ການສະໜອງຢຸດສະງັກ ລາຄາສິນຄ້າສູງຂຶ້ນ ເຮັດໃຫ້ການຟື້ນໂຕທາງດ້ານເສດຖະກິດຂອງ ສປປ ລາວ ຊັກຊ້າ

      ອີງຕາມບົດລາຍງານທະນາຄານ​ພັດທະນາ​ອາຊີ (ADB) ເປີດເຜີຍວັນທີ 21 ກັນຍາ 2022 ​ໃຫ້​ຮູ້​ວ່າ: ການ​ຟື້ນ​ໂຕທາງດ້ານ​ເສດຖະກິດ​ຂອງ​ປະເທດ ສປປ ລາວ ຄາດ​ວ່າ​ຈະ​ຊ້າ​ກວ່າ​ທີ່ໄດ້ຄາດ​ຄະ​ເນໄວ້​ໃນ​ເດືອນ ເມສາ 2022 ຍ້ອນ​ການ​ຂາດ​ເຂີນຂອງ​ການ​ສະໜອງ ​ແລະ ລາຄາ​ສິນຄ້າ​ທີ່​ເພີ່ມ​ສູງຂຶ້ນ ​ເຊິ່ງໄດ້​ເຮັດ​ໃຫ້​ເກີດຄວາມ​ກົດ​ດັນ​ແກ່ເງິນ​ເຟີ້​ເພີ່ມ​ຂຶ້ນ.

     ບົດລາຍງານການຄາດ​ຄະ​ເນ​ການ​ພັດ​ທະ​ນາຂອງ​ອາ​ຊີ 2022 ສະບັບປັບປຸງ ໄດ້ປັບ​ຫຼຸດ​ອັດຕາການ​ຄາດ​ຄະ​ເນ​ການ​ເຕີບ​ໂຕໂດຍລວມ ຂອງ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ໃນ​ປີ 2022 ລົງ​ມາທີ່ 2,5% ຈາກ​ການຄາດ​ຄະ​ເນໄວ້​ກ່ອນ​ໜ້າ​ນີ້ທີ່ 3,4% ແລະ ປັບລົງມາທີ່ 3,5% ຈາກ 3,7% ສໍາລັບປີ 2023 ທຸລະກິດສ່ວນໃຫຍ່ ໄດ້ກັບ​ຄືນສູ່​ສະພາບການ​ດຳ​ເນີນ​ງານ​ເປັນ​ປົກ​ກະ​ຕິ​ໃນ​ເຄິ່ງ​ປີ​ທຳ​ອິດ ນັກ​ທ່ອງ​ທ່ຽວ​ສາ​ກົນ​ໄດ້​ເລີ່ມເຂົ້າມາ​ເພີ່ມ​ຂຶ້ນ ​ ເຖິງແນວ​ໃດ​ກໍ​ດີ ລາຄາ​ທີ່​ມີການຜັນ​ແປ ໂດຍ​ສະ​ເພາະ​ລາຄານໍ້າມັນ ​ໄດ້ເຮັດໃຫ້​ຄ່າ​ຄອງ​ຊີບ​ເພີ່ມສູງຂຶ້ນ ສົ່ງ​ຜົນ​ໃຫ້​ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ​ຫຼຸດ​ລົງ ການເພີ່ມຂຶ້ນກະທັນຫັນຂອງລາຄາປຸຍ ອາຫານສັດ ອາຫານ ແລະ ນໍ້າມັນເຊື້ອໄຟ ໄດ້ຂັດຂວາງກິດຈະກໍາທາງດ້ານກະສິກໍາ ແລະ ການຜະລິດ ເຊິ່ງທ່າ​ອ່ຽງ​ເຫຼົ່າ​ນີ້​ ເຮັດ​ໃຫ້​ເສດຖະກິດ​ຟື້ນ​ໂຕ​ຊ້າ​ລົງ.

     ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ​​ ສປປ ລາວ ກ່າວວ່າ: “ລາຄາທີ່ສູງຂຶ້ນ ພວມຂົ່ມຂູ່ຕໍ່ຄວາມສະຫວັດດີພາບຂອງບັນດາຄົວເຮືອນໃນ ສປປ ລາວ ໂດຍສະເພາະ ຄອບຄົວທີ່ທຸກຍາກ ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການຂອງຄອບຄົວ”  ບັນຫານີ້​ ພວມ​ສ້າງ​ສິ່ງ​ທ້າ​ທາຍ​ບໍ່​ພຽງ​ແຕ່​ໃຫ້​ປະ​ຊາ​ຊົນ​ເທົ່າ​ນັ້ນ ແຕ່ຍັງຕໍ່ກັບການ​ເງິນຂອງ​ພາກ​ລັດ​ອີກ​ດ້ວຍ ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ດີ ໄປພ້ອມ​ກັບ​ການ​ແຊກ​ແຊງ​  ເພື່ອ​ປົກ​ປ້ອງ​ກຳ​ລັງ​ຊື້  ແມ່ນ​ຈຳ​ເປັນ​ເພື່ອ​ຟື້ນ​ຄວາມ​ໝັ້ນ​ໃຈ​ຂອງ​ຕະ​ຫຼາດ.”

    ອັດຕາ​ເງິນ​ເຟີ້ໃນ​ເດືອນ​ສິງຫາ ​ຂຶ້ນຢູ່​ລະດັບ​ສູງ​ສຸດ​ໃນ​ຮອບ 22 ປີທີ່ 30,0% ເຊິ່ງອັດຕາ​ເງິນ​ເຟີ້ສະເລ່ຍ​ແມ່ນ 15,5% ​ໃນ 8 ​ເດືອນ​ທຳ​ອິດຂອງປີ ລາຄານໍ້າມັນເຊື້ອໄຟທີ່ຖືກຄຸ້ມຄອງ ໄດ້ເພີ່ມຂຶ້ນ 13 ເທົ່າຈາກເດືອນມັງກອນຫາເດືອນກັນຍາ ເຊິ່ງເຮັດໃຫ້ລາຄານໍ້າມັນກາຊວນເພີ່ມຂຶ້ນ 90,3% ແລະ ລາຄານໍ້າມັນແອັດຊັງເພີ່ມຂຶ້ນ 62,3% ຄຽງຄູ່ກັນນັ້ນ ຄ່າເງິນກີບຫຼຸດລົງ 1/3 ເມື່ອທຽບກັບເງິນໂດລາສະຫະລັດ ແລະ ເງິນບາດໄທ ນັບແຕ່ເດືອນມັງກອນຫາເດືອນສິງຫາ ຄາດ​ຄະ​ເນ​ວ່າ ອັັດຕາ​ເງິນ​ເຟີ້​ແມ່ນ​ໄດ້​ຖືກປັບ​ຂຶ້ນ​ສູງ​ຮອດ 17,0% ​ໃນ​ປີ 2022 ເນື່ອງຈາກ​ລາຄາ​ນ້ຳມັນ​ທີ່​ເພີ່ມຂຶ້ນສູງ​ກວ່າ​ທີ່​ຄາດ​ໄວ້ ​ແລະ ການອ່ອນຄ່າ​ລົງຂອງເງິນ​ກີບ​​ກ່ອນ​ທີ່​ຈະ​ຖືກປັບ​ມາທີ່ 4.5%.

    ໃນ​ຂະນະ​ດຽວ​ກັນ ໜີ້​ສິນ​ສາທາລະນະ ແລະ ​ຖືກ​ຄ້ຳປະກັນ​ໂດຍພາກ​ລັດ​ ສ່ວນ​ໃຫຍ່​ແລ້ວແມ່ນສ່ວນທີ່ເປັນຂອງຕ່າງປະເທດ ໄດ້ຮັບລາຍ​ງານ​ຢູ່​ທີ່ລະດັບ 88% ຂອງຈີດີພີ ​ໃນ​ປີ 2021 ​ເພີ່ມ​ຂຶ້ນ​ຈາກ 72% ​ໃນ​ປີ 2020 ເນື່ອງຈາກການ​ກູ້​ຢືມ​ເງິນ​ພາຍ​ໃນ​ປະ​ເທດ​ລະດົມໄດ້​ເພີ່ມຂຶ້ນຈາກ​ການ​ອອກ​ພັນທະບັດ ​ໃນ​ຂະນະ​ທີ່​ຄ່າ​ເງິນ​ໂດ​ລາສະຫະລັດ​ເພີ່ມ​ຂຶ້ນບົນຄວາມອ່ອນແອລົງຂອງສະກຸນເງິນທ້ອງຖິ່ນ ການຜ່ອນຜັນໜີ້ສິນຈາກບັນດາເຈົ້າໜີ້ຫຼາຍແຫ່ງ ສະສົມມູນຄ່າເຖິງ 984 ລ້ານໂດລາສະຫະລັດ ໃນໄລຍະ 2019-2021 ໄດ້ຊ່ວຍຫຼຸດຜ່ອນຄວາມກົດດັນໃນໄລຍະສັ້ນ ການປະສານງານຮ່ວມມືຕໍ່ຄວາມພະຍາຍາມເຫຼົ່ານີ້ ໃນບັນດາເຈົ້າໜີ້ທັງໝົດແມ່ນສໍາຄັນ ສໍາລັບການຫຼຸດຜ່ອນຄວາມສ່ຽງສູງຂອງຄວາມກົດດັນຕໍ່ບັນຫາດ້ານໜີ້ສິນຂອງປະເທດ.

error: Content is protected !!