ຄະນະນັກກີລາບານເຕະທີມຊາດລາວ ເດີນທາງຮອດປະເທດບຣູໄນ

   ຄະນະທັບນັກກີລາບານເຕະທີມຊາດລາວ ຊຸດໃຫຍ່ ເດີນທາງຮອດປະເທດບຣູໄນ  ເປັນທີ່ຮຽບຮ້ອຍໃນຕອນເຊົ້າຂອງວັນທີ 22 ກັນຍາ 2022 ນໍາໂດຍທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານສະຫະພັນບານເຕະແຫ່ງຊາດ ພ້ອມດ້ວຍຄະນະນໍາ ຄະນະຄູເຝິກ ແລະ ນັກເຕະທີມຊາດລາວຊຸດໃຫຍ່ ແລະ ມີຕາງໜ້າຈາກສະຫະພັນບານເຕະບຣູໄນ ມາຕ້ອນຮັບຢ່າງອົບອຸ່ນ.

    ການເດີນທາງໄປປະເທດບຣູໄນ ຄັ້ງນີ້ ເພື່ອເຂົ້າຮ່ວມແຂ່ງຂັນບານເຕະລາຍການ FIFA DAY ເກັບຄະແນນອັນດັບໂລກ (ຟີຟາ ແຣງກີ້ງ) ພ້ອມເປັນການທົດສອບກ່ອນລຸຍບານເຕະ AFF Mitsubishi Electric Cup 2022 ທ້າຍປີນີ້ ອີກດ້ວຍ.

    ສໍາລັບຕາຕະລາງແຂ່ງຂັນຂອງທີມຊາດລາວ ຈະລົງແຂ່ງຂັນ 2 ນັດ ຄື:

  • ໃນວັນທີ 24 ກັນຍາ 2022 ເວລາ 16:00 ໂມງ ທີມຊາດລາວ ພົບ ທີມຊາດມານດິບ
  • ວັນທີ 27 ກັນຍາ 2022 ເວລາ 16:00 ໂມງ ທີມຊາດບຣູໄນ ພົບກັບ ທີມຊາດລາວ

    ໂດຍທຸກໆນັດ ແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex ໃນເມືອງ Bandar Seri Begawan ປະເທດບຣູໄນ.

# ຂ່າວ – ພາບ : ສີພອນ

error: Content is protected !!