ADB ປັບຫຼຸດຄາດຄະເນອັດຕາການເຕີບໂຕເສດຖະກິດຂອງອາຊີ-ປາຊີຟີກລົງ

    ເນື່ອງຈາກຄວາມສ່ຽງທົ່ວໂລກເພີ່ມຂຶ້ນ ທະນາຄານາພັດທະນາອາຊີ (ADB) ໄດ້ປັບຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດຂອງປະເທດອາຊີ ແລະ ປາຊີຟິກ ກໍາລັງພັດທະນາລົງອີກຄັ້ງ ທ່າມກາງສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນ ເຊິ່ງລວມທັງການເພີ່ມທະວີການຮັດກຸມທາງດ້ານເງິນຕາໂດຍທະນາຄານກາງ ອັນເປັນຜົນກະທົບຈາກຄວາມຂັດແຍ່ງລະຫວ່າງອູແກຣນ-ຣັດເຊຍທີ່ແກ່ຍາວ ແລະ ສະພາບການຫັນກັບມາປິດເມືອງອີກຄັ້ງ ເນື່ອງຈາກການແຜ່ລະບາດພະຍາດໂຄວິດ-19 ໃນ ສປ ຈີນ.

    ອີງຕາມການປັບປຸງການຄາດຄະເນການພັດທະນາຂອງອາຊີ 2022 ເຜີຍແຜ່ວັນທີ 21 ຜ່ານມາໃຫ້ຮູ້ວ່າ: ເສດຖະກິດຂອງພາກພື້ນ ຄາດວ່າຈະເຕີບໂຕທີ່ 4,3% ໃນປີນີ້ ເມື່ອທຽບກັບການຄາດຄະເນຂອງ ADB ໃນເດືອນເມສາທີ່ຜ່ານມາ ຂອງການເຕີບໂຕທີ່ 5,2% ການຄາດຄະເນອັດຕາການເຕີບໂຕຂອງປີໜ້າ ຈະຫຼຸດລົງມາທີ່ 4,9% ຈາກທີ່ໄດ້ຄາດໄວ້ທີ່ 5,3% ໃນຂະນະທີ່ອັດຕາເງິນເຟີ້ຂອງພາກພື້ນ ຄາດວ່າຈະເພີ່ມຂຶ້ນສູງ ນອກຈາກປະເທດ ສປ ຈີນ ສ່ວນທີ່ເຫຼືອບັນດາປະເທດກໍາລັງພັດທະນາໃນອາຊີ ຄາດວ່າຈະເຕີບໂຕທີ່ 5,3% ໃນປີ 2022 ແລະ ປີ 2023. ການໃຊ້ຈ່າຍ ແລະ ການລົງທຶນຂອງຜູ້ບໍລິໂພກພາຍໃນປະເທດ ແມ່ນພວມຊຸກຍູ້ການເຕີບໂຕ ເນື່ອງຈາກເສດຖະກິດຂອງບັນດາປະເທດຕ່າງໆໃນພາກພື້ນ ຍັງພວມສືບຕໍ່ຜ່ອນຜັນມາດຕະການຂໍ້ຈຳກັດຕໍ່ການແຜ່ລະບາດຂອງພະຍາດ ສ່ວນໜຶ່ງຍ້ອນການສົ່ງເສີມການສັກຢາປ້ອງກັນ ແລະ ອັດຕາການຕາຍຈາກພະຍາດໂຄວິດ-19 ຫຼຸດລົງ ເຖິງຢ່າງໃດກໍຕາມ ການຮຸກຮານຕໍ່ເນື່ອງໃນປະເທດອູແກຣນ ໄດ້ເພີ່ມທະວີຄວາມບໍ່ແນ່ນອນໃນທົ່ວໂລກ ການຮັດກຸມທາງດ້ານເງິນຕາທີ່ເຄັ່ງຂຶ້ນໂດຍທະນາຄານກາງສະຫະລັດ ແລະ ທະນາຄານກາງເອີຣົບ ພວມບັ່ນທອນຄວາມຕ້ອງການໃນທົ່ວໂລກ ແລະ ພວມສ້າງຄວາມກັງວົນໃຈໃນຕະຫຼາດການເງິນ ໃນຂະນະດຽວກັນ ການລະບາດຂອງພະຍາດໂຄວິດ-19 ແລະ ການປິດເມືອງຮອບໃໝ່ ໄດ້ເຮັດໃຫ້ການເຕີບໂຕຂອງ ສປຈີນ ເຊິ່ງເປັນປະເທດທີ່ີມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງພາກພື້ນຊ້າລົງ.

    ທ່ານ ອັລເບີດ ພາກຄ໌ ຫົວໜ້ານັກເສດຖະສາດຂອງ ADB ກ່າວວ່າ: ປະເທດກຳລັງພັດທະນາໃນອາຊີ ສືບຕໍ່ຟື້ນໂຕ ແຕ່ວ່າຄວາມສ່ຽງກໍຍັງມີສູງຢູ່ ແລະ ອັດຕາການເຕີບໂຕຂອງເສດຖະກິດໂລກທີ່ຫຼຸດລົງຫຼາຍ ຈະເຮັດໃຫ້ຄວາມຕ້ອງການໃນການສົ່ງອອກຂອງພາກພື້ນບົກຜ່ອງຢ່າງໜັກໜ່ວງ ການຮັດກຸມທາງດ້ານເງິນຕາທີ່ເຄັ່ງຂຶ້ນກວ່າທີ່ຄາດໄວ້ໃນບັນດາປະເທດເສດຖະກິດທີ່ກ້າວໜ້າ ອາດຈະພາໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານການເງິນ ແລະ ການຂະຫຍາຍຕົວໃນປະເທດ ສປ ຈີນ ປະເຊີນກັບສິ່ງທ້າທາຍຈາກການປິດເມືອງຮອບໃໝ່ ແລະ ຂະແໜງ ອະສັງຫາລິມະຊັບທີ່ອ່ອນແອ ລັດຖະບານໃນປະເທດອາຊີກຳລັງພັດທະນາ ຕ້ອງມີຄວາມລະມັດລະວັງຕໍ່ຄວາມສ່ຽງເຫຼົ່ານີ້ ແລະ ດຳເນີນບັນດາບາດກ້າວທີ່ຈຳເປັນ ເພື່ອຄວບຄຸມອັດຕາເງິນເຟິ້ ໂດຍທີ່ບໍ່ເຮັດໃຫ້ການເຕີບໂຕຊ້າລົງ. ບັນດາປະເທດເສດຖະກິດກ້າວໜ້າທີ່ສຳຄັນຂອງໂລກ ຄາດວ່າຈະເຕີບໂຕທີ່ 1,9% ໃນປີ 2022 ແລະ 1,0% ໃນປີ 2023 ຊ້າກ່ວາທີ່ໄດ້ຄາດຄະເນໄວ້ໃນຕົ້ນປີນີ້ ອັດຕາເງິນເຟິ້ສູງຂຶ້ນ ໄດ້ກະຕຸ້ນໃຫ້ປະເທດສະຫະລັດ ແລະ ເຂດເອີຣົບ ປະຕິບັດນະໂຍບາຍເງິນຕາທີ່ເຄັ່ງຄັດ ຄວາມຕ້ອງການໃນບັນດາປະເທດເສດຖະກິດເຫຼົ່ານີ້ຫຼຸດລົງ ເຊິ່ງຍັງຄົງສືບຕໍ່ໄດ້ຮັບຜົນກະທົບຈາກການຂັດຂວາງຕ່ອງໂສ້ຂອງການສະໜອງ ແລະ ຄວາມບໍ່ແນ່ນອນຈາກການຮຸກຮານໃນປະເທດອູແກຣນ.

    ADB ໄດ້ເພີ່ມການຄາດຄະເນຕໍ່ອັດຕາເງິນເຟີ້ໃນອາຊີກຳລັງພັດທະນາໃນປີນີ້ທີ່ 4,5% ຈາກການຄາດຄະເນກ່ອນໜ້າທີ່ 3,7% ການຄາດຄະເນສຳລັບປີໜ້າ ແມ່ນອັດຕາ 4,0% ເພີ່ມຂຶ້ນຈາກອັດຕາ 3,1% ໃນຂະນະທີ່ອັດຕາເງິນເຟີ້ໃນພາກພື້ນນີ້ຍັງຕໍ່າກ່ວາພາກພື້ນອື່ນ ການຂັດຂວາງການສະໜອງຍັງສືບຕໍ່ຍູ້ລາຄາອາຫານ ແລະ ລາຄານໍ້າມັນເຊື້ອໄຟໃຫ້ສູງຂຶ້ນ. ການຄາດຄະເນອັດຕາການເຕີບໂຕຂອງປະເທດ ສປ ຈີນ ສໍາລັບປີນີ້ ໄດ້ປັບຫຼຸດລົງມາທີ່ 3,3% ຈາກການຄາດຄະເນໄວ້ຢູ່ທີ່ 5,0% ໃນເດືອນເມສາ ນີ້ຈະເປັນປີທໍາອິດໃນຫຼາຍກວ່າ 3 ທົດສະວັດ ໃນສ່ວນທີ່ເຫຼືອແມ່ນປະເທດໃນອາຊີກຳລັງພັດທະນາ ຈະເຕີບໂຕໄວກວ່າປະເທດ ສປ ຈີນ ການຄາດຄະເນອັດຕາການເຕີບໂຕຂອງອິນເດຍ ໄດ້ປັບຫຼຸດລົງມາທີ່ 7,0% ຈາກ 7,5% ຍ້ອນອັດຕາເງິນເຟີ້ສູງກວ່າທີ່ໄດ້ຄາດຄະເນໄວ້ ປະກອບກັບຄວາມເຄັ່ງຕຶງທາງດ້ານເງິນຕາ. ຄວາມຕ້ອງການພາຍໃນປະເທດທີ່ແຂງແຮງຂອງອິນໂດເນເຊຍ ແລະ ຟີລິບປິນ ແມ່ນໄດ້ປະກອບສ່ວນເຂົ້າໃນການປັບປຸງອັດຕາການຄາດຄະເນການຂະຫຍາຍຕົວທີ່ 5,1% ໃນປີນີ້ ສໍາລັບອາຊີຕາເວັນອອກສຽງໃຕ້ ເຖິງແມ່ນວ່າສະພາບການທີ່ມອງເຫັນເຖິງຄວາມຕ້ອງການໃນທົ່ວໂລກຈະຫຼຸດລົງຕື່ມອີກ ຈະໄດ້ນໍາໄປສູ່ການປັບຫຼຸດລົງການຄາດຄະເນສໍາລັບປີໜ້າ ການຄາດຄະເນສໍາລັບປີ 2022 ຍັງໄດ້ມີການປັບໃຫ້ສູງຂຶ້ນ ສໍາລັບບັນດາປະເທດໃນແຖບອາຊີກາງ ເຊິ່ງຄາດວ່າຈະເຕີບໂຕທີ່ອັດຕາ 3,9% ໃນປີນີ້ ສໍາລັບເສດຖະກິດຂອງປາຊີຟິກ ຄາດວ່າຈະເຕີບໂຕທີ່ 4,7% ເນື່ອງຈາກການທ່ອງທ່ຽວຍັງສືບຕໍ່ຟື້ນໂຕກັບມາຈາກການລະບາດພະຍາດໂຄວິດ-19.

ຂ່າວ-ພາບ: ADB

error: Content is protected !!