ຈີນ ສ້າງນາກະສິກຳທີ່ມີມາດຕະຖານສູງ ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ

    ປະເທດຈີນ ໄດ້ລ້ຽງດູປະຊາກອນເກືອບ 1/5 ຂອງໂລກ ດ້ວຍດິນປູກຝັງກວມ 9% ແລະ ຊັບພະຍາ ກອນນ້ຳຈືດ ກວມ 6% ຂອງໂລກ ເລື່ອງຈິງໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ: ຢາກກຳຖ້ວຍເຂົ້າໃນມືໃຫ້ແໜ້ນໆ ກໍຕ້ອງອະນຸຮັກດິນປູກຝັງໃຫ້ດີ ດິນປູກຝັງແມ່ນເສັ້ນຊີວິດຂອງການຜະລິດສະບຽງອາຫານ ແມ່ນພື້ນຖານ ແຫ່ງການພັດທະນາແບບຍືນຍົງຂອງປະຊາຊາດຈີນ.

    ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ກ່າວ​​ວ່າ: ດິນປູກຝັງ ແມ່ນຊັບພະຍາກອນທີ່ລ້ຳຄ່າທີ່ສຸດຂອງ ປະເທດຈີນ ສະພາບແຫ່ງຊາດ ພື້ນຖານຂອງຈີນທີ່ມີຄົນຫຼາຍ ແຕ່ມີດິນໜ້ອຍ ໄດ້ຕັດສິນແລ້ວວ່າ ຈີນຕ້ອງ ອະນຸຮັກດິນປູກຝັງທີ່ຕິດພັນກັບເລື່ອງອາຫານການກິນຂອງປະຊາກອນ 1 ຕື້ກວ່າຄົນນັ້ນໃຫ້ດີ ຈະປະ ໝາດບໍ່ໄດ້ຢ່າງເດັດຂາດ.

    ວັນທີ 4 ມັງກອນ 2022 ໃນເອກະສານ “ຄວາມເຫັນຂອງສູນກາງພັກຄອມມູນິດຈີນ ແລະ ຄະນະ ລັດຖະບານຈີນ ກ່ຽວກັບການເຮັດວຽກງານຈຸດສຸມວ່າດ້ວຍການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ ຢ່າງຮອບດ້ານນັ້ນໃຫ້ດີ” ໂດຍໄດ້ສະເໜີອອກວ່່າ: ຈັດຕັ້ງປະຕິບັດມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ແບບແຕະຕ້ອງບໍ່ໄດ້ ກ່ຽວກັບການອະນຸຮັກດິນປູກຝັງ ປະຕິບັດກົນໄກທີ່ີອົງການພັກ ແລະ ອົງການປົກຄອງ ມີຄວາມຮັບຜິດຊອບອັນດຽວກັນໃນດ້ານການອະນຸຮັກດິນປູກຝັງ ເຝົ້າຮັກສາເສັ້ນແດງທີ່ມີດິນປູກຝັງ 1,8 ຕື້ມູ່ ເທົ່າ​ກັບ 120 ລ້ານ​ເຮັກ​ຕາ.

    ປັດຈຸບັນ ປະເທດຈີນ ໄດ້ສ້າງເປັນລະບົບກົດໝາຍວ່າດ້ວຍການອະນຸຮັກດິນປູກຝັງໂດຍພື້ນຖານ ທີ່ ຖືເອົາກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນ ພ້ອມດ້ວຍກົດລະບຽບປະຕິບັດກົດລະບຽບການຟື້ນຟູທີ່ດິນ ກົດ ລະບຽບການອະນຸຮັກນາກະສິກຳພື້ນຖານ ແລະ ອື່ນໆເປັນແກນກາງ ລະບົບກົດໝາຍແພ່ງ ແລະ ກົດ ໝາຍອາຍາໄດ້ກຳນົດຢ່າງຈະແຈ້ງຕໍ່ການອະນຸຮັກດິນປູກຝັງ ກົດໝາຍວ່າດ້ວຍສະບຽງອາຫານ ທີ່ເລັ່ງລັດ ສ້າງຢູ່ນັ້ນ ກໍໄດ້ເນັ້ນໜັກການອະນຸຮັກດິນປູກຝັງເຊັ່ນດຽວກັນ.

    ມາຮອດທ້າຍປີ 202,ປະເທດຈີນ ໄດ້ປະສົບຜົນສຳເລັດໃນການສ້າງນາກະສິກຳ ທີ່ມີມາດຕະ ຖານສູງລວມ 1 ຕື້ມູ່ ເທົ່າ​ກັບ​ 66,6 ລ້ານ​ເຮັກ​ຕາ ແລະ ສາມາດຜະລິດສະບຽງອາຫານໄດ້ 500 ລ້ານໂຕນຕໍ່ປີ ໄດ້ຢ່າງໝັ້ນທ່ຽງ.

(ສະບາໄພ)

error: Content is protected !!