ມະ​ນາໃນ​ຫົ​ວ​ຂໍ້ ພັດ​ທະ​ນາ​ສັງ​ຄົມ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໃຫ້​ບັນ​ດາ​ປະ​ເທດ​ທີ່​ກໍ​າ​ລັງ​ພັດ​ທະ​ນາ (Development of Resource-Saving and Environment-Friendly Society for Developing Countries) ແນ​ໃສ່​ສົ່ງ​ເສີມ​ຂ​ະ​ແໜງ​ການ​ໄຟ​ຟ້າ ເພື່ອ​ເຮັດ​ໃຫ້​ຂະ​ແໜງ​ການ​ດັ່ງ​ກ່າວ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ແລະ ຍືນ​ຍົງ.    

ທ່ານ ຖັງ ຈິີ​ຢວ​ນ (Tang Zhiyuan) ປະ​ທານ​ຄະ​ນະ​ເຝິກ​ອົບ​ຮົມການ​ຊ່ວນ​ເຫຼືອ​ຂອງ ສ​ປ ຈີນ ປະ​ຈຳ​ວິ​ທະ​ຍາ​ໄລວິ​ຊາ​ຊີບ ທຸ​ລະ​ກິດສາ​ກົນ ຫູ​ໜານ ສ​ປ ຈີນ ໄດ້​ກ່າວ​ໃນ​ພິ​ທີ​ປິດ​ຊຸດ​ສຳ​ມະ​ນາ​ໃນ​ຫົ​ວ​ຂໍ້ ພັດ​ທະ​ນາ​ສັງ​ຄົມ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໃຫ້​ບັນ​ດາ​ປະ​ເທດ​ທີ່​ກໍ​າ​ລັງ​ພັດ​ທະ​ນາ​ ວ່າ: ການ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ກະ​ຊວງ​ການ​ຄ້າ​ຂອງ ສ​ປ ຈີນ ຈັດ​ຂຶ້ນ​ທີ່​ນະ​ຄອນ​ຊ​າງ​ຊາ ແຂວງ​ຫູ​ໜານ ສ​ປ ຈີນ ແຕ່​ວັນ​ທີ 12 ກໍ​ລະ​ກົດ-1 ສິງ​ຫ​າ 2022 ເຊິ່ງ​ສຳ​ມະ​ນາຄັ້ງ​ນີ້ ມີ​ນັກ​ສຳ​ມະ​ນາກອ​ນ​ຈາກ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ເຂົ້າ​ຮ່ວມ 15 ທ່ານ ແລະ ໄດ້​ເຊີນ​ຜູ້​ຊ່ຽວ​ຊານ​ສະ​ເພາະ​ດ້ານ​ມາ​ແລກ​ປ່ຽນ​ບົດ​ຮຽນ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ພັ​ດ​ທະ​ນາ ແລະ ຍັງ​ມີ​ການ​ຢ້ຽມ​ຢາມ​ສະ​ຖານ​ທີ່​ຕົວ​ຈິງ​ກໍ​ຄື​ບ້ານຕົວ​ແບບ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ ແລະ ເປັນ​ມີດ​ຕໍ່​ສິ່ງ​ແວດ​ລ້ອມ ຢ້ຽມ​ຢ​າມ​ພະ​ລາ​ຊະ​ວັງ ອຸ​ທີ​ຍານ Zhangjiajie ແລະ ແລກ​ປ່ຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ຮັບ​ມ​ທ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ໂຄວິດ-19.

ທ່ານ ຫຼິ​ວ ຈິນຖິງ (Lui Junting) ຮອງ​ຫົວ​ໜ້າພະ​ແນກ​ຮ່ວມ​ມື​ການ​ລົງ​ທຶນ ແລະ ເສດ​ຖະ​ກິດ​ ຕ່າງ​ປະ​ເທດ ພະ​ແນກ​ການ​ຄ້າ​ຂອງແຂວງ​ຫູ​ໜານ ກ່າວ​ວ່າ​: ສ​ປ ຈີນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ໃນ​ການ​ສົ່ງ​ເສີມ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ທີ່​ມີ​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ ຄວາມ​ທ່ຽວ​ທຳ ຄວາມ​ຍຸ​ຕິ​ທຳ ແລະ ກ​ານ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປ​ະ​ໂຫຍດ ດັ່ງ​ນັ້ນ​ການ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ສຳ​ຄັນທີ່​ໄດ້​ຈັດ​ຂຶ້ນ​ໃນ​ໄລ​ຍະ​ທີ່​ມີ​ການ​ລະ​ບາດ​ຂອງ​ໂຄວິດ-19 ເຮັດ​ໃຫ້​ມີ​ຄວາມ​ຈຳ​ເປັນຈັດ​ໃນ​ຮູ​ບ​ແບບ​ທາງ​ໃກ ​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ການ​ເຝິກ​ອົບ​ຮົມ​ຄັ້ງນີ້ໄດ້​ເປັນ​ໂອ​ກາດ​ໃນ​ການ​ແລກ​ປ່ຽນ​ຄວາມ​ຮູ້ນັກ​ຊ່ຽວ​ຊານ ແລະ ນັກ​ສຳ​ມ​ະ​ນາ​ກອນ​ຈາກ ສ​ປ ຈີນ ກັບ ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ພ້ອມນັ້ນ​ຍັງ​ເຮັດ​ໃຫ້​ນັກ​ສຳ​ມະ​ນາ​ກອນຮ​ຽນ​ຮູ້ ເຂົ້າ​ໃຈ​ຕໍ່​ວັດ​ທະ​ນະ​ທຳ​ຈີນ ກໍ​ຄື ວັດ​ທະ​ນະ​ທຳ​ແຂວງ​ຫູ​ໜານ ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ນັກ​ສຳ​ມະ​ນາ​ກອນ​ທຸກ​ທ່ານເຫັນ​ໄດ້​ຄວາມ​ສຳ​ຄັນດ້ານ​ການ​ພັດ​ທະ​ນາ​ທີ່​ກ່ຽວ​ຂ້ອງຫຼາຍກວ່າ​ເກົ່າ​.

ທ່ານ ວິນ​ສັນ ກາ​ຣິວ​ກີ ນັກ​ສຳ​ມະ​ນາ​ກອນ​ຈາກ​ປະ​ເທດ​ ເຄັນ​ຢາ ກ່າວ​ວ່າ: ຂ້າ​ະ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ ທີ່​ໄດ້​ຈັດ​ສຳ​ມະ​ນາ​ໃນ​ຮູບ​ແບບນີ້​ເພື່ອ​ສ້າງ​ໂອ​ກາດ​ໃຫ້​ນັກ​ວິ​ຊາ​ການຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ ແລະ ຂໍ​ຂອບ​ໃຈ​ຕໍ່​ຄະ​ນະ​ຈັດ​ງານ​ຄັ້ງ​ນີ້​ທີ່​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ນຳ​ສະ​ເໜີ​ຫົວ​ຂໍ້​ຕ່າງໆ​ຜ່າ​ນ​ຮູບ​ແບບ​ອອນ​ລາຍ ​ແລະ ສາ​ມາດແລກ​ປ່ຽ​ນ​ຄວາມ​ຄິດ​ເຫັນ ເຊິ່ງ​ເບິ່ງ​ແລ້ວ​ເປັນ​ການ​ສຳ​ມະ​ນາ​ທີ່​ມີ​ຄວາມ​ສຳ​ຄັນຫຼາຍ ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ນັກ​ສຳ​ມະ​ນາ​ກອນ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ຄັ້ງ​ນີ້ ຈະ​ນຳ​ເອົາ​ບົດ​ຮຽນ​​ ແລະ ປະ​ສົບ​ການ​ດ້ານ​ການບໍ​ລະ​ການ ແລະ ​ພັດ​ທະ​ນາປະ​ເທດ ຂອງ ສ​ປ ຈີນ ນັ້ນ​ຖື​ວ່າ​ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ກັບ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ.

ທ່ານ ຈັນສະໝອນ ໄຊຍະລາດ ຮອງຫົວໜ້າພະແນກວາງແຜນລະບົບໄຟຟ້າ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໜຶ່ງ​ໃນ​ຈຳ​ນວນ​ນັກ​ສຳ​ມະ​ນາ​ກອນ​ຂອງ​ລາວ​ທີ່​ເຂົ້​າ​ຮ່ວ​ມ​ສຳ​ມະ​ນາ​ໄດ້​ກ່າວ​ວ່າ: ​ການ​ສຳ​ມະ​ນາ​ໃນ​ຫົວ​ຂໍ້ ພັດ​ທະ​ນາ​ສັງ​ຄົມ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໃຫ້​ບັນ​ດາ​ປະ​ເທດ​ທີ່​ກໍ​າ​ລັງ​ພັດ​ທະ​ນາ ແມ່ນ​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ຂະ​ແໜງ​ພະ​ລັງ​ງານດ້ານການຄຸ້ມຄອງສິ່ງແວດລ້ອມໃນໂຄງການພັດທະນາ ຂອງລາວ ຂ້າ​ພ​ະ​ເຈົ້າ​ກໍ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ສຳ​ມະ​ນາ​ຄັ້ງ​ດັ່ງ​ກ່າວ ​ເຫັນ​ໄດ້​ວ່າ ຫົວການ​ສຳ​ມະ​ນາມີຜົນປະຄວາມ​ສຳ​ຄັນ​ ສອດ​ຄ່ອງ​ຕໍ່ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍ ຂອງລັດຖະບານທີກຳນົດໄວ້ວ່າ ການພັດທະນາຕ້ອງມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມເປັນຫຼັກ ຜ່ານ​ການ​ສຳ​ມະ​ນາ ນັກ​ສຳ​ມະ​ນາ​ກອນຫຼາຍ​ທ່ານ​ສາ​ມາດ​ຮ​ຽນ​ຮູ້​ເອົາ​ບົດ​ຮຽນ​ຕ່າງໆ​ບໍ່​ວ່າ​ຈະ​ເປັນ ການການວິເຄາະປັນຫາທາງດ້ານເສດຖະກິດ ການຄຸ້ມຄອງ ແລະ ບໍລິ ຫານຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງ​ບົດຮຽນທີ່ໄດ້ສຶກສາ ຖືວ່າມີປະໂຫຍດຫຼາຍ ແລະ ສອດຄອງກັບວຽກງານຂອງຂະແໜງ ທີ່ສາມາດນຳໄປໃ​ຊ້ໃນ​ວຽກ​ງານ​ຕົວ​ຈິງ.

ທ່ານ ຈັນສະໝອນ ໄຊຍະລາດ ກ່າວ​ຕື່ມ​ວ່າ: ຢ່າງ​ໃດ​ກໍ​ຕາມ​ ກໍ​ຂໍ​ໃຫ້​ລັດ​​ຖະ​ບານ​ຈີນ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ຍົ​ກ​ລະ​ດັບດ້ານ​ວິ​ຊາ​ການຂອງ​ລາວ​ເຮົາ ສຳ​ລັບ​ຂະ​ແໜງ​ພະ​ລັງ​ງານ ກໍ​ຍັງ​ມີ​ຄວາມ​ຕ້ອງ​ການ​ໃຫ້​ຍົກ​ລະ​ດັບຫຼາຍ​ຫົວ​ດ້ານ​ຕື່ມ​ອີກ​ເຊັ່ນ: ການສຶກສາຄວາມເປັນໄປໄດ້ທາງ ດ້ານເສດຖະກິດ ແລະ ສັງ ຄົມ ຂອງການພັດພະນາເຂື່ອນໄຟຟ້າ ການວາງແຜນພັດທະ ນາລະບສາຍສົ່ງແບບຍືນຍົງ ແລະ ອື່ນໆ ຖ້າ​ເປັນ​ໄປ​ໄດ້​ກໍ​ຂໍ​ສະ​ເໜີ​ໃຫ້​ມີ​ຈັດ​ສຳ​ມະ​ນາ​ແບບ​ເຊິ່ງ​ໜ້າ ເຊິ່ງ​ຈະ​ເຮັດ​ໃຫ້​ນັກ​ສຳ​ມະ​ນາ​ກອນສາ​ມາດ​ນຳ​ໃຊ້​ເວ​ລາ ສຸມ​ຈິ​ດ​ສຸມ​ໃຈ​ໃສ່​ການ​ຮຽນ​ໄດ້​ຢ່າງ​ເຕັມ​ທີ ແລະ ຈະ​ເຮັດ​ໃຫ້​ການ​ສຳ​ມະ​ນາ​ມີ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທີ​ຜົນຫຼາຍ​ຂຶ້ນ.

error: Content is protected !!