ດ່ານສາກົນຂົວມິດຕະພາບລາວ-ໄທ 1 ວາງທີມງານແພດ 3 ຈຸດກວດກັ່ນກອງດ່ານຂາເຂົ້າ

    ໃນ​ວັນ​ທີ 16 ມີ­ນາ 2020 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ຄະ­ນະ ໄດ້​ເຄື່ອນ​ໄຫວ​ຢ້ຽມ­ຢາມ ແລະ ຊຸກ­ຍູ້​ວຽກ​ງານ​ຕິດ­ຕາມ​ເຝົ້າ​ລະ­ວັງ ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ບັນ­ຫາ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ທີ່​ດ່ານ​ສາ­ກົນ​ຂົວ​ມິດ­ຕະ­ພາບ​ລາວ-ໄທ ແຫ່ງ​ທີ 1.

    ໃນ​ໂອ­ກາດ​ດັ່ງ­ກ່າວ ທ່ານ ພັນ​ເອກ ຄຳ​ພອນ ເທບ​ພະ​ວົງ ຫົວ­ໜ້າ​ດ່ານ​ສາ­ກົນ​ຂົວ​ມິດ­ຕະ­ພາບ​ລາວ-ໄທ ແຫ່ງ​ທີ 1 ໄດ້​ລາຍ​ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19 ວ່າ: ພາຍ­ຫຼັງ​ໄດ້​ຮັບ​ແຈ້ງ​ການ​ຈາກ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທາງ​ຂົວ​ມິດ­ຕະ­ພາບ​ລາວ-ໄທ 1 ຂອງ​ພວກ​ເຮົາ​ໄດ້​ເປັນ​ເຈົ້າ​ການ​ປ້ອງ​ກັນ​ພະ­ຍາດ​ດັ່ງ­ກ່າວ​ແຕ່​ຫົວ­ທີ ໂດຍ​ໄດ້​ເຮັດ­ອະ­ນາ­ໄມ​ທຸກໆ​ວັນ ໃຫ້​ທຸກ​ຄົນ​ໃສ່​ຜ້າ​ອັດ​ປາກ ແລະ ລ້າງ​ມື​ເປັນ​ປະ­ຈຳ ທັງ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ແພດ​ເພື່ອ​ກວດ​ກັ່ນ​ກອງ​ໃນ 4 ຈຸດ ໃນ​ນັ້ນ​ຢູ່​ດ່ານ​ຂາ​ເຂົ້າ 3 ຈຸດ ແລະ ອີກ​ຈຸດ​ໜຶ່ງ​ແມ່ນ​ຕັ້ງ​ຢູ່​ສະ­ຖາ­ນີ​ລົດ­ໄຟ​ທ່າ​ນາ​ແລ້ງ ເຊິ່ງ​ພາຍ­ຫຼັງ​ຕັ້ງ​ຈຸດ​ກວດ­ກາ​ແລ້ວ ພວກ​ເຮົາ​ກໍ​ໄດ້​ມີ​ການ​ກວດ­ກາ​ຢ່າງ​ເຂັ້ມ​ງວດ​ຕໍ່​ຜູ້​ເຂົ້າ​ອອກ​ດ່ານ​ເປັນ​ປະ­ຈຳ ໂດຍ​ວັດ­ແທກ​ອຸນ­ຫະ­ພູມ​ດ້ວຍ​ເຄື່ອງ​ວັດ­ແທກ​ອຸນ­ຫະ­ພູມ ແນະ­ນຳ​ການ​ລ້າງ​ມື ພາຍ­ຫຼັງ​ກວດ​ແມ່ນ​ໄດ້​ມີ​ໃບ­ຢັ້ງ­ຢືນ​ໃຫ້​ຜູ້​ທີ່​ໄດ້​ຜ່ານ​ການ​ກວດ​ທາງ​ການ​ແພດ ໃນ​ກໍ­ລະ­ນີ​ບໍ່​ມີ​ການ​ຢັ້ງ­ຢືນ​ຈາກ​ແພດ ແມ່ນ​ຈະ​ບໍ່​ໃຫ້​ເຂົ້າ-ອອກ​ເມືອງ​ເດັດ­ຂາດ ເຊິ່ງ​ຕໍ່​ກໍ­ລະ­ນີ​ນີ້ ແມ່ນ​ແນະ­ນຳ​ຜູ້­ກ່ຽວ​ໄປ​ກວດ­ກາ​ທາງ​ການ​ແພດ​ກ່ອນ ຈຶ່ງ​ຈະ​ອະ­ນຸ­ຍາດ​ໃຫ້​ເຂົ້າ ສຳ­ລັບ​ການ​ເດີນ­ທາງ​ເຂົ້າ-ອອກ​ດ່ານ ພາຍ­ຫຼັງ​ທີ່​ເກີດ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ຢູ່​ປະ­ເທດ​ໃກ້​ຄຽງ ແມ່ນ​ຫຼຸດ​ລົງ 2 ສ່ວນ 3 ຂອງ​ເມື່ອ​ກ່ອນ ທີ່​ມີ​ຄົນ​ອອກ​ປະ­ມານ 10.000 ຄົນ​ຕໍ່​ວັນ.

    ທ່ານ ນາງ ໄຊ​ພອນ ນັນ­ທະ​ພອນ ຫົວ­ໜ້າ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ​ໄດ້​ກ່າວ​ວ່າ: ອີງ​ການ​ການ​ກວດ​ກັ່ນ​ກອງ​ຄົນ​ເຂົ້າ​ອອກ​ຂອງ​ໜ່ວຍ​ງານ​ສາ­ທາ­ລະ­ນະ​ສຸກ​ປະ­ຈຳ​ດ່ານ ໃນ​ວັນ​ທີ 15 ມີ­ນາ 2020 ມີ​ຜູ້​ເດີນ­ທາງ​ຂາ​ເຂົ້າ 4.800 ຄົນ ໃນ​ນັ້ນ​ມີ​ຄົນ​ລາວ​ເຂົ້າ​ມາ 1.700 ກວ່າ​ຄົນ ສຳ­ລັບ​ຂາ​ອອກ​ມີ​ຜູ້​ເດີນ­ທາງ​ອອກ 5 ພັນ​ປາຍ​ຄົນ ສຳ­ລັບ​ຢູ່​ສະ­ຖາ­ນີ​ລົດ­ໄຟ​ທ່າ​ນາ​ແລ້ງ​ມີ​ຜູ້​ເດີນ­ທາງ​ເຂົ້າ 19 ຄົນ ໃນ​ໄລ­ຍະ​ມີ​ການ​ເຝົ້າ​ລະ­ວັງ​ການ​ລະ­ບາດ​ນີ້ ແມ່ນ​ໄດ້​ແຕ່ງ​ທີມ​ງານ​ແພດ​ມາ​ເຝົ້າ​ລະ­ວັງ​ປະ­ຈຳ​ດ່ານ ເລີ່ມ​ແຕ່​ເປີດ​ດ່ານ​ຈົນ​ເຖີງ​ປິດ​ດ່ານ​ມື້​ລະ 7 ຄົນ ເຊິ່ງ​ທີມ​ແພດ​ຂອງ​ພວກ​ເຮົາ ໄດ້​ຕັ້ງ­ໜ້າ​ປະ­ຕິ­ບັດ​ວຽກ​ງານ​ກວດ​ກັ່ນ​ກອງ​ຢ່າງ​ຕັ້ງ­ໜ້າ.

    ໂອ­ກາດ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ມີ​ຄຳ​ເຫັນ ແລະ ໃຫ້​ທິດ​ຊີ້​ນຳ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ຕ້ອງ​ເພີ່ມ​ອຸ­ປະ­ກອນ ແລະ ບຸກ​ຄະ­ລາ​ກອນ​ການ​ແພດ​ໃຫ້​ພຽງ­ພໍ ໃຫ້​ເອົາ­ໃຈ­ໃສ່​ກວດ​ກັ່ນ​ກອງ ຜູ້​ເດີນ­ທາງ​ເຂົ້າ​ໃຫ້​ທົ່ວ​ເຖິງ​ທຸກ​ຄົນ ແລະ ໃຫ້​ເຊີນ​ເອົາ​ຜູ້​ປະ­ກອບ​ການ​ໃນ​ບໍ­ລິ­ເວນ​ຂົວ​ມິດ­ຕະ­ພາບ​ລາວ-ໄທ 1 ມາ​ເຜີຍ­ແຜ່​ໃຫ້​ຄວາມ​ຮູ້​ວິ­ທີ​ການ​ປ້ອງ​ກັນ ແລະ ກວດ​ກັ່ນ​ກອງ​ຜູ້​ທີ່​ເດີນ­ທາງ​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ໃຫ້​ຄວາມ​ຮ່ວມ​ມື​ໃນ​ການ​ເຝົ້າ​ລະ­ວັງ ແລະ ຄວບ​ຄຸມ­ພະ​ຍາດ​ດັ່ງ­ກ່າວ ພ້ອມ​ທັງ​ເພີ່ມ​ທະ­ວີ​ເຜີຍ­ແຜ່​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ພະ­ຍາດ COVID-19 ໂດຍ​ສະ­ເພາະ​ອັນ­ຕະ­ລາຍ ແລະ ວິ­ທີ​ປ້ອງ​ກັນ​ແກ່​ຜູ້​ເດີນ­ທາງ​ເຂົ້າ-ອອກ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ຕ້ອງ​ພ້ອມ​ກັນ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຢ່າງ​ເຂັ້ມ​ງວດ ເຖິງ​ວ່າ​ຜູ້​ເດີນ­ທາງ​ເຂົ້າ-ອອກ​ມີ​ຈຳ­ນວນ​ຫຼຸດ​ລົງ ແຕ່​ຕົວ​ເລກ​ທີ່​ຫຼຸດ​ລົງ​ນັ້ນ​ກໍ​ຖື​ວ່າ​ຍັງ​ສູງ ສະ­ນັ້ນ​ຕ້ອງ​ເພີ່ມ​ມາດ​ຕະ­ການ​ໃນ​ການ​ກວດ​ກັ່ນ​ກອງ​ຢ່າງ​ເອົາ­ໃຈ­ໃສ່ ພ້ອມ​ທັງ​ຮຽກ­ຮ້ອງ​ເຖິງ​ປະ­ຊາ­ຊົນ ສຶກ​ສາ​ອົບ­ຮົມ​ລູກ​ຫຼານ ແລະ ຄົນ​ໃນ​ຄອບ­ຄົວ​ຂອງ​ຕົນ​ເອົາ­ໃຈ­ໃສ່​ຫຼີກ​ລ່ຽງ​ໃນ​ການ​ເດີນ­ທາງ​ໄປ​ປະ­ເທດ​ກຸ່ມ​ສ່ຽງ ເພື່ອ​ຮັກ­ສາ​ສຸ­ຂະ­ພາບ ແລະ ຫຼີກ​ລ່ຽງ​ການ​ນຳ​ເຊື້ອ​ພະ­ຍາດ​ເຂົ້າ​ມາ​ໃນ ສປປ ລາວ​ເຮົາ.

error: Content is protected !!