ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຄໍານັບຜູ້ອໍານວຍການສູນການສຶກສາຕົວເມືອງ

   ວັນທີ 15 ສິງຫາ 2022 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກຕສ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ Andrey Andreyevich Litvinov ຜູ້ອໍານວຍການສູນການສຶກສາຕົວເມືອງ ມະຫາວິທະຍາໄລ ຊິຣິອຸດ ແຫ່ງສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ.

    ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຕີລາຄາສູງ ແລະ ກ່າວສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານຜູ້ອໍານວຍການສູນການສຶກສາຕົວເມືອງ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ສະຫະພັນຣັດເຊຍ ພ້ອມນັ້ນ ຍັງໄດ້ສະແດງຄວາມຂອບໃຈ ແລະ ຫວັງວ່າຈະໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກມະຫາວິທະຍາໄລ ຊິຣິອຸດ ໃນຂົງເຂດວຽກງານການພັດທະນາເຕັກໂນໂລຊີ ສປປ ລາວ ກໍຄືການພັດທະນາດ້ານຊັບພະຍາກອນມະນຸດ.

    ໂອກາດດັ່ງກ່າວ ທ່ານ Andrey Andreyevich Litvinov ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບມະຫາວິທະຍາໄລ ຊີຣິອຸດ ເຊິ່ງມະຫາວິທະຍາໄລແມ່ນໄດ້ມີການສ້າງຊັບພະຍາກອນມະນຸດໃນຫຼາຍຂົງເຂດເປັນຕົ້ນແມ່ນຂົງເຂດວິທະຍາສາດ ການສຶກສາ ສ້າງຕົວເມືອງ ແລະ ຂົງເຂດວັດທະນະທຳ ໃນນັ້ນ ມີຫຼາກຫຼາຍສູນການຮຽນຮູ້ເຊັ່ນ: ສູນສຶກສາຄົ້ນຄວ້າທາງດ້ານມັນສະໝອງມະນຸດ ສູນຮຽນຮູ້ປັນຍາປະດິດ ສູນຮຽນຮູ້ການສ້າງຕົວເມືອງອັດສະລິຍະ ສູນພັນທຸກຳທີ່ມີຫ້ອງທົດລອງທີ່ທັນສະໄໝ ແລະ ອື່ນໆອີກ ພ້ອມນັ້ນ ຍັງໄດ້ສະແດງຄວາມຍິນດີທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ກຕສ ພ້ອມທັງໄດ້ເຊື້ອເຊີນທ່ານລັດຖະມົນຕີ ພ້ອມດ້ວຍຄະນະໄປຢ້ຽມຢາມ ແລະ ຢ້ຽມຊົມຜົນງານຕ່າງໆຂອງມະຫາວິທະຍາໄລໃນອະນາຄົດ.

error: Content is protected !!