ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ສຳເລັດການຢ້ຽມຢາມເຮັດວຽກຢູ່ແຂວງໜອງຄາຍ

    ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ (ນວ) ນໍາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມຢາມເຮັດວຽກຢູ່ແຂວງໜອງຄາຍ ໃນວັນທີ 21 ກັນຍາ 2022 ໂດຍການຕ້ອນຮັບຂອງທ່ານ ມົນສິດ ໄພສານທະນະວັດ ເຈົ້າແຂວງໜອງຄາຍ ພ້ອມ ດ້ວຍຄະນະ.

    ການເດີນທາງຄັ້ງນີ້ ທາງຄະນະໄດ້ເຂົ້າຮ່ວມກອງປະຊຸມ ພ້ອມຮ່ວມລົງນາມສອງຝ່າຍ ຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ນວ – ແຂວງໜອງຄາຍ ຄັ້ງທີ່ 13 ຢູ່ໂຮງແຮມຣໍຢັລນາຄາຣາ ແລະ ຄອນເວນຊັ່ນເຊັນເຕີ.

    ຈາກນັ້ນ ທ່ານເຈົ້າແຂວງໜອງຄາຍ ໄດ້ນໍາພາຄະນະເດີນທາງໄປຢ້ຽມຢາມໜ່ວຍບໍລິການດ້ານສາທາລະນະສຸກ ເພື່ອປຶກສາຫາລືການຮ່ວມມືດ້ານສາທາລະນະສຸກຂອງສອງຝ່າຍ ຢູ່ໂຮງໝໍໜອງຄາຍ ໂດຍມີຄະນະຜູ້ບໍລິຫານໂຮງໝໍໃຫ້ການຕ້ອນຮັບ ພ້ອມລາຍງານສະພາບໂດຍລວມກ່ຽວກັບການເຄື່ອນ ໄຫວວຽກງານຂອງໂຮງໝໍ ໃຫ້ທາງຄະນະໄດ້ຮັບຊາບ ແລະ ເວລາຕໍ່ມາ ໄດ້ໄປຢ້ຽມຢາມຂະແໜງການລ້ຽງສັດຂອງບໍລິສັດ ໄທຍວາກິວ ບີຟ ຈໍາກັດ ຢູ່ບ້ານໝ້ວຍ ເຂດພະທາດບັງພວນ ເມືອງໜອງຄາຍ ແລະ ຢ້ຽມຢາມຂະແໜງການກະເສດສະໄໝໃໝ່ ໂດຍການປູກຜັກໄຮໂດໂພນິກສ໌ປອດໄພຈາກສານພິດ ຢູ່ແມ່ໂຈ້ໄຮໂດຣຟາມ ເມືອງທ່າບໍ່ ແຂວງໜອງຄາຍ ນຳອີກ.

    ໃນແຕ່ລະແຫ່ງຂອງການຢ້ຽມຢາມ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທາງຄະນະຮັບຜິດຊອບ ແລະ ເຈົ້າຂອງກິດຈະການ ໃຫ້ການບັນຍາຍກ່ຽວກັບປະສົບການໃນການເຄື່ອນໄຫວກິດຈະການຂອງຕົນ ໃຫ້ທາງຄະນະໄດ້ຮັບຊາບ ພ້ອມກັບການນຳພາຢ້ຽມຊົມສະຖານທີ່ທຳການຜະລິດຕົວຈິງ ສ້າງຄວາມ ສົນໃຈໃຫ້ກັບທາງຄະນະ ພ້ອມກັບການສອບຖາມ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດ ຂອງການເຄື່ອນໄຫວຢ້ຽມຢາມຄັ້ງນີ້ເຕັມໄປດ້ວຍບັນຍາກາດຄຶກຄັກ ປະສົບຜົນສຳເລັດເປັນຢ່າງດີ.

# ຂ່າວ – ພາບ :  ບຸນມີ

error: Content is protected !!