ຮອງລັດຖະມົນຕີກະຊວງ ຜທ ຕ້ອບຮັບເຂົ້າຢ້ຽມຢາມຂອງຄະນະຊ່ຽວຊານ WEF

    ວັນທີ 19 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ນາງ Miranda Andruccioli ຊ່ຽວຊານອົງການເວທີປຶກສາຫາລືເສດຖະກິດໂລກ (WEF) ປະຈຳພາກພື້ນອາຊີ-ປາຊີຟິກ ພ້ອມຄະນະ.

    ການເຂົ້າຢ້ຽມຢາມຂອງຄະນະດັ່ງກ່າວ ເພື່ອເປັນການແນະນຳຕົວ ປຶກສາຫາລືວຽກງານຂົງເຂດບູລິມະສິດດ້ານເສດຖະກິດຂອງ ສປປ ລາວ ແລະ ຊອກຊ່ອງທາງບັນດາທ່າແຮງໃນການຮ່ວມມືລະຫວ່າງ ສປປ ລາວ ແລະ WEF ໃນຕໍ່ໜ້າ.

    ອົງການເວທີເສດຖະກິດໂລກ (World Economic Forum) ເປັນອົງການສາກົນອິດສະຫຼະທີ່ບໍ່ຫວັງຜົນກຳໄລຂອງສະວິດ ມີຈຸດປະສົງເພື່ອປັບປຸງສະພາບຂອງໂລກ ໂດຍການມີສ່ວນຮ່ວມຂອງຜູ້ນຳທາງດ້ານທຸລະກິດ ການເມືອງ ສະຖາບັນ ແລະ ຜູ້ນຳທາງດ້ານສັງຄົມຕ່າງໆ ເພື່ອທີ່ຈະກຳນົດຮູບຮ່າງຂອງໂລກ ພາກພື້ນ ແລະ ອຸດສາຫະກຳ ເຊິ່ງເວທີນີ້ ແມ່ນເປັນທີ່ຮູ້ຈັກກັນດີ ເນື່ອງຈາກຈະມີກອງປະຊຸມປະຈຳປີຈັດຂຶ້ນທຸກໆປີ ທີ່ເມືອງດາວອສ ປະເທດສະວິດ ກອງປະຊຸມດັ່ງກ່າວ ຈະເປັນການເຕົ້າໂຮມບັນດາຜູ້ນຳສູງສຸດຈາກພາກລັດຖະບານ ຜູ້ນຳທາງດ້ານທຸລະກິດ ການເມືອງ ປັນຍາຊົນ ແລະ ສື່ມວນຊົນ ເພື່ອປຶກສາຫາລືກ່ຽວກັບບັນຫາສຳຄັນ ເຄັ່ງຕຶງ ທີ່ໂລກກຳລັງຜະເຊີນຢູ່ ລວມໄປເຖິງດ້ານສຸຂະພາບ ແລະ ສິ່ງແວດລ້ອມອີກດວ້ຍ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!