“ໄຟຟ້າຫົງສາ” ສະໜັບສະໜູນງົບປະມານໃນການຈັດງານວັນສໍາຄັນຕ່າງໆ

    ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ເຂົ້າຮ່ວມກິດຈະກຳງານປູກຕົ້ນໄມ້ແຫ່ງຊາດ ວັນເດັກນ້ອຍສາກົນ ວັນສິ່ງແວດລ້ອມໂລກ ແລະ ວັນລຶບລ້າງການໃຊ້ແຮງງານເດັກ ທີ່ເມືອງຫົງສາ ເມືອງເງິນ ເມືອງຊຽງຮ່ອນ ແລະ ແຂວງຫຼວງພະບາງ ສປປ ລາວ ເປັນປະຈຳທຸກປີ ໂດຍມີຈຸດປະສົງເພື່ອສ້າງຄວາມສຳພັນອັນດີ ແລະ ສ້າງຄວາມສາມັກຄີລະຫວ່າງກັນ ແລະ ເພື່ອຮ່ວມເປັນສ່ວນໜຶ່ງໃນການຟື້ນຟູທຳມະຊາດຈາກການປູກຕົ້ນໄມ້ທົດແທນ ເປັນການອານຸຮັກທຳມະຊາດ ແລະ ຮັກສາສົມດູນໃຫ້ກັບສິ່ງແວດລ້ອມ.

    ນັບແຕ່ປີ 2008 ເປັນຕົ້ນມາ ເຂົ້າສູ່ປີນີ້ ປີ 2020 ຖືວ່າເປັນປີທີ 13 ແລ້ວ ໂດຍທີ່ຜ່ານມາ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ໃຫ້ການສະໜັບສະໜູນຕົ້ນໄມ້ສຳລັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ເພື່ອການປູກປ່າທົດແທນໃຫ້ກັບພື້ນທີ່ເມືອງຫົງສາ ແລະ ເມືອງເງີນ ລວມກວ່າ 260 ເຮັກຕາ ສາມາດສ້າງປ່າຊຸມຊົນທີ່ມີຄວາມອຸດົມສົມບູນໃຫ້ເກີດຂຶ້ນ ແລະ ຊ່ວຍຫຼຸດພາວະໂລກຮ້ອນ ທີ່ເປັນປັນຫາໃຫ່ຍຂອງໂລກເຮົາໃນປັດຈຸບັນນີ້.

    ໃນປີ 2020 ນີ້ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ໃຫ້ການສະໜັບສະໜູນຕົ້ນໄມ້ສຳລັບວັນປູກຕົ້ນໄມ້ແຫ່ງຊາດ ລວມທັງໝົດ ຈໍານວນ 20.000 ເບ້ຍ ພ້ອມທັງໃຫ້ການສະໜັບສະໜູນງົບປະມານໃນການຈັດງານ ຂອງທີ່ລະນຶກ ໜ້າກາກອະນາໄມຜ້າຝ້າຍຍ້ອມສີທຳມະຊາດ ຈາກສີມືການຕັດຫຍິບຂອງຊາວບ້ານ ບ້ານນາແກ່ນຄຳ ເມືອງຫົງສາ ຈຳນວນທັງໝົດ 600 ຜືນ ມອບໃຫ້ກັບຜູ້ເຂົ້າຮ່ວມກິດຈະກຳໃນແຕ່ລະເມືອງ ລວມເປັນເງິນມູນຄ່າທັງໝົດ 8.000.000 ກີບ ນອກຈາກນີ້ ບໍລິສັດຍັງໃຫ້ຄວາມສໍາຄັນ ແລະ ຄໍານຶງເຖິງຄຸນຄ່າຂອງເດັກນ້ອຍ ແລະ ເຍົາວະຊົນໃນສັງຄົມ ໂດຍຕະຫຼອດໄລຍະເວລາທີ່ຜ່ານມາ ທາງບໍລິສັດໄດ້ໃຫ້ການສະໜັບສະໜູນງົບປະມານເພື່ອການຈັດກິດຈະກຳຕ່າງໆ ຕະຫຼອດເຖິງການສົ່ງເສີມດ້ານການສຶກສາ ດ້ານກິລາ ແລະ ສິລະປະກຳຕ່າງໆ ໃຫ້ກັບນັກຮຽນໂຮງຮຽນຕ່າງໆພາຍໃນເມືອງເປັນປະຈຳທຸກປີ ແລະ ເພື່ອຮ່ວມເປັນສ່ວນໜຶ່ງທີ່ສຳຄັນໃນການມອບໂອກາດທີ່ດີໃຫ້ກັບເດັກນ້ອຍ ແລະ ເຍົາວະຊົນໃຫ້ໄດ້ຮັບທຶນການສຶກສາຕໍ່ອະນາຄົດ ສາມາດພັດທະນາຕົວເອງເປັນບຸກຄະລາກອນທີ່ມີປະສິດທິພາບຂອງຊຸມຊົນ ແລະ ສັງຄົມ ນຳໄປສູ່ການເປັນພົນລະເມືອງທີ່ດີຂອງຊາດພັດທະນາປະເທດຊາດຕໍ່ໄປໃນອະນາຄົດ.

# ຂ່າວ & ພາບ: ວຽງມາ

error: Content is protected !!