ໄຟຟ້າຫົງສາ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນເຂດເມືອງຊຽງຮ່ອນ

    ວັນທີ 23 ກັນຍາ 2022 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນເຂດເມືອງຊຽງຮ່ອນ ແຂວງໄຊຍະບູລີ ເປັນເງິນ 20.000.000 ກີບ ທີ່ຫ້ອງວ່າການເມືອງຊຽງຮ່ອນ ມອບໂດຍທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ຮອບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງ ເມືອງຊຽງຮ່ອນ ພ້ອມດ້ວຍຜູ້ຕາງໜ້າກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

     ພ້ອມກັນນີ້ ຄະນະກໍາມະການປ້ອງກັນໄພພິບັດເມືອງຊຽງຮ່ອນ ໄດ້ນໍາພາຄະນະໄຟຟ້າຫົງສາ ຄະນະການນໍາ ເມືອງຊຽງຮ່ອນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງພື້ນທີ່ກວດສອບຝາຍກັ້ນນໍ້າຄ່ອມ ທີ່ໄດ້ຮັບຄວາມເສຍຫາຍຈາກໄພນໍ້າຖ້ວມ ຮ່ວມກັນ.

    ໃນໂອກາດນີ້ ທ່ານ ຄະທາຍຸດ ຊູພູນ ໄດ້ກ່າວສະແດງຄວາມຫ່ວງໄຍຕໍ່ຄະນະການນໍາເມືອງ ແລະ ປະຊາຊົນຜູ້ທີ່ປະສົບໄພຈາກນໍ້າຖ້ວມ ຈາກເຫດການທີ່ເກີດຂຶ້ນໃນໄລຍະເດືອນສິງຫາ 2022 ທີ່ຜ່ານມາ ແລະ ຮ່ວມສົ່ງກໍາລັງໃຈໃຫ້ກັບທຸກພາກສ່ວນໃຫ້ສາມາດກ້າວຜ່ານວິກິດຈາກໄພທໍາມະຊາດໃນຄັ້ງນີ້ ໄປດ້ວຍກັນ.

    ນອກຈາກນີ້ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຍັງໄດ້ເຂົ້າຮ່ວມມອບທຶນການສຶກສາໃຫ້ກັບນັກຮຽນເກັ່ງ ແລະ ຄຸນສົມບັດດີ ຈາກໂຮງຮຽນມັດທະຍົມສຶກສາສົມບູນມົກສະຕຸ ຈໍານວນ 2 ທຶນ ລວມເປັນເງິນ  6.000.000 ກີບຕື່ມອີກ.

error: Content is protected !!