ສ້າງຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງນໍ້າປະປາ ໃຫ້ປະຊາຊົນບ້ານໜອງບົວທອງ

    ເພື່ອເຮັດໃຫ້ປະຊາຊົນບ້ານໜອງບົວທອງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນຂອງວຽກງານນໍ້າປະປາ ຈຶ່ງໄດ້ກິດຈະກຳຫ້ອງຮຽນນໍ້າປະປາເພື່ອຊຸມຊົມ ພາຍໃຕ້ໂຄງການພັດທະນາຄວາມສາມາດດ້ານການຄຸ້ມຄອງໃຫ້ພະນັກງານຂະແໝງການນໍ້າປະປາ ຂຶ້ນວັນທີ 29 ກັນຍາ 2022 ຢູ່ວັດບ້ານດັ່ງກ່າວ ໂດຍມີທ່ານ ສິງໄຊ ພົມມະສີ ຮອງຫົວໜ້າສາຂານໍ້າປະປາເມືອງປາກງື່ມ ທ່ານ ວິໄລ ອຸ່ນປັນຍາ ນາຍບ້ານໜອງບົວທອງ ທ່ານ Atsushi NOZAWA ຮອງຫົວ ໜ້າທີ່ປຶກສາໂຄງການ MaWaSU2 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ສິງໄຊ ພົມມະສີ ກ່າວວ່າ: ນໍ້າ ຄືຊີວິດ ມີຄວາມໝາຍສຳຄັນບໍ່ພຽງແຕ່ໃຫ້ຄຸນປະໂຫຍດຕໍ່ການບໍລິໂພກ ແລະ ອຸປະໂພກ ຍັງເປັນສິ່ງຈຳເປັນໃນຊີວິດປະຈຳວັນ ເຊັ່ນ: ການນຳໃຊ້ເພື່ອດື່ມ ແຕ່ງກິນ ຊັກລ້າງ ປູກຝັງ-ລ້ຽງສັດ ຫຼື ເຮັດເປັນສິນຄ້າກ່ຽວກັບນໍ້າ ເຊິ່ງລ້ວນແຕ່ເປັນປະໂຫຍດອັນມະຫາສານ ນໍ້າຕາມທຳມະຊາດມີຢ່າງຫຼວງຫຼາຍ ມີທັງນໍ້າຫ້ວຍ ນໍ້າເຊ ນໍ້າສ້າງ ນໍ້າບາດານ ເຊິ່ງໃນເມື່ອກ່ອນ ແຫຼ່ງນໍ້າເຫຼົ່ານີ້ຍັງບໍລິສຸດເປັນສ່ວນໃຫຍ່ ເຊື້ອພະຍາດຈາກທຳມະຊາດ ແລະ ສານພິດອື່ນໆເຈື່ອປົນຍັງບໍ່ຫຼາຍ ການດື່ມ ແລະ ໃຊ້ໂດຍກົງ ອາດບໍ່ເກີດອັນຕະລາຍທັນທີ ແຕ່ປັດຈຸບັນ ປະເທດຊາດໄດ້ຮັບການພັດທະນາທັງຕົວເມືອງ ແລະ ຊົນນະບົດ ການປູກຝັງເພື່ອການຄ້າ ຢາກໃຫ້ໄດ້ຜົນຜະລິດຫຼາຍ ກໍຕ້ອງໄດ້ນຳໃຊ້ຢາຂ້າແມງ ໄມ້ ປຸຍ ເຄມີ ແລະ ອື່ນໆ ສານເຄມີເຫຼົ່ານີ້ ລ້ວນແຕ່ເປັນພິດຕົກຄ້າງຕາມດິນ ຜັກ ຫຍ້າ ເຊິ່ງເປັນອາ ຫານສັດ ພ້ອມທັງຖືກນໍ້າຝົນຊຶມລົງໃຕ້ດິນໄປຫານໍ້າສ້າງ ນໍ້າບາດານ ຫ້ວຍ ຮ່ອງ ຄອງ ບຶງ ແລະ ແມ່ ນໍ້າໃຫຍ່ ເຖິງຈະໃຊ້ນໍ້າທຳມະຊາດລ້າງກ່ອນ ກໍຍັງມີເຊື້ອພະຍາດ ແລະ ສານເຄມີເຈື່ອປົນຕິດຢູ່ ໂດຍທີ່ຄົນເຮົາບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ ສິ່ງດຽວທີ່ຈະຊ່ວຍແກ້ໄຂບັນຫານີ້ໄດ້ ກໍຄືການນຳໃຊ້ນໍ້າທີ່ປາສະ ຈາກເຊື້ອພະຍາດ ແລະ ສານພິດ ໂດຍຫັນມານຳໃຊ້ນໍ້າປະປາ ເພື່ອສຸຂະພາບທີດີຂອງທຸກຄົນ ເພາະນໍ້າປະປາ ແມ່ນນໍ້າທີ່ສະອາດ ປອດໄພ ແລະ ຜ່ານການຜະລິດທີ່ໃຊ້ເຄື່ອງມືທັນສະໄໝມາທຳລາຍເຊື້ອພະ ຍາດ ແລະ ສານພິດເຫຼົ່ານີ້ໄດ້.

    ພັກ ແລະ ລັດຖະບານ ໄດ້ມີຄວາມເປັນຫວ່ງເປັນໄຍຕໍ່ບັນຫາດັ່ງກ່າວ ຈຶ່ງໄດ້ຊອກຫາແຫຼ່ງທຶນອັນມະຫາສານ ຈັດຫາເຄື່ອງມືທັນສະໄໝ ລວມທັງນັກວິຊາການທີ່ມີຄວາມສາມາດ ເພື່ອເຮັດໃຫ້ປະຊາຊົນ ບັນດາເຜົ່າທັງໃນຕົວເມືອງ ແລະ ຊົນນະບົດ ໃຫ້ໄດ້ຊົມໃຊ້ນໍ້າທີ່ສະອາດ ແລະ ປອດໄພ ຄ່າໃຊ້ຈ່າຍໃນການຊົມໃຊ້ນໍ້າປະປາຂອງແຕ່ລະຄົວເຮືອນ ຈຶ່ງເປັນການປະກອບສ່ວນທີ່ຈະຊ່ວຍໃຫ້ການຜະລິດນໍ້າປະປາ ສືບຕໍ່ຂະຫຍາຍຕົວສະໝອງນໍ້າໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໄດ້ຢ່າງຍາວນານຈົນເຊັ່ນລູກເຊັ່ນຫຼານ ເຮັດໃຫ້ຊີວິດເຂົາເຈົ້າປາສະຈາກໂລກໄພໃຂ້ເຈັບທີ່ມາຈາກການໃຊ້ນໍ້າບໍ່ສະອາດ ແລະ ມີນໍ້າປະ ປາໃຊ້ແບບຢືນຍົງ.

# ສະບາໄພ

error: Content is protected !!