ໄຟຟ້າຫົງສາ ສະໜັບສະໜູນງານບຸນປະເພນີຊວງເຮືອປະຈໍາປີ 2022

    ວັນທີ 1-2 ຕຸລາ 2022 ເມືອງຫົງສາ ຈັດງານບຸນປະເພນີຊ່ວງເຮືອ ປະຈໍາປີ 2022 ທີ່ສະຖານທີ່ຊ່ວງເຮືອ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ ໂດຍໃນປີ 2022 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ  ໄດ້ສະໜັບສະໜຸນງົບປະມານໃນການຈັດງານບຸນປະເພນີຊ່ວງເຮືອປະຈໍາປີ 2022 ລວມເປັນເງິນທັງໝົດ 69.500.000 ກີບ ໂດຍແບ່ງອອກເປັນຄື: ເງິນລາງວັນ 30.000.000 ກີບ ເສື້ອສີພາຍ 14 ບ້ານ ພາຍໃນເມືອງຫົງສາ 35.000.000 ກີບ ແລະ ປ້າຍຄໍາຂວັນງານຊ່ວງເຮືອ 4.500.000 ກີບ.

    ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີໄຂງານບຸນປະເພນີຊ່ວງເຮືອ ເມືອງຫົງສາ ປະຈໍາປີ 2022 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ເຊິ່ງໃນປີນີ້ ເມືອງຫົງສາ ໄດ້ຮັບກຽດຈາກທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະພາກລັດ ພາກເອກະຊົນ ພະນັກງານ ແລະ ປະຊາຊົນ ເຂົ້າຮ່ວມ.

    ສໍາລັບງານປະເພນີບຸນຊ່ວງເຮືອ ເມືອງຫົງສາ ຈັດຂຶ້ນເປັນປະຈໍາທຸກປີ ເພື່ອເປັນການອະນຸຮັກສິລະປະວັດທະນະທໍາ ຮີດຄອງປະເພນີ ທີ່ສືບຕໍ່ກັນມາໃຫ້ຄົງຢູ່ສືບຕໍ່ໄປ.

# ວຽງມາ

error: Content is protected !!