4 ບັນຫາຫຼັກທີ່ພໍ່ແມ່ປະຊາຊົນນຳສະເໜີຕໍ່ ສສຊ ແລະ ສສນວ ເພື່ອຊ່ວຍພິຈາລະນະແກ້ໄຂ

    ຈາກການລົງເຄື່ອງໄຫວພົບປະພໍ່ແມ່ປະຊາຊົນ ຂອງທ່ານສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໃນວັນທີ 22 ສິງຫາ 2022 ຢູ່ທີ່ວັດດົງປ່າລານທ່າ ເມືອງສີສັດຕະນາກ ນຳໂດຍທ່ານ ນາງ ລຳພອຍ ສີອັກຄະຈັນ ຄະນະປະຈໍາ ຮອງປະທານສະພາປະຊາຊົນນະຄອນຫຼວງວຽຈັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ແລະ ທ່ານ ນາງ ຄໍາແຫວນ ສິງບັນດິດ ສສນວ ຊຸດທີ II ລົງພົບປະພໍ່ແມ່ປະຊາຊົນ 4 ບ້ານ ຄື: ບ້ານດົງປ່າລານທ່າ ດົງປ່າລານທົ່ງ ໂພນສີນວນ ແລະ ບ້ານສະພານທອງເໜືອ ເຊິ່ງມີຄະນະພັກເມືອງ ອຳນາດການປົກຄອງທັງ 4 ບ້ານເຂົ້າຮ່ວມ.

    ຈຸດປະສົງຂອງການລົງພົບປະພໍ່ແມ່ປະຊາຊົນຄັ້ງນີ້ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ພ້ອມຮັບຟັງຄໍາຄິດຄໍາເຫັນ ຄໍາສະເໝີ ຂອງພໍ່ແມ່ປະຊາຊົນ ກ່ຽວກັບບັນຫາຂັດຂ້ອງໝອງໃຈຕ່າງໆ ເພື່ອຈະສະເໜີຕໍ່ອໍານາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ.

    ໃນຕອນບ່າຍຂອງວັນດຽວກັນ ສສຊ ສສນວ ນຳໂດຍທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາ ແຫ່ງຊາດ ຊຸດທີ IX ເຂດເລືອກຕັ້ງທີ 1 ນວ ທ່ານ ບຸນເຖິງ ສຸວັນນະສີ ແລະ ທ່ານ ພັນໂທ ທອງມີ ສສ ນວ ຊຸດທີ II ໄດ້ລົງພົບປະພໍ່ແມ່ປະຊາຊົນ 4 ບ້ານ ຄື: ບ້ານຂົວຫຼວງ ສີຫອມ ອານຸ ແລະ ບ້ານມີໄຊ ຢູ່ວັດຂົວຫຼວງ ເມືອງຈັນທະບູລີ ນວ ໂດຍມີ ທ່ານ ທອງຄູນ ສີອຸດົມ ຄະນະພັກເມືອງ ຫົວໜ້າຫ້ອງການ ພາຍໃນເມືອງ ພ້ອມດ້ວຍອຳນາດການປົກຄອງ 4 ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ ແລະ ໃນອີກຫຼາຍຈຸດທີ່ທາງຄະນະ ສສຊ ສສນວ ລົງພົບປະກັບພໍ່ແມ່ປະຊາຊົນ ອຳນາດການປົກຄອງ. 

    ເຊິ່ງການພົບປະຄັ້ງນີ້ ທາງ ສສຊ ສສນວ ໄດ້ພັດປ່ຽນກັນຂຶ້ນລາຍງານກ່ຽວກັບຜົນສຳເລັດຂອງກອງປະຊຸມ ພ້ອມກັບການເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ມີຫຼາຍບັນຫາທີ່ໄດ້ຢິບຍົກຂຶ້ນມາສົນທະນາກັນ ເຊິ່ງສັງລວມໄດ້ 4 ບັນຫາໃຫຍ່ ທີ່ທາງພໍ່ແມ່ ປະຊາຊົນຕ້ອງການໃຫ້ທາງ ສສຊ ສສນວ ຊ່ວຍພິຈາລະນາແກ້ໄຂ ເປັນຕົ້ນ 1  ບັນຫາພື້ນຖານໂຄງລ່າງ ຖະໜົນຫົນທາງ 2 ລະບົບຮ່ອງລະບາຍນ້ຳ 3 ບັນຫາຢາເສບຕິດ ແລະ 4 ນັນຫາຄ່າຄອງຊີບ ຊີວິດການ ເປັນຢູ່ຂອງປະຊາຊົນ ເຮັດໃຫ້ບັນຍາກາດໃນແຕ່ລະຈຸດຂອງການພົບປະຄັ້ງນີ້ຄຶກຄື້ນ ສ້າງຄວາມພໍໃຈແກ່ພໍ່ ແມ່ປະຊາຊົນຫຼາຍສົມຄວນ.

# ຂ່າວ – ພາບ : ບຸນມີ

error: Content is protected !!