ສະມາຊິກພັກ ອົງການປົກຄອງຈຸບ້ານທີ ll ໄດ້ຮັບການເຊື່ອມຊືມ 2 ເອກະສານທີ່ສໍາຄັນຂອງພັກ

    ວັນທີ 3 ຕຸລາ 2022 ຢູ່ທີ່ຫ້ອງການບ້ານສະນອດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ 2 ເອກະສານທີ່ສໍາຄັນຂອງພັກ ໂດຍສະເພາະແມ່ນຄໍາສັ່ງ ເລກທີ 01/ ກມສພ ນະຄອນຫຼວງວຽງຈັນ ວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຄໍາແນະນໍາ ເລກທີ 291/ຄຈສພ ນວ ວັນທີ 26 /04/ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ນເຊື່ອມຊືມເອກະສານຂອງທ່ານ ລຸນທອງ ບຸນມະນີ ຮອງເລຂາພັກເມືອງສັງທອງ ມີບັນດາສະມາຊິກພັກ ພະນັກງານກໍ່ສ້າງຮາກຖານ ພ້ອມດ້ວຍອົງການປົກຄອງພາຍໃນຈຸບ້ານທີ ll ເຂົ້າຮ່ວມ.

    ເພື່ອເຮັດໃຫ້ສະມາຊິກພັກ ອົງການປົກຄອງພາຍໃນຈຸບ້ານທີ ll ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ  ເຂັ້ມແຂງ  ໜັກ ແໜ້ນ ໃຫ້ຖືກຕ້ອງ ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ ຮູ້ນໍາພາຈັດຕັ້ງປະຕິບັດແຜນການ ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຜົນງານທີ່ໂດດເດັ່ນ ແລະ ດ້ານດີ ເດັດດ່ຽວປັບປຸງ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນ່ໃສ່ເຊີດຊູບົດບາດຄວາມສາມາດນໍາພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນໍາທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ຮັບປະກັນເຮັດໃຫ້ການນໍາພາຂອງພັກຕອບສະໜອງ ໄດ້ເລັ່ງທວງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ພັກເຮົາມີຄວາມຈໍາເປັນຕ້ອງກໍ່ສ້າງໜ່ວຍພັກ ຄະນະໜ່ວຍພັກ ແລະ ສະມາຊິກພັກໃຫ້ມີຄວາມສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກໃນແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ.

    ໃນຕອນທ້າຍກອງປະຊຸມ ທ່ານປະທານຍັງໄດ້ມີຄໍາເຫັນເນັ້ນໝັກໃຫ້ສະມາຊິກພັກ ອົງການປົກຄອງພາຍໃນຈຸບ້ານທີ ll ຈົ່ງພ້ອມກັນກະກຽມສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປ້ອງກັນເວນຍາມວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ໂດຍສະເພາະແມ່ນ:ວັນບຸນອອກພັນສາຊ່ວງເຮືອ ແລະ ວັນຄູແຫ່ງຊາດ ທີ່ໃກ້ຈະໝູນວຽນມາເຖິງໃນມໍ່ໆນີ້ ເພື່ອເຮັດໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

# ວຽງມາ

error: Content is protected !!