ວິທະຍາໄລລາວທ໋ອບ ເນັ້ນປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ເປີດຮຽນຄືນສະເພາະຊັ້ນປີທີ 3

ວັນ​ທີ 2 ມິ­ຖຸ­ນາ ຜ່ານ​ມາ ຖື​ເປັນ​ມື້​ທຳ​ອິດ​ໄດ້​ເລີ່ມ​ນຳ​ໃຊ້​ມາດ​ຕະ­ການ​ຜ່ອນ­ຜັນ​ໄລ­ຍະ​ທີ 3 ທີ່​ລັດ­ຖະ­ບານ​ໄດ້​ອະ­ນຸ­ຍາດ​ໃຫ້​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ແລະ ຂະ­ແໜງ​ອື່ນໆ ທີ່​ມີ​ໂຮງ­ຮຽນ ຫຼື ສະ​ຖາ​ບັນ​ການ​ສຶກ​ສາ​ຂຶ້ນ​ກັບ ເປີດ​ໂຮງ­ຮຽນ​ຄືນ​ໃນ​ຊັ້ນ​ໂຮງ­ຮຽນ​ລ້ຽງ​ເດັກ ແລະ ອະ­ນຸ­ບານ ຊັ້ນ​ຮຽນ ປ1-ປ4 ມ1-ມ3 ມ5-ມ6 ປີ​ສຸດ​ທ້າຍ​ຂອງ​ວິ­ທະ­ຍາ­ໄລ​ອາ­ຊີ­ວະ​ສຶກ​ສາ ວິ­ທະ­ຍາ­ໄລ​ຄູ ແລະ ມະ­ຫາ­ວິ­ທະ­ຍາ­ໄລ ການ​ຈັດ​ເຝິກ­ອົບ­ຮົມ ຫຼື ຮຽນ​ໄລ­ຍະ​ສັ້ນ​ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ສ່ວນ​ຊັ້ນ​ຮຽນ​ອື່ນ​ທີ່​ຍັງ​ເຫຼືອ ໃຫ້​ເປີດ​ເລີ່ມ​ແຕ່​ວັນ​ທີ 15 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ໄປ.

ເພື່ອ​ສືບ­ຕໍ່​ປ້ອງ​ກັນ​ພະ­ຍາດ​ນີ້ ບໍ່​ໃຫ້​ມີ​ການ​ລະ­ບາດ​ຮອບ​ໃໝ່​ເກີດ​ຂຶ້ນ​ໃນ ສປປ ລາວ ລັດ­ຖະ­ບານ ໄດ້​ເນັ້ນ​ໃຫ້​ບັນ­ດາ​ສະ​ຖາ​ບັນ​ການ​ສຶກ​ສາ​ທັງ​ພາກ​ລັດ ແລະ ເອກ​ກະ​ຊົນ ສືບ­ຕໍ່​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ມີ​ບ່ອນ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ໃສ່​ສະ­ບູ ຫຼື ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ແທກ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ອະ­ນາ­ໄມ​ສະ­ຖານ­ທີ່ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ ມອບ​ໃຫ້​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ອອກ​ຄຳ​ແນະ­ນຳ​ລະ­ອຽດ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ ເຊິ່ງ​ວິ­ທະ­ຍາ­ໄລ​ລາວ​ທ໋ອບ ກໍ​ເປັນ​ວິ­ທະ­ຍາ­ໄລ​ໜຶ່ງ ທີ່​ໄດ້​ເອົາ­ໃຈ­ໃສ່​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ປະ­ຕິ­ບັດ​ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.

ທ່ານ ອາ­ຈານ ສົມ​ປະ­ສົງ ວົງ​ຖາ­ວອນ ຫົວ­ໜ້າ​ພະ​ແນກ​ກິດ­ຈະ­ການ​ນັກ​ສຶກ​ສາ ວິ­ທະ­ຍາ­ໄລ​ລາວ​ທ໋ອບ ໄດ້​ກ່າວ​ວ່າ: ເພື່ອ​ກະ­ກຽມ​ເປີດ​ຮຽນ​ຄືນ­ໃໝ່​ໃນ​ວັນ​ທີ 2 ມິ­ຖຸ­ນາ​ນີ້ ທາງ​ວິ­ທະ­ຍາ­ໄລ​ໄດ້​ໃຫ້​ຄວາມ​ສຳ­ຄັນ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ດ້ວຍ​ການ​ຊີດ​ພົ່ນ​ຢາ​ຂ້າ​ເຊື້ອ​ພະ­ຍາດ​ພາຍ​ໃນ​ຫ້ອງ​ຮຽນ ແລະ ບ່ອນ​ເຮັດ​ວຽກ​ຂອງ​ພະ­ນັກ­ງານ ລວມ​ທັງ​ເດີນ​ດ້ານ​ນອກ​ພາຍ​ໃນ​ວິ­ທະ­ຍາ­ໄລ ເພື່ອ​ຂ້າ​ເຊື້ອ​ພະ­ຍາດ​ກ່ອນ​ເປີດ​ຮຽນ ໃນ​ວັນ​ທີ 2 ມິ­ຖຸ­ນາ 2020 ໃນ​ການ​ເປີດ​ຮຽນ​ນັ້ນ ວິ­ທະ­ຍາ­ໄລ​ພວກ​ເຮົາ​ໄດ້​ເປີດ​ຮຽນ​ສະ­ເພາະ​ແຕ່​ຊັ້ນ​ຮຽນ​ປີ​ທີ 3 ມີ​ນັກ​ສຶກ​ສາ​ຈຳ­ນວນ 145 ຄົນ ສ່ວນ​ຊັ້ນ​ອື່ນໆ​ແມ່ນ​ຈະ​ເປີດ​ຮຽນ​ຄືນ​ໃນ​ວັນ​ທີ 15 ມິ­ຖຸ­ນາ ເຊິ່ງ​ໃນ​ລະ­ຫວ່າງ​ນີ້ ແມ່ນ​ສືບ­ຕໍ່​ສອນ​ຜ່ານ​ອອນ​ລາຍ.

ໃນ​ການ​ເປີດ​ຮຽນ​ຄືນ​ໃນ​ວັນ​ທີ 2 ມິ­ຖຸ­ນາ​ນີ້ ທາງ​ໂຮງ­ຮຽນ​ແມ່ນ​ໄດ້​ເນັ້ນ​ປະ­ຕິ­ບັດ​ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ ດ້ວຍ​ການ​ຮັກ­ສາ​ໄລ­ຍະ​ຫ່າງ ກວດ​ວັດ­ແທກ​ອຸ່ນ​ຫະ​ພູມ ສະ­ໜອງ​ນ້ຳ​ຢາ​ລ້າງ​ມື ຄູ-ອາ­ຈານ ແລະ ນັກ­ຮຽນ​ທຸກ​ຄົນ ແມ່ນ​ຕ້ອງ​ໃສ່​ຜ້າ​ອັດ​ປາກ-ດັງ ແລະ ໃນ​ການ​ຮັກ­ສາ​ໄລ­ຍະ​ຫ່າງ​ນີ້ ແມ່ນ​ໄດ້​ຈັດ​ໃຫ້​ນັກ​ສຶກ​ສາ​ນັ່ງ​ຫ່າງ​ກັນ​ເວັ້ນ​ຄົນ​ລະ​ຕັ່ງ.

error: Content is protected !!