ທ່ານຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມແຂວງເຊກອງ.

   ວັນທີ 21 ກັນຍາ 2022 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມແຂວງເຊກອງ ໃຫ້ກຽດຕ້ອນຮັບໂດຍທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ ເຈົ້າແຂວງເຊກອງ ພ້ອມພະນັກງານການນໍາຫຼັກແຫຼ່ງຂັ້ນແຂວງ ເຈົ້າເມືອງ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

    ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍລົງເລິກກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີ 2022 ໂດຍສະເພາະ ການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ການສົ່ງເສີມການຜະລິດສິນຄ້າສົ່ງອອກ ການຄຸ້ມຄອງຮ້ານແລກປ່ຽນ ແລະ ອັດຕາແລກປ່ຽນ ການແກ້ໄຂບັນຫາເງິນເຟີ້ ການຄຸ້ມຄອງລາຍຈ່າຍ ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນຢູ່ທ້ອງຖິ່ນ ການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ການຜັນຂະຫຍາຍ 2 ວາລະແຫ່ງຊາດ ການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ແລະ ມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ແມ່ນການສັກວັກຊີນໃຫ້ເດັກນ້ອຍກຸ່ມເປົ້າໝາຍ.

    ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາຫຼັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງທຸກຂັ້ນ ສືບຕໍ່ເຝົ້າລະວັງ ຄວບຄຸມ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ການສັກວັກຊີນໃຫ້ກຸ່ມເປົ້າໝາຍ ໃຫ້ບັນລຸເປົ້າໝາຍ ອຳນາດການປົກຄອງທຸກຂັ້ນ ບັນດາພະແນກການ ອົງການ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເປັນຕົ້ນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ອື່ນໆ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!