ທຫລ ແລະ ອົງການ IFC ຮ່ວມມືກັນພັດທະນາ ແລະ ສົ່ງເສີມການເງິນສີຂຽວ

    ວັນທີ 26 ກັນຍາ 2022 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ອົງການການເງິນສາກົນ ຫຼື International Finance Corp.rsion (IFC) ພາຍໃຕ້ໂຄງການຊ່ວຍເຫຼືອດ້ານວິຊາການໃນວຽກງານການເງິນສີຂຽວ ເຊິ່ງຕາງໜ້າໃຫ້ ທຫລ ໃນການລົງນາມໂດຍທ່ານນາງ ແພງສີ ແພງເມືອງ ຫົວໜ້າກົມຮ່ວມມືສາກົນ ແລະ ຕາງໜ້າໃຫ້ອົງການ IFC ໂດຍທ່ານ Thomas James Jacobs ຫົວໜ້າບໍລິຫານປະຈຳ ສປປ ລາວ ຫວຽດນາມ ແລະ ກຳປູເຈຍ ມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ຊຸນຊານ ລຸນ (Susan Lund) ຮອງປະທານອົງການ IFC ຜູ້ຊີ້ນໍາວຽກງານເສດຖະສາດ ແລະ ການພັດທະນາຂະແໜງການເອກະຊົນ ພ້ອມດ້ວຍຄະນະນຳ ທຫລ ແລະ ອົງການ IFC ເຂົ້າຮ່ວມເປັນສັກຂີພິຍານ.

    ຜ່ານມາ ທະນາຄານແຫ່ງ ສປປ ລາວ ແລະ ອົງການ IFC ໄດ້ມີການປຶກສາຫາລື ແລະ ຄົ້ນຄວ້າເຖິງຄວາມເປັນໄປໄດ້ໃນການຮ່ວມມື ແລະ ການຊ່ວຍເຫຼືອໃນໂຄງການພັດທະນາຕະຫຼາດການເງິນສີຂຽວ ເພື່ອສ້າງພື້ນຖານ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ສະຖາບັນການເງິນ ເພື່ອຫັນເປັນການປ່ອຍກູ້ສີຂຽວ ເພີ່ມການລົງທຶນສີຂຽວ ຊຸກຍູ້ການເຕີບໂຕສີຂຽວ ແລະ ເປັນການປະກອບສ່ວນຕໍ່ການສັດຕະຍາບັນຂອງ ສປປ ລາວ ໃນສັນຍາ Paris Agreement ວ່າດ້ວຍການຮ່ວມມືການປ່ຽນແປງທາງດ້ານດິນຟ້າອາກາດໃນປີ 2016 ແລະ ການເລີ່ມຈັດຕັ້ງຜົນຂະຫຍາຍເປົ້າໝາຍການພັດທະນາທີ່ຍືນຍົງ (Sustainable Development Goals ຫຼື SDG) ທີ່ກຳນົດໂດຍສະຫະປະຊາຊາດ ທີ່ໄດ້ມີຫຼາຍປະເທດເລີ່ມຈັດຕັ້ງປະຕິບັດ ໂດຍຖືເອົາຂະແໜງການເງິນເປັນຕົວຂັບເຂື່ອນໃນການຈັດຫາແຫຼ່ງທຶນ ເພື່ອຊຸກຍູ້ໂຄງການທີ່ຍືນຍົງ ແລະ ຫຼຸດຜ່ອນຜົນກະທົບການປ່ຽນແປງດິນຟ້າອາກາດ ທຫລ ມີບົດບາດສຳຄັນໃນການຊຸກຍູ້ສົ່ງເສີມວຽກງານການເງິນສີຂຽວ ແລະ ການລົງທຶນທີ່ເປັນມິດຕໍ່ກັບສະຖາບັນການເງິນ ຄຽງຄູ່ກັນກັບອົງການ IFC ເປັນອົງການໜຶ່ງທີ່ມີປະສົບການໃນວຽກງານການເງິນສີຂຽວ. ການເຊັນບົດບັນທຶກຄວາມເຂົ້າໃຈ ພາຍໃຕ້ໂຄງການຊ່ວຍເຫຼືອດ້ານວິຊາການໃນຄັ້ງນີ້ ຈະກາຍປັນຂີດໝາຍສໍາຄັນໃນວຽກງານການເງິນສີຂຽວ ໃຫ້ມີປະສິດທິພາບໃນເສດຖະກິດຂອງ ສປປ ລາວ ແລະ ການຮ່ວມມືດັ່ງກ່າວນີ້ ຈະເລີ່ມໂດຍການປະເມີນຄວາມພ້ອມຂອງຕະຫຼາດ ເພື່ອທົບທວນຂອບການເງິນຂຽວໃນປັດຈຸບັນ ແລະ ກຳນົດໂອກາດທາງດ້ານຕະຫຼາດຕ່າງໆ ສໍາລັບຜະລິດຕະພັນການເງິນສີຂຽວທີ່ມີທ່າແຮງ ສິ່ງດັ່ງກ່າວ ຈະຊ່ວຍໃຫ້ຂະແໜງການເງິນນໍາພາພິຈາລະນາປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ການເງິນສີຂຽວ ໂດຍຜ່ານການສ້າງແຜນຍຸດທະສາດການເງິນທີ່ມີຄວາມຍືນຍົງ ຂອບປະເມີນຄວາມສ່ຽງດິນຟ້າອາກາດ ສຳລັບລະບົບການເງິນ ແລະ  ບັນຊີຂະແໜງການທຸລະກິດສີຂຽວ ທີ່ປະກອບສ່ວນແກ້ໄຂການປ່ຽນແປງດິນຟ້າອາກາດຢ່າງຄົບຖ້ວນ (Harmonized Green Taxonomy) ລວມທັງລະບຽບການ ແລະ ບົດແນະນຳກ່ຽວກັບການເງິນ ແລະ ພັນທະບັດສີຂຽວ ໃນເວລາດຽວກັນ ກໍພັດທະນາຕະຫຼາດການເງິນສີຂຽວໃຫ້ມີຄວາມເຂັ້ມແຂງສອດຄ່ອງກັບມາດຕະຖານສາກົນ ເຊິ່ງນອກຈາກການລິເລີ່ມການຮ່ວມມືວຽກງານການເງິນຂຽວກັບຄູ່ຮ່ວມພັດທະນາເຊັ່ນ IFC ແລ້ວ ໃນໄລຍະຜ່ານມາ ທຫລ ຍັງໄດ້ປະກອບສ່ວນເຂົ້າໃນວຽກງານການເງິນແບບຢືນຍົງ (Sustainable Finance) ຂອງພາກພື້ນອາຊຽນອີກດ້ວຍ.

error: Content is protected !!