ຄຳມ່ວນ ເລັງສັກວັກຊີນກັນໂຄວິດ-19 ໃຫ້ບັນລຸ 80%

ແຂວງຄຳມ່ວນ ພວມເລັ່ງຈັດຕັ້ງປະຕິບັດວຽກງານ ສັກວັກຊີນກັນໂຄວິດ-19 ໂດຍ​ສຸມ​ໃສ່​ວຽ​ກ​ງານ​ໂຄ​ສະ​ນາສຸ​ຂະ​ສຶກ​ສາ​ຜ່າ​ນາ​ຊ່ອງ​ທາງ​ຕ່າງໆ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ຜູ້​ຢູ່​ໃນ​ເກນ​ອາ​ຍຸ ໄດ້​ເຂົ້າ​ຮັບ​ວັກ​ຊີນ​ຢ່າ​ງເ​ປັນ​ຂະ​ບວນ ແນ​ໃສ່​ບັນ​ລຸ​ໂຕ​ເລກ​ຄາດ​ໝາຍ 80%.

ທ່ານ ແສງທອງ ເສີມລຳວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄຳມ່ວນ ໃຫ້​ສຳ​ພາດໃນ​ໂອ​ກາດ​ສື່ມວນ​ຊົນ​ຈາກ​ສູນ​ກາງ​ລົງ​ເຮັດ​ວຽກ​ຢູ່​ແຂວງ​ດັ່ງ​ກ່າວ​ເມື່ອບໍ່​ດົນ​ຜ່ານ​ມາ​ ເຊິ່ງ​ທ່ານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ແຂວງຄຳມ່ວນ ສາມາດຈັດຕັ້ງປະຕິບັດວຽກງານສັກວັກຊີນກັນ ໂຄວິດ-19 ເຂັມທີ 1 ໄດ້ທັງໝົດ 340.900 ກວ່າໂດສ ເທົ່າກັບ 77% ເຂັມ 2 ໄດ້ 312.600 ກວ່າໂດສ ເທົ່າກັບ 71% ແລະ ເຂັມກະຕຸ້ນ ໄດ້ 16%.

ຄຽງ​ຄູ່​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສັກ​ວັກ​ຊີນ ທາງ​ສະ​ທາ​ລະ​ຍະ​ສຸກ​ຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ໂຄ​ສະ​ນາ​ສຸ​ຂະ​ສຶກ​ສາໄປ​ພ້ອມໆ​ກັນ ໂດ​ຍ​ຜ່ານ ໂທລະໂຄ່ງ ແອວຊີດີ ຕູ້ລຳໂພງ ທີ່​ໄດ້​ຮັບ​ການ​ຊ່ວ​ຍ​ເຫຼືອ​ຈາກອົງການ Unicef ມອບໃຫ້ພະແນກສາທາ ລະນະສຸກ ພວກ​ເຮົາ ເພື່ອແຈກຢາຍໃຫ້ ຫ້ອງການສາທາລະນະສຸກ ໂຮງໝໍຊຸມຊົນ ໂຮງໝໍນ້ອຍ ຢູ່ບັນດາເມືອງອ້ອມຂ້າງແຂວງ ເພື່ອ ໂຄສະນາເຜີຍແຜ່ ປຸກລະດົມປະຊາຊົນ ໃຫ້ພ້ອມໃຈກັນເຂົ້າມາຮັບວັກຊີນກັນໂຄວິດ-19 ຜ່ານ ການ ຈັດຕັ້ງປະຕິບັດຕົວຈິງ ເຫັນໄດ້ວ່າປະຊາຊົນມີຄວາມຮັບຮູ້ ເຂົ້າໃຈ ແລະ ພ້ອມພຽງກັນ ເຂົ້າມາຮັບວັກຊີນກັນໂຄວິດ-19 ເປັນຈຳນວນຫຼາຍ.

ທ່ານຮອງ​ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ຄຳ​ມວນ ກ່າວ​ຕື່ມວ່າ: ໃນໄລຍະຜ່ານມາ ພະແນກສາທາ ລະນະສຸກ ແຂວງຄຳມ່ວນ ໄດ້ປະສານສົມທົບກັບຂະແໜງການຕ່າໆ ທີ່ກ່ຽວຂ້ອງເປັນຕົ້ນ ພະແນກ ຖວທ ແນວລາວສ້າງຊາດ ນຳໃຊ້ລົດເຄື່ອນທີ່ ເພື່ອໂຄສະນາ ມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ປຸກລະດົມໃຫ້ປະຊາຊົນ ມາຮັບວັກຊີນ ກັນໂຄວິດ-19 ຢູ່ໃນຊຸມຊົນໃນ 10 ຕົວເມືອງ ພ້ອມທັງ ໂຄສະນາຜ່ານສື່ທາງວິທະຍຸຂອງແຂວງ ເມືອງ ຜ່ານໂທລະໂຄ່ງຂອງບ້ານ ຜະລິດແຜ່ນປ້າຍໂຄສະນາ (ການໃສ່ຜ້າອັດປາກ-ດັງ ການ ເວັ້ນໄລຍະຫ່າງ ການລ້າງມື) ແລະ ຜະລິດສະປອດໂຄສະນາກ່ຽວກັບການປ້ອງກັນ ແລະ ການປຸກ ລະດົມປະຊາຊົນ ມາຮັບການສັກວັກຊີນປ້ອງກັນໂຄວິດ-19 ພ້ອມທັງ ຈັດສົ່ງສື່ໂຄສະ ນາຕ່າງໆ ທີ່ໄດ້ຮັບຈາກສູນສື່ສານໃຫ້ແຕ່ລະເມືອງ ແລະ ເມືອງສົ່ງຕໍ່ໃຫ້ໂຮງໝໍນ້ອຍ ແລະ ບ້ານ.

       ສຳ​ລັບ​ການ​ເດີນ​ທາງ​ເຄື່ອນ​ໄຫວ​ຂອງ​ສື່​ຈາກ​ສູນ​ກາງຄັ້ງ​ນີ້ ປະ​ກອບ​ມີ ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ ໂທ​ລ​ະ​ພາບ ປ​ກ​ສ ໜັງ​ສື​ພິມ​ເສດ​ຖະ​ກິດ-ສັງ​ຄົມ ໜັງ​ສື​ພິມ​ວຽງ​ຈັນ​ໃໝ່ ວິ​ທະ​ຍຸ​ນະ​ຄອນຫຼວງວຽງ​ຈັນ ແລະ ສູນ​ກາງ​ແນວ​ລາວ​ສ້າ​ງ ເຊິ່ງ​ນຳ​ພາ​ໂດຍສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໂດຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ອົງ​ກ​ານ Unicef.

error: Content is protected !!