ປູກກະບອງເພັດ ສະສົມຈາກໜ້ອຍຫາຫຼາຍ ກາຍເປັນການສ້າງລາຍຮັບຫຼັກຂອງຄອບຄົວ

ຕົ້ນ​ກະ­ບອງ​ເພັດ ເປັນ​ໄມ້​ປະ­ດັບ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ​ຂອງ​ກຸ່ມ​ຄົນ​ທົ່ວ​ໄປ ເຊິ່ງ​ມີ​ວິ­ທີ​ການ​ເບິ່ງ­ແຍງ​ງ່າຍ ຖ້າ​ປູກ​ຫຼາຍ​ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ດີ ດັ່ງ​ທ່ານ ແສງ​ແກ້ວ ສີ​ສົມ​ສັກ ເຈົ້າ​ຂອງ​ຮ້ານ​ແອ່ນ​ນີ່​ຂາຍ​ກະ­ບອງ​ເພັດ ທີ່​ໄດ້​ເລີ່ມ​ປູກ​ສະ​ສົມ​ຈາກ​ໜ້ອຍ​ຫາ​ຫຼາຍ ກາຍ­ເປັນ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ​ໄດ້​ດີ​ສົມ­ຄວນ.

ທ່ານ ແສງ​ແກ້ວ ສີ​ສົມ​ສັກ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ວ່າ: ຕົນ​ເປັນ​ບຸກ­ຄົນ​ໜຶ່ງ​ທີ່​ມັກ-ຮັກ​ຕົ້ນ​ກະ­ບອງ​ເພັດ ເຊິ່ງ​ໄດ້​ເລີ່ມ​ປູກ​ສະ​ສົມ​ແຕ່​ປີ 2006 ເປັນ­ຕົ້ນ​ມາ ໂດຍ​ໄດ້​ນຳ​ເອົາ​ແນວ​ພັນ​ມາ​ຈາກ​ປະ­ເທດ​ໄທ ເບື້ອງ​ຕົ້ນ​ມີ​ພຽງ​ແຕ່​ສອງ​ສາມ​ຕົ້ນ ຈາກ​ນັ້ນ ກໍ​ໄດ້​ເລີ່ມ​ຮຽນ​ຮູ້ ພ້ອມ​ທັງ​ຄ່ອຍ​ຂະ­ຫຍາຍ​ອອກ​ເພີ່ມ​ຂຶ້ນ​ເລື້ອຍໆ ແລະ ໄດ້​ນຳ​ຫຼາຍ​ສາຍ​ພັນ​ເຂົ້າ​ມາ​ຕື່ມ ເມື່ອ​ມີ​ຜົນ​ຜະ­ລິດ​ຫຼາຍ ຈຶ່ງ​ເລີ່ມ​ຈຳ­ໜ່າຍ​ອອກ​ໃນ​ປີ 2018 ເປັນ­ຕົ້ນ​ມາ ປະ­ກອບ​ມີ 100 ສາຍ​ພັນ ນອກ​ນີ້ ຍັງ​ມີ​ກຸ­ຫຼາບ​ຫີນ ແລະ ຮາ​ໂບ​ເທຍ ມີ 3 ເຮືອນ​ຮົ່ມ ເຊິ່ງ​ຈຳ­ໜ່າຍ​ຢູ່​ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ ສູນ​ການ​ຄ້າ​ລາວ-ໄອ​ເຕັກ ທຸກ​ວັນ​ເສົາ ນອກ​ນີ້​ຍັງ​ໄດ້​ຈັດ​ສົ່ງ​ຕ່າງ​ແຂວງ​ທົ່ວ​ປະ­ເທດ ປັດ­ຈຸ­ບັນ ກຸ່ມ​ລູກ​ຄ້າ​ສ່ວນ​ໃຫຍ່​ທີ່​ໃຫ້​ຄວາມ​ສົນ­ໃຈ​ແມ່ນ​ແມ່­ຍິງ ກວມ​ເອົາ 70% ຂອງ​ລູກ​ຄ້າ​ທັງ​ໝົດ ແລະ ກຳ­ລັງ​ເປັນ​ທີ່​ນິ­ຍົມ​ປູກ​ຂອງ​ກຸ່ມ​ຄົນ​ຢູ່​ໃນ​ສັງ­ຄົມ ລາ­ຄາ​ຂາຍ 10.000-2 ລ້ານ​ກວ່າ​ກີບ​ຕໍ່​ຕົ້ນ ສາ­ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ​ທັງ​ຕົ້ນ​ທຶນ ແລະ ກຳ­ໄລ 10-20 ລ້ານ​ກີບ​ຕໍ່​ເດືອນ.

ຕົ້ນ​ກະ­ບອງ​ເພັດ ເປັນ­ຕົ້ນ​ໄມ້​ທີ່​ມັກ​ອາ­ກາດ​ຮ້ອນ ຫົດ​ນ້ຳ​ພຽງ 1-2 ຄັ້ງ​ຕໍ່​ອາ­ທິດ ແລະ ໃຊ້​ພື້ນ​ທີ່​ປູກ​ຈຳ­ກັດ ສຳ­ລັບ​ທ່ານ​ໃດ​ສົນ­ໃຈ​ກ່ຽວ​ກັບ​ວິ­ທີ​ປູກ ການ​ຂະ­ຫຍາຍ​ພັນ ແລະ ຢາກ​ຊື້​ໄປ​ປູກ ຫຼື ຊື້​ໄປ​ຂາຍ​ຕໍ່ ສາ­ມາດ​ສອບ​ຖາມ​ໄດ້​ຢູ່​ສວນ​ພວກ​ເຮົາ​ໄດ້ ເຊິ່ງ​ຕັ້ງ​ຢູ່​ບ້ານ​ຄຳ​ສະ­ຫວາດ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ຫຼື ສາ­ມາດ​ສັ່ງ​ຊື້​ໄດ້​ທີ່ ເຟ​ສ​ບຸກ ຮ້ານ​ແອ່ນ​ນີ່​ຂາຍ​ກະ­ບອງ​ເພັດ.

error: Content is protected !!