ແມ່ຍິງຖືພາ ແລະ ຫຼັງເກີດລູກ ຕ້ອງກິນອາຫານໃຫ້ພຽງພໍ ເພື່ອໃຫ້ມີສຸຂະພາບແຂງແຮງ

   ລັດຖະບານລາວ ກໍຄືກະຊວງສາທາລະນະສຸກຍາມ ຍາມໃດກໍ່ຖືສໍາຄັນທີ່ສຸດຕໍ່ການຫຼຸດຜ່ອນອັດຕາການຕາຍຂອງແມ່ແລະ ເດັກໃນໄລຍະທີ່ຖືພາ ແລະ ເກີດລູກ ໂດຍສະເພາະ ໄລຍະຖືພາ ແລະ ການໃຫ້ນົມລູກ ເຊິ່ງເປັນໄລຍະທີ່ແມ່ຍິງຕ້ອງໃສ່ໃຈກ່ຽວກັບອາຫານການກິນເປັນພິເສດ ແມ່ຖືພາຕ້ອງການອາຫານບໍ່ພຽງແຕ່ສໍາລັບລາວຄົນດຽວ ແຕ່ລວມທັງສໍາລັບລູກອ່ອນທີ່ກໍາລັງເຕີບໂຕໃນມົດລູກນໍາດ້ວຍ ເພາະໄລຍະນີ້ ການເຕີບໂຕຂອງລູກອ່ອນແມ່ນຂຶ້ນກັບການດູແລສຸຂະພາບ ແລະ ການກິນອາຫານຂອງຜູ້ເປັນແມ່ ໂດຍສະເລ່ຍແລ້ວ ແມ່ຖືພາຈະມີນໍ້າໜັກເພີ່ມຂຶ້ນ 10-12 ກິໂລ ເຊິ່ງຈະລວມທັງນໍ້າໜັກຂອງລູກໃນທ້ອງເຊັ່ນດຽວກັນ ນອກນີ້ ໃນໄລຍະທີ່ໃຫ້ນົມລູກ ແມ່ກໍຕ້ອງກິນອາຫານໃຫ້ພຽງພໍ ແລະ ມີປະໂຫຍດທີ່ດີທາງດ້ານໂພຊະນາການ ເພື່ອມີນໍ້ານົມໃຫ້ລູກໄດ້ກິນ ແລະ ລູກຈະເຕີບໂຕຢ່າງແຂງແຮງ ມີສຸຂະພາບທີ່ດີໃນໄລຍະທີ່ກິນນົມແມ່ ຖ້າແມ່ບໍ່ໃສ່ໃຈສຸຂະພາບກິນອາຫານບໍ່ມີປະໂຫຍດ ກໍຈະສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງລູກໃນທ້ອງ ແລະ ເຮັດໃຫ້ເດັກທີ່ເກີດມາມີນໍ້າໜັກຕໍ່າ ແລະ ສ່ຽງຕໍ່ພາວະຂາດສານອາຫານ .

    ທ່ານ ສົມຍົດ ສີສົມບັດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງເຊໂປນ ແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ:ໂພຊະນາການມີຄວາມສໍາຢ່າງຍິ່ງຕໍ່ແມ່ຍິງຖືພາ  ໂດຍສະເພາະ ສານອາຫານທີ່ມີປະໂຫຍດ ແມ່ຜູ້ດຽວກິນອາຫານເຄິ່ງໜຶ່ງ ແຕ່ຖ້າຖືພາ ກໍຕ້ອງກິນອາຫານເພີ່ມເຄິ່ງໜຶ່ງເພື່ອລູກໃນທ້ອງໄດ້ຮັບສານອາຫານທີ່ພຽງພໍໃນການຈະເລີນເຕີບໂຕ ເຖິງວ່າໄລຍະຜ່ານມາ ລັດຖະບານລາວຮ່ວມກັບ unicef ແລະ ອົງການຈັດຕັ້ງສາກົນອື່ນໆ ໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ເຂົ້າໃສ່ວຽກງານໂພຊະນາການສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍຢູ່ເຂດຊົນນະບົດຫຼາຍແຂວງໃນທົ່ວປະເທດກໍຕາມ ແຕ່ສັງເກດເຫັນວ່າ ຍັງມີປະຊາຊົນບັນດາເຜົ່າຈໍານວນບໍ່ໜ້ອຍ ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານໂພຊະການ ອາດຈະຍ້ອນຄວາມທຸກຍາກຂາດເຂີນ ຫຼື ການບໍ່ຮູ້ໜັງສື ແລະ ຮີດຄອງປະເພນີການກິນ ກໍເປັນສິ່ງໜຶ່ງທີ່ເຮັດໃຫ້ແມ່ຍິງຊົນເຜົ່າໃນເຂດຊົນນະບົດຂອງລາວຂາດສານອາຫານໃນເວລາຖືພາ ນອກນີ້ ການມີລູກຫຼາຍຄົນ ແລະ ຂາດສຸຂະສຶກສາທີ່ດີ ກໍພາໃຫ້ສ່ຽງຕໍ່ການເສຍຊີວິດຂອງແມ່ ແລະ ລູກໄດ້.

    ນາງ ນວນ ອາຍຸ 33 ປີ ປະຊາຊົນບ້ານອາລາງໃຫຍ່ ເມືອງເຊໂປນ ຖືພາລູກຄົນທີ 5 ໃຫ້ຮູ້ຕື່ມວ່າ: ຕອນຖືພາລູກແຕ່ລະຄົນ ກໍກິນຜັກທີ່ເກີດຕາມທໍາມະຊາດເປັນສ່ວນໃຫຍ່ ເປັນຕົ້ນ: ໜໍໄມ້ ບາງເທື່ອກໍກິນປາ ໄກ່ ແລະ ນາງ ເຮືອງ ອາຍຸ 27 ປີ ບ້ານອາລາງໃຫຍ່ ຖືພາລູກຄົນທີ 3 ໃຫ້ຮູ້ອີກວ່າ: ຕອນຢູ່ກໍາ ລາວກິນຜັກທໍາມະຊາດເປັນສ່ວນໃຫຍ່. ດັ່ງນັ້ນວຽກງານສຸຂະສຶກສາໃຫ້ຄວາມຮູ້ແກ່ແມ່ຍິງຖືພາ ແລະ ຫຼັງເກີດລູກ ຈຶ່ງມີຄວາມສໍາຄັນທີ່ສຸດ ຜ່ານມາ ຂະແໜງສາທາລະນະສຸກ ສົມທົບກັບສື່ມວນຊົນທຸກຂະແໜງການ ໄດ້ລົງໂຄສະນາສຸຂະສຶກສາເປັນປະຈໍາ ເພື່ອໃຫ້ປະຊາຊົນບັນດາເຜົ່າຮັບຮູ້ແລະ ເຂົ້າໃຈຕໍ່ຜົນຮ້າຍຈາກການຂາດສານອາຫານ ໂດຍສະເພາະ ການດູແລສຸຂະພາບໃນໄລຍະຖືພາ ແລະ ໃຫ້ນົມລູກພ້ອມທັງແນະນໍາໃຫ້ແມ່ຍິງຄວນໄປຝາກທ້ອງນໍາໂຮງໜໍ ຫຼືສຸກສາລາໃກ້ບ້ານ ເວລາຖືພາ ແມ່ຍິງຄວນກິນທາດເຫຼັກ ບໍລິໂພກເຂົ້າ ຫົວຜັກຊະນິດຕ່າງໆ ສາລີ ໜາກໄມ້ຊະນິດຕ່າງໆ ກິນຊີ້ນ ປາ ໄຂ່ ແລະ ຖົ່ວ ຖ້າເຮົາຫາກປະຕິບັດໄດ້ຄືແນວນີ້ ຈະເຮັດເຮົາມີສຸຂະພາບແຂງແຮງ ລູກນ້ອຍທີ່ເກີດມາ ກໍຈະມີຮ່າງກາຍສົມບູນ ມີພູມຕ້ານທານ ແລະ ມັນສະໜອງທີ່ດີ  

error: Content is protected !!