ຈັນນາລີ ຈັນທະປັນຍາ ໜຶ່ງດຽວຂອງນັກສຶກສາ ສາຂາວິຊາບໍລິຫານທຸລະກິດ ທີ່ໄດ້ຮັບໃບປະກາດແດງ

    ຈັນນາລີ ຈັນທະປັນຍາ ໜຶ່ງດຽວໃນບັນດານັກສຶກສາ ສາຂາວິຊາບໍລິຫານທຸລະກິດທົ່ວໄປ ຂອງຄະນະວິຊາເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ທີ່ໄດ້ຮັບໃບປະກາສະນີຍະບັດລະດັບປະລິນຍາຕີກຽດນິຍົມອັນດັບ 1 (ໃບປະກາດແດງ) ແລະ ເປັນ 1 ໃນ 9 ບັນດານັກສຶກສາຄະນະວິຊາດັ່ງກ່າວ ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ບໍລິຫານທຸລະກິດກຽດນິຍົມດັ່ງກ່າວ ປະຈໍາສົກສຶກສາ 2021-2022.

    ນາງ ຈັນນາລີ ຈັນທະປັນຍາ ໃຫ້ສໍາພາດວັນທີ 30 ກັນຍາ 2022 ວ່າ: ການໄດ້ຮັບໃບປະກາດກຽດນິຍົມອັນດັບ 1 (ໃບປະກາດແດງ) ຕ້ອງເປັນຜູ້ທີ່ໄດ້ຮັບຄະແນນດີເດັ່ນຮອບດ້ານ ໂດຍສະເພາະ ດ້ານການຮຽນ ດ້ານກິດຈະກໍາ ແລະ ການເຄື່ອນໄຫວວຽກງານຕ່າງໆ ເຊິ່ງເຄັດລັບການຮຽນເພື່ອໃຫ້ເປັນນັກຮຽນດີເດັ່ນສໍາລັບຕົນ ແມ່ນເວລາມາຮຽນຕ້ອງນັ່ງຢູ່ແຖວທາງໜ້າ ບໍ່ຂາດໃນການມາຮຽນ ຮຽນແລ້ວຕ້ອງໄດ້ເຮັດວຽກບ້ານໃຫ້ສໍາເລັດ ກັບເມືອເຮືອນກໍຕ້ອງໄດ້ຄົ້ນຄວ້າຄືນ ຕ້ອງຢູ່ກັບບົດຮຽນໃຫ້ຫຼາຍ ແລະ ມີການແບ່ງເວລາໃນການຄົ້ນຄວ້າຮໍ່າຮຽນທີ່ຖືກຕ້ອງ ຈຶ່ງເຮັດໃຫ້ການຮຽນມີຜົນສໍາເລັດ ນອກນີ້ ໃນປັດຈຸບັນ ເລື່ອງໄອທີກໍໄດ້ມີບົດບາດສໍາຄັນສໍາລັບການສຶກສາ ຖ້າໃຊ້ໃຫ້ຖືກຕ້ອງ ມັນກໍຈະເປັນປະໂຫຍດຫຼາຍ ເຊິ່ງເວລາຄູ-ອາ ຈານໃຫ້ວຽກບ້ານມາ ຕົນກໍໄດ້ນໍາໃຊ້ຄົ້ນຄວ້າຮໍ່າຮຽນ ແລະ ຫາຂໍ້ມູນຕ່າງໆຢ່າງມີຜົນສໍາເລັດ.

    ສໍາລັບແຮງບັນດານໃຈທີ່ເຮັດໃຫ້ຕົນເລືອກຮຽນສາຂາວິຊາບໍລິຫານທຸລະກິດ ເນື່ອງຈາກຕົນມີແນວຄິດຢາກເຮັດວຽກຢູ່ອົງການລັດ ຫຼື ເອກະຊົນບ່ອນທີ່ດີໆ ແລະ ຢາກມີທຸລະກິດເປັນຂອງຕົນເອງໃນອະນາຄົດ ຈຶ່ງໄດ້ຕັ້ງໃຈສຶກສາຮໍ່າຮຽນ ຈົນກາຍເປັນນັກຮຽນເກ່ງ ແລະ ໄດ້ຮັບໃບປະກາດກຽດນິຍົມອັນດັບ 1 ນອກນີ້ ຍັງໄດ້ຮັບແຮງບັນດານໃຈຈາກອ້າຍທີ່ເປັນນັກສຶກສາທີ່ໄດ້ຮັບໃບປະກາດກຽດດັ່ງກ່າວ ເວລາຈົບການສຶກສາໄປແລ້ວ ກໍໄດ້ເຮັດວຽກຢູ່ບ່ອນດີໆ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ ຕົນຈຶ່ງຕັດສິນໃຈມາສຶກສາສາຂາວິຊານີ້ ເພື່ອຈະໄດ້ປະສົບຜົນສໍາເລັດຄືກັນກັບອ້າຍ ສິ່ງສໍາຄັນທີ່ສຸດ ຕົນໄດ້ຮັບການສະໜັບສະໜູນທີ່ດີຫຼາຍຈາກພໍ່ແມ່ ນັບແຕ່ນ້ອຍຈົນເຖິງປັດຈຸບັນ ພໍ່ແມ່ບໍ່ເຄີຍເຮັດໃຫ້ຕົນຂາດຕົກບົກຜ່ອງ ໂດຍສະເພາະ ດ້ານການຮຽນ ການເງິນ ແລະ ຄວາມສຸກ-ຄວາມອົບອຸ່ນ.  

    ໂອກາດນີ້ ກໍຂໍຝາກເຖິງບັນດານ້ອງໆທີ່ບໍ່ຄ່ອຍເອົາໃຈໃສ່ດ້ານການຮຽນ ມີແນວຄິດຢາກປະລະການຮຽນ ອາດຈະເນື່ອງຈາກບັນຫາຄອບຄົວ ຫຼື ບັນຫາອື່ນໆ ແລະ ເອົາໂຕໄປພົວພັນໃນສິ່ງບໍ່ດີ ເປັນຕົ້ນ ການພົວພັນກັບສິ່ງເສບຕິດ ດື່ມສິ່ງມຶນເມົາຕ່າງໆ ຢາກໃຫ້ຢຸດເຊົາແຕ່ຕອນນີ້ ແລະ ຫັນມາໃສ່ໃຈການຮຽນໃຫ້ຫຼາຍຂຶ້ນ ເພາະການສຶກສາແມ່ນກະແຈສໍາຄັນທີ່ຈະຊ່ວຍໃຫ້ພວກເຮົາປະສົບຜົນສໍາເລັດ ອະນາຄົດຂອງເຮົາແມ່ນຂຶ້ນຢູ່ກັບເຮົາເອງ ຄວາມຮູ້ເປັນສິ່ງທີ່ບໍ່ຕາຍ ຫາຊື້ບໍ່ໄດ້ ເຮົາຕ້ອງສູ້ຊົນ ອົດທົນ ແລະ ຕັ້ງໃຈຮໍ່າຮຽນເອົາເທົ່ານັ້ນ ເພື່ອອະນາຄົດຂອງຕົນ ຄອບຄົວ ແລະ ປະເທດຊາດ.

# ຂ່າວ – ພາບ : ສະບາໄພ

error: Content is protected !!