ເຮືອນຂອງຂ້ອຍ Your Profile Your Home ຊ່ວຍໃຫ້ສາມາດຄວບຄຸມການຕັ້ງຄ່າຄວາມເປັນສ່ວນຕົວ

    ໃນວັນທີ 22 ກັນຍາ 2022 ເມຕາ (Meta) ໄດ້ເປີດນຳໃຊ້ເວັບໄຊ #ເຮືອນຂອງຂ້ອຍ (Your Profile Your Home) ເຊິ່ງຈະຊ່ວຍໃຫ້ຜູ້ທີ່ຊົມໃຊ້ເມຕາ ຫຼື ເຟສບຸກ ສາມາດຮຽນຮູ້ຜ່ານເຮືອນຂອງຂ້ອຍ ດ້ວຍການຫຼີ້ນ ແລະ ສຶກສາດ້ວຍຕົນເອງກ່ຽວກັບວິທີການກຳນົດຕົວຕົນຢູ່ໃນລະບົບອອນລາຍ ໂດຍຜ່ານການຕັ້ງຄ່າ ແລະ ຄວບຄຸມຄວາມເປັນສ່ວນຕົວ.

    ເລີ່ມແຕ່ມື້ນີ້ເປັນຕົ້ນໄປ ຜູ້ຊົມໃຊ້ເມຕາ ຫຼື ເຟສບຸກ ສາມາດເຂົ້າເວັບໄຊ ທີ່ມີຊື່ວ່າ #ເຮືອນຂອງຂ້ອຍ ເປັນປະສົບການທາງດີຈີຕອນທີ່ທຸກຄົນສາມາດສຳຜັດໄດ້ ເປີດນຳໃຊ້ຜ່ານເວັບໄຊທີ່ເປັນພາສາລາວ yourhome.fb.com/Laos.ຜູ້ຊົມໃຊ້ ຈະໄດ້ສຳຜັດປະສົບການດັ່ງກ່າວຜ່ານການຫຼິ້ນ ປັບແຕ່ງເຮືອນແບບອອນລາຍຂອງຕົນເອງ ເຊິ່ງປຽບເໝືອນປະສົບການຄວາມເປັນສ່ວນຕົວ ສາມາດເຂົ້າມາທົດລອງຮຽນຮູ້ທີ່ເວັບໄຊດັ່ງກ່າວ ເພື່ອນຳເອົາປະສົບການການຮຽນຮູ້ດັ່ງກ່າວມາຊົມໃຊ້ໃຫ້ເກີດປະໂຫຍດ ພ້ອມນັ້ນ ທຸກທ່ານສາມາດເຂົ້າມາຢ້ຽມຊົມຫ້ອງວາງສະແດງຂອງແຄມເປນ #ເຮືອນຂອງຂ້ອຍ ເພື່ອຮຽນຮູ້ເພີ່ມເຕີມ ແລະ ທ່ານຍັງຈະໄດ້ຮັບຂອງທີ່ລະນຶກຈາກ Meta ອີກດ້ວຍ ຫ້ອງວາງສະແດງດັ່ງກ່າວ ໄດ້ເປີດໃນວັນທີ 22-23 ກັນຍາ (ວັນພະຫັດ – ວັນສຸກ) ນີ້ທີ່ ສູນການຄ້າ ພາກຊັນ ຊັ້ນ 1.

error: Content is protected !!