ນຳໃຊ້ຄວາມຮູ້ທີ່ຮຽນມາ ເພື່ອພັດທະນາອາຊີບສ້າງລາຍຮັບ

ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ເປັນ​ບໍ­ລິ­ສັດ​ໃນ​ເຄືອ​ຂອງ​ບໍ­ລິ­ສັດ ຣາ​ຊ ກຣຸ໊ບ ຈຳ­ກັດ (ມະ­ຫາ­ຊົນ) ເຊິ່ງ​ຖື​ຮຸ້ນ​ໃຫຍ່ ໂດຍ​ການ​ໄຟ­ຟ້າ​ຝ່າຍ​ຜະ­ລິດ​ແຫ່ງ​ປະ­ເທດ​ໄທ (EGAT) ແລະ ລົງ­ທຶນ​ໃນ ສປປ ລາວ ໃນ​ທຸ­ລະ​ກິດ​ດ້ານ​ການ​ພັດ­ທະ­ນາ​ພະ­ລັງ­ງານ​ໄຟ­ຟ້າ ແລະ ທຸ­ລະ​ກິດ​ກ່ຽວ​ເນື່ອງ ໂດຍ​ມີ​ນະ­ໂຍ­ບາຍ​ດຳ­ເນີນ​ທຸ­ລະ​ກິດ​ຢ່າງ​ເປັນ​ທຳ​ກັບ​ທຸກ​ກຸ່ມ​ເປົ້າ​ໝາຍ ເພື່ອ​ໃຫ້​ເກີດ​ການ​ພັດ­ທະ­ນາ​ໂຄງ­ການ​ຢ່າງ​ເປັນ​ທຳ ແລະ ຍືນ​ຍົງ ການ​ຮ່ວມ​ລົງ­ທຶນ​ໃນ​ໂຄງ­ການ​ຕ່າງໆ​ຂອງ​ບໍ­ລິ­ສັດ ນອກ­ຈາກ​ເປັນ​ຜູ້​ຮ່ວມ​ຫຸ້ນ​ຂອງ​ບໍ­ລິ­ສັດ ຣາ​ຊ ກຣຸ໊ບ ຈຳ­ກັດ (ມະ­ຫາ­ຊົນ) ແລ້ວ ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ຍັງ​ຮ່ວມ​ມື​ກັບ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ (ຊປປລ) ໃນ​ການ​ຊ່ວຍ­ເຫຼືອ​ສັງ­ຄົມ​ລາວ ເວົ້າ​ສະ­ເພາະ​ແມ່ນ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ສູນ​ກາງ ຊປປລ ພາຍ​ໃຕ້​ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ເຊິ່ງ​ບໍ­ລິ­ສັດ​ໄດ້​ສະ­ໜັບ­ສະ­ໜູນ​ເງິນ​ທຶນ​ໝູ­ນວຽນ​ຈຳ­ນວນ​ໜຶ່ງ ໃຫ້​ແກ່​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ເພື່ອ​ສ້າງ​ໂອ­ກາດ ແລະ ມອບ​ທຶນ​ບໍ່​ມີ​ດອກ​ເບ້ຍ ດ້ານ​ການ​ພັດ­ທະ­ນາ ຍົກ​ລະ­ດັບ​ຄວາມ​ຮູ້​ດ້ານ​ວິ­ຊາ​ການ ທັກ​ສະ­ສີ​ມື​ແຮງ​ງານ​ສຳ­ລັບ​ປະ­ກອບ​ອາ­ຊີບ​ໃຫ້​ແກ່​ນັກ­ຮຽນ ທີ່​ຈົບ​ການ​ສຶກ​ສາ​ຈາກ​ສູນ​ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ຊາວ​ໜຸ່ມ​ຜູ້​ທີ່​ດ້ອຍ​ໂອ­ກາດ ບໍ່​ມີ​ວຽກ​ເຮັດ​ງານ​ທຳ​ໃຫ້​ມີ​ອາ­ຊີບ​ທີ່​ໝັ້ນ­ຄົງ ໂດຍ​ໄດ້​ເລີ່ມ​ຮ່ວມ​ມື​ກັນ​ມາ​ແຕ່​ຕົ້ນ​ເດືອນ​ເມ­ສາ 2012 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ໄດ້​ມອບ​ທຶນ​ໃຫ້​ກັບ​ຊາວ​ໜຸ່ມ​ກຸ່ມ​ເປົ້າ​ໝາຍ​ໄປ​ແລ້ວ 43 ທຶນ ລວມ​ມູນ​ຄ່າ​ເກືອບ 400 ລ້ານ​ກີບ.

ທ້າວ ເຄນ ໂສ​ລັດ­ຕະ­ນະ​ວົງ ອາ­ຍຸ 29 ປີ ຊາວ​ໜຸ່ມ​ບ້ານ​ປຸງ​ຫຼັກ ເມືອງ​ກາ­ສີ ແຂວງ​ວຽງ​ຈັນ ເປັນ​ຊາວ​ໜຸ່ມ​ທີ່​ໄດ້​ຮັບ​ທຶນ​ຜູ້​ທີ່ 43 ຂອງ​ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ໃນ​ຕົ້ນ​ເດືອນ​ມິ­ຖຸ­ນາ 2020 ຜ່ານ​ມາ ໃນ​ຈຳ­ນວນ​ເງິນ 10 ລ້ານ​ກີບ ພ້ອມ​ສັນ­ຍາ​ຈ່າຍ​ຕົ້ນ​ທຶນ​ຄືນ​ແບບ​ບໍ່​ມີ​ດອກ​ເບ້ຍ ໃນ​ໄລ­ຍະ 3 ງວດ 3 ປີ ເພື່ອ​ຄືນ​ທຶນ​ໝູ­ນວຽນ​ດັ່ງ​ໃຫ້​ກັບ​ຊາວ​ໜຸ່ມ​ກຸ່ມ​ເປົ້າ​ໝາຍ​ຕໍ່​ໄປ.

ທ້າວ ເຄນ ໂສ​ລັດ­ຕະ­ນະ​ວົງ ກ່າວ​ວ່າ: ດີ­ໃຈ​ຫຼາຍ ທີ່​ໄດ້​ຮັບ​ທຶນ​ຈາກ​ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ໂດຍ​ສະ­ເພາະ​ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ກໍ​ຄື​ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ ຊາວ​ໜຸ່ມ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແລະ ຄະ­ນະ​ນຳ​ຂອງ​ຊາວ​ໜຸ່ມ​ເມືອງ ແຂວງ​ວຽງ​ຈັນ ທີ່​ໃຫ້​ໂອ­ກາດ​ຂົນ­ຂວາຍ​ທຶນ­ຮອນ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໃນ​ຄັ້ງ​ນີ້.

ພາຍ­ຫຼັງ​ທີ່​ຮຽນ​ຈົບ​ຈາກ​ສູນ​ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ຊາວ​ໜຸ່ມ ດອນ​ບອສ​ໂກ​ມາ​ອິນ ນະ­ຄອນ­ຫຼວງ​ວຽງ​ຈັນ ມາ​ແຕ່​ປີ 2012 ແລະ ໄດ້​ປະ­ກອບ​ອາ­ຊີບ​ທີ່​ຮຽນ​ມາ ໂດຍ​ເປັນ​ຊ່າງ​ສ້ອມ­ແປງ​ຢູ່​ຮ້ານ​ແປງ​ລົດ​ແຫ່ງ​ໜຶ່ງ ໃນ​ຖາ­ນະ​ເປັນ​ຊ່າງ​ປະ­ຈຳ​ຮ້ານ ເຊິ່ງ​ມີ​ລາຍ​ຮັບ​ພໍ​ກຸ້ມ​ຕົນ​ເອງ ແລະ ແຕ່​ບໍ່​ສາ­ມາດ​ເຫຼືອ​ຊ່ວຍ​ຄອບ​ໄດ້​ເທົ່າ​ທີ່​ຄວນ ເຊິ່ງ​ໄລ­ຍະ​ເວ­ລາ​ທີ່​ເຮັດ​ໜ້າ­ທີ່​ເປັນ​ຊ່າງ​ຢູ່​ນັ້ນ ຕົນ​ເອງ​ທີ່​ນຳ​ໃຊ້​ຄວາມ​ຮູ້ ຄວາມ​ສາ­ມາດ​ທີ່​ຮຽນ​ມາ ພ້ອມ​ກັບ​ການ​ພັດ­ທະ­ນາ​ຫາ​ຄວາມ​ຮູ້​ເພີ່ມ​ຈາກ​ການ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ໃນ​ແຕ່​ລະ​ວັນ ໄປ​ພ້ອມ​ກັບ​ການ​ສະ​ສົມ​ທຶນ­ຮອນ ຊື້​ວັດ­ຖຸ​ອຸ­ປະ­ກອນ​ທີ່​ຈຳ­ເປັນ​ຈຳ­ນວນ​ໜຶ່ງ ເປັນ­ຕົ້ນ ປ້ຳ​ລົມ ຕູ້​ຈອດ ເພື່ອ​ຕັ້ງ​ຄວາມ​ຫວັງ​ເອົາ​ໄວ້​ໃນ​ອະ­ນາ­ຄົດ ຈະ​ຕ້ອງ​ມີ​ຮ້ານ​ເປັນ​ຂອງ​ຕົນ​ເອງ ແລະ ແລ້ວ​ຄວາມ​ຫວັງ​ທີ່​ຕັ້ງ​ໄວ້​ໄດ້​ປາ­ກົດ​ເປັນ​ຈິງ ເມື່ອ​ທາງ​ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ໄດ້​ຫຍິບ​ຢືນ​ໂອ­ກາດ​ອັນ​ດີ​ມາ​ໃຫ້​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ໄດ້​ຮັບ​ທຶນ​ຈາກ​ໂຄງ­ການ​ດັ່ງ­ກ່າວ ໃນ​ຈຳ­ນວນ​ເງິນ 10 ລ້ານ​ກີບ ເຊິ່ງ​ເປັນ​ຈຳ­ນວນ​ເງິນ​ອັນ​ສຳ­ຄັນ.

ທ້າວ ເຄນ ໂສ​ລັດ­ຕະ­ນະ​ວົງ ກ່າວ​ຕື່ມ​ວ່າ: ການ​ໄດ້​ຮັບ​ທຶນ​ຄັ້ງ​ນີ້ ຖື​ເປັນ​ໂອ­ກາດ​ອັນ​ດີ ທີ່​ຈະ​ໄດ້​ນຳ​ໃຊ້​ທຶນ­ຮອນ​ດັ່ງ­ກ່າວ ນຳ­ໄປ​ເປີດ​ຮ້ານ​ເປັນ​ຂອງ​ຕົນ​ເອງ ເພື່ອ​ຊື້​ວັດ­ຖຸ​ອຸ­ປະ­ກອນ​ທີ່​ຈຳ­ເປັນ​ຈຳ­ນວນ​ໜຶ່ງ​ທີ່​ຍັງ​ຂາດ ພ້ອມ​ທັງ​ຈະ​ນຳ​ໃຊ້​ຄວາມ​ຮູ້ ຄວາມ​ສາ­ມາດ​ທີ່​ໄດ້​ຮຽນ​ມາ ບວກ​ກັບ​ປະ­ສົບ​ປະ­ການ​ຕົວ​ຈິງ ມາ​ຮອດ​ປັດ­ຈຸ­ບັນ ນອກ­ຈາກ​ຈະ​ສາ­ມາດ​ສ້ອມ­ແປງ​ລົດ­ຈັກ​ໄດ້​ທຸກ​ຊະ­ນິດ​ແລ້ວ ຍັງ​ສາ­ມາດ​ສ້ອມ­ແປງ​ລົດ​ໃຫຍ່​ໄດ້​ອີກ​ຈຳ­ນວນ​ໜຶ່ງ ເຊິ່ງ​ໃນ​ເບື້ອງ​ຕົ້ນ​ອາດ​ຈະ​ພົບ​ກັບ​ບັນ­ຫາ​ເລັກ​ໜ້ອຍ ເພາະ​ເປັນ​ຮ້ານ​ເປີດ​ໃໝ່ ແຕ່​ດ້ວຍ​ສີ­ມື ແລະ ປະ­ສົບ​ປະ­ການ ລວມ​ທັງ​ລູກ​ຄ້າ​ເກົ່າ​ທີ່​ເຄີຍ​ໄດ້​ຮັບ​ການ​ບໍ­ລິ­ການ​ມາ​ແລ້ວ​ໃນ​ເມື່ອ​ກ່ອນ ໄດ້​ສືບ­ຕໍ່​ໃຫ້­ການ​ຊຸກ­ຍູ້​ມາ​ຮັບ​ການ​ບໍ­ລິ­ການ​ຄືນ.

ອີກ​ເທື່ອ​ໜຶ່ງ​ຂໍ​ຂອບ­ໃຈ ຮູ້​ບຸນ­ຄຸນ​ທາງ​ການ​ນຳ​ພັກ-ລັດ ກໍ​ຄື​ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ ສປຊລ ແລະ ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ໄດ້​ນຳ​ທຶນ​ຂອງ​ໂຄງ­ການ​ມາ​ມອບ​ດ້ວຍ​ຕົນ​ເອງ​ເຖິງ​ມື ຈະ​ສູ້​ຊົນ​ນຳ​ກ້ອນ​ທຶນ​ດັ່ງ­ກ່າວ​ໄປ​ຜັນ​ຂະ­ຫຍາຍ​ໃຫ້​ເກີດ​ດອກ​ອອກ​ຜົນ ຕາມ​ເປົ້າ​ໝາຍ​ຂອງ​ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ເພື່ອ​ພັດ­ທະ­ນາ​ອາ­ຊີບ ແລະ ຄຸນ​ນະ​ພາບ​ຊີ­ວິດ​ຂອງ​ຕົນ​ເອງ ແລະ ຄອບ­ຄົວ ປະ­ກອບ­ສ່ວນ​ໃນ​ການ​ສືບ­ຕໍ່​ຜັນ​ຂະ­ຫຍາຍ​ຄວາມ​ຮູ້​ທີ່​ມີ​ໃຫ້​ກັບ​ຊາວ​ໜຸ່ມ ຜູ້​ສົນ­ໃຈ​ຮັກ​ອາ­ຊີບ​ໃນ​ການ​ສ້ອມ­ແປງ​ລົດ­ຈັກ ໂດຍ​ການ​ສິດ­ສອນ​ຖ່າຍ​ຖອດ​ຄວາມ​ຮູ້​ຄວາມ​ສາ­ມາດ ທີ່​ມີ​ໃຫ້​ກັບ​ຊາວ​ໜຸ່ມ​ຜູ້​ສົນ­ໃຈ ໂດຍ​ບໍ່​ເສຍ​ເງິນ​ຮຽນ ໄປ​ພ້ອມໆ​ກັບ​ການ​ເກັບ​ອອມ​ເງິນ​ທຶນ ເພື່ອ​ສົ່ງ​ທຶນ​ຄືນ​ໃຫ້​ກັບ​ໂຄງ­ການ​ຕາມ​ກຳ­ນົດ​ເວ­ລາ ເພື່ອ​ເງິນ​ທຶນ​ໝູ­ນວຽນ​ດັ່ງ­ກ່າວ ຈະ​ໄດ້​ນຳ­ໄປ​ມອບ​ຕໍ່­ໃຫ້​ກັບ​ຊາວ​ໜຸ່ມ​ກຸ່ມ​ເປົ້າ​ໝາຍ​ໃຫ້​ໄດ້​ຮັບ​ໂອ­ກາດ​ດີໆ ຄື​ດັ່ງ​ຕົນ​ເອງ​ໄດ້​ຮັບ​ຈາກ​ໂຄງ­ການ ເພື່ອ​ພັດ­ທະ­ນາ​ວິ­ຊາ​ຊີບ​ໃຫ້​ກັບ​ຊາວ​ໜຸ່ມ​ຜູ້​ອື່ນໆ​ຕໍ່​ໄປ ເພື່ອ​ສ້າງ​ລາຍ​ຮັບ​ພັດ­ທະ­ນາ​ຄຸນ​ນະ​ພາບ​ຊີ­ວິດ​ຂອງ​ຊາວ​ໜຸ່ມ ໃຫ້​ສາ­ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ແລະ ດ້ອຍ​ພັດ­ທະ­ນາ​ຕາມ​ທິດ​ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ­ຖະ­ບານ​ໃຫ້​ປາ­ກົດ​ເປັນ​ຈິງ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!