ຍີ່ປຸ່ນ ຊ່ວຍເຫຼືອວຽກງານຄວບຄຸຸມ ແລະ ແກ້ໄຂພະຍາດໂຄວິດຢູ່ລາວ

      ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ມິຖຸນາ 2020 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ເຊິ່ງມີພະນັກງານ-ວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

     ໂຄງການດັ່ງກ່າວນີ້ ເປັນໂຄງການຊ່ວຍເຫຼືອນອກໂຄງການ (Non-Project) ມີມູນຄ່າ 1,5 ຕື້ເຢນ (13,7 ລ້ານ ໂດລາສະຫະລັດ) ເພື່ອສະໜອງອຸປະກອນການແພດ ພາຫະນະ ແລະ ລົດຜະລິດນໍ້າສະອາດ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານສາທາລະນະສຸກ ກໍຄືການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ Covid-19 ຢູ່ ສປປ ລາວ ເຊິ່ງໃນດ້ານການຊ່ວຍເຫຼືອ ປະເທດຍີ່ປຸ່ນແມ່ນເປັນປະເທດອັນດັບຕົ້ນທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງທັນການ ໂດຍສະເພາະ ການຊ່ວຍເຫຼືອຊຸດປ້ອງກັນການຕິດເຊື້ອ ມາຮອດປັດຈຸບັນ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ລາວ ມູນຄ່າກວ່າ 18 ລ້ານໂດລາສະຫະລັດ ຫຼືປະມານ 161 ຕື້ກີບ ເຊິ່ງລັດຖະບານລາວ ຍາມໃດກໍໄດ້ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນຕະຫຼອດມາ ໂດຍສະເພາະ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ແກ່ ສປປ ລາວ ສະເລ່ຍປະມານ 90-100 ລ້ານໂດລາສະຫະລັດຕໍ່ປີ ເຊິ່ງຈັດເປັນອັນດັບ 1 ຂອງຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ  ອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນດ້ານຊັບພະຍາກອນມະນຸດ ສາທາລະນະສຸກ ພື້ນຖານໂຄງລ່າງ ຂະແໜງກະສິກໍາ-ປ່າໄມ້ ແລະ ຂະແໜງການອື່ນໆໃຫ້ມີການຂະຫຍາຍຕົວ.

    ໃນໂອກາດນີ້ ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເປັນຢ່າງດີຕະຫຼອດມາ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ນໍາເອົາໂຄງການຊ່ວຍເຫຼືອດັ່ງກ່າວນີ້ໃຫ້ພາກສ່ວນກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການພັດທະນາຂະແໜງສາທາລະນະສຸກ  ກໍຄືການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ນັບມື້ມີການພັດທະນາ ແລະ ກ້າວໜ້າຂຶ້ນໄປເລື້ອຍໆ.

error: Content is protected !!