ຄວາມຄືບໜ້າຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ສໍາເລັດແລ້ວຫຼາຍກວ່າ 50%

    ວັນທີ 21 ກັນຍາ 2022 ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຄະນະກໍາມະການຊີ້ນໍາລວມ ພິທີວາງສີລາລຶກໄຂການກໍ່ສ້າງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບດັ່ງກ່າວ ທີ່ແຂວງບໍລິຄໍາໄຊ ເພື່ອກະກຽມໃຫ້ແກ່ພິທີວາງສີລາລຶກໂຄງການດັ່ງກ່າວ ທີ່ຈະມີຂຶ້ນໃນມໍ່ໆນີ້.

    ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການ ແລະ ການກະກຽມດ້ານຕ່າງໆໃນການຈັດພິທີວາງສີລາລຶກ ຈາກທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນນາມຄະນະຮັບຜິດຊອບໂຄງການ ຊຶ່ງເຫັນວ່າມີຄວາມຄືບໜ້າຫຼາຍສົມຄວນ ແລະ ບາງໜ້າວຽກກໍເຮັດສໍາເລັດລື່ນຄາດໝາຍ ໃນກອງປະຊຸມຄັ້ງນີ້ ຍັງມີທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ສາມາດຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມຄາດໝາຍເປັນກ້າວໆມາ ຊຶ່ງພາຍຫຼັງສໍາເລັດໂຄງການ ແລະ ໄຂການນໍາໃຊ້ຢ່າງເປັນທາງການ ກໍຈະເປັນທ່າແຮງອັນໃໝ່ໃນການກະຕຸກຊຸກຍູ້ເສດຖະກິດໂດຍລວມຂອງ ສປປ ລາວ ກໍຄືຊຸກຍູ້ການຍົກລະດັບການພົວພັນ ແລະ ຮ່ວມມືເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ຂອງສອງປະເທດ.

    ໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ເດີນທາງຢ້ຽມຢາມລາຊະອານາຈັກໄທຢ່າງເປັນທາງການ ໃນວັນທີ 01-02 ມິຖຸນາ 2022 ຜ່ານມາ ພ້ອມດຽວກັນນັ້ນ ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ສືບຕໍ່ກະກຽມຄວາມພ້ອມໃນວຽກງານດ້ານຕ່າງໆໃຫ້ແກ່ການຈັດພິທີວາງສີລາລຶກໂຄງການດັ່ງກ່າວ ທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນຕຸລາ 2022 ໂດຍສະເພາະ ແມ່ນ ວາລະຕ່າງໆຂອງພິທີ ດ້ານພິທີການ ສະຖານທີ່ ແລະ ການປ້ອງກັນຄວາມສະຫງົບ ເປັນຕົ້ນ. ນອກຈາກນີ້ ທ່ານຍັງໄດ້ລົງຕິດຕາມກວດກາສະຖານທີ່ກໍ່ສ້າງ ແລະ ສະຖານທີ່ຈັດພິທີວາງສີລາລຶກຕົວຈິງຕື່ມອີກ. ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມດໍາເນີນການກໍ່ສ້າງນັບແຕ່ເດືອນມັງກອນ 2021 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2024. ມາຮອດປັດຈຸບັນ ການກໍ່ສ້າງໂຄງການດັ່ງກ່າວຢູ່ເບື້ອງລາວແມ່ນສໍາເລັດແລ້ວຫຼາຍກວ່າ 50%.

error: Content is protected !!