ສຶກສາຄວາມເປັນໄປໄດ້ທາງທຸລະກິດ ແລະ ການຊໍາລະຄ່າໄຟຟ້າທົ່ວປະເທດ ຜ່ານ M-Money Application

    ວັນທີ 15 ສິງຫາ 2022 ທີ່ຫ້ອງສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ສຶກສາຄວາມເປັນໄປໄດ້ທາງທຸລະກິດ ແລະ ພິທີເຊັນສັນຍາການຊໍາລະຄ່າໄຟຟ້າທົ່ວປະເທດຜ່ານ M-Money Application ລະຫວ່າງກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ແລະ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ລລທ ລົງນາມໂດຍແມ່ນທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ລລທ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ (LMM) ແລະ ຟຟລ ລົງນາມໂດຍທ່ານ ວິລະພອນ ວິຊຸນນະລາດ ຮອງຜູ້ອໍານວຍການໃຫຍ່ ຟຟລ ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະຜູ້ບໍລິຫານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

    ທ່ານ ອາລຸນນະເດດ ບານຈິດ ກ່າວວ່າ: ການຮ່ວມມືກັນສຶກສາຄວາມເປັນໄປໄດ້ທາງທຸລະກິດໃນຄັ້ງນີ້ ປະກອບດ້ວຍໜ້າວຽກດັ່ງຕໍ່ໄປນີ້:

  1. ການສ້າງບົດວິພາກເສດຖະກິດ-ເຕັກນິກ ກ່ຽວກັບແຜນການດໍາເນີນທຸລະກິດໄລຍະສັ້ນ ກາງ ແລະ ໄລຍະຍາວ ໂດຍນຳໃຊ້ໂຄງຂ່າຍລະບົບສາຍໄຍແກ້ວ OPGW ຂອງ ຟຟລ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ
  2. ສຶກສາການນໍາໃຊ້ເຕັກໂນໂລຊີຂອງລາວໂທລະຄົມ ເພື່ອສົ່ງຂໍ້ຄວາມສັ້ນ (SMS) ໃນການເເຈ້ງເຕືອນໄຟມອດ ຫຼື ເເຈ້ງຂ່າວສານຂໍ້ມູນຕ່າງໆໃຫ້ຜູ້ຊົມໃຊ້ໄຟຟ້າ ແລະ ສຶກສາ Package internet ມານໍາໃຊ້ໃນໝໍ້ນັບໄຟທັນສະໄໝ ແລະ ສໍາລັບໃຊ້ກັບອົງກອນ
  3. ສຶກສາການນໍາໃຊ້ພື້ນຖານໂຄງລ່າງຂອງ ຟຟລ ທີ່ສາມາດໃຊ້ຮ່ວມກັບ ລລທ ໃນການຂະຫຍາຍອຸປະກອນຮັບ-ສົ່ງສັນຍານໂທລະຄົມ ແລະ ສຶກສາການນໍາໃຊ້ສາຍໄຍແກ້ວຂອງ ຟຟລ ທີ່ມີຢັ່ງຢາຍຢູ່ໃນນະຄອນຫຼວງວຽງຈັນ ເພືີ່ອໃຫ້ບໍລິການອິນເຕີເນັດຄວາມໄວສູງແກ່ສັງຄົມ
  4. ຄົ້ນຄວ້າວິທີການເກັບມ້ຽນສາຍເກາະຫ້ອຍເສົາໄຟຟ້າຂອງບັນດາບໍລິສັດໂທລະຄົມຕ່າງໆຢູ່ຕາມເສົາໄຟຟ້າ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ
  5. ສຶກສາຄວາມເປັນໄປໄດ້ຂອງການສ້າງລະບົບ Billing ແລກປ່ຽນ ແລະ ຄົ້ນຄ້ວາການປະຕິບັດງານຂອງລະບົບສູນຄວບຄຸມເຄືອຂ່າຍຂອງລາວໂທລະຄົມ (Network Operation Center = NOC) ເພື່ອມາຮ່ວມມືໃນການນໍາໃຊ້ຮ່ວມກັບ ຟຟລ ແລະ ແລກປ່ຽນການຮ່ວມມື Call Center – ການປະຊາສໍາພັນລູກຄ້າ
  6. ສຶກສາຄວາມເປັນໄປໄດ້ໃນການສ້າງສະຖານີສາກລົດໄຟຟ້າ (EV Charging Station)
  7. ແລກປ່ຽນບົດຮຽນຂອງສູນຮຽນຮູ້ Learning Centers ຂອງ ລລທ ແລກປ່ຽນວັດທະນະທໍາອົງກອນ ແລະ ການເຝິກອົບຮົມພັດທະນາບຸກຄະລາກອນດ້ານຕ່າງໆຂອງທັງສອງຝ່າຍເຊັ່ນ: ດ້ານການບໍາລຸງຮັກສາ ແລະ ສ້ອມແປງລະບົບໂຄງຂ່າຍ ດ້ານການເງິນ ແລະ ການບັນຊີ ຂອງລະບົບ SAP (Sytstem Application and Products).

    ນອກຈາກການຮ່ວມມືສຶກສາຄວາມເປັນໄປໄດ້ທາງທຸລະກິດທີ່ໄດ້ກ່າວມາຂ້າງເທິງແລ້ວ ໂດຍອີງໃສ່ທ່າແຮງຂອງບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ທີ່ເປັນບໍລິສັດໃນເຄືອຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ລັດວິສາຫະກິດໄຟຟ້າລາວແມ່ນເຫັນດີເຊື່ອມຕໍ່ລະບົບການຊໍາລະສະສາງຄ່າໄຟຟ້າ ແລະ ຄ່າບໍລິການອື່ນໆຂອງ ຟຟລ ຜ່ານບໍລິການກະເປົາເງີນເອເລັກໂຕຣນິກ (Mobile Wallet) M-Money ແລະ ການເຊື່ອມຕໍ່ M-Money App ກັບ EDL App ເພື່ອເປັນການອຳນວຍຄວາມສະດວກ ໃນການຊຳລະຄ່າໄຟຟ້າໃຫ້ແກ່ຜູ້ໃຊ້ບໍລິການໃນທົ່ວປະເທດ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!