ສຳມະນາກະກຽມການຫັນໂຮງໝໍໃຫ້ກຸ້ມຕົນເອງເທື່ອລະກ້າວ

    ພິທີສຳມະນາການຫັນໂຮງໝໍໃຫ້ກຸ້ມຕົນເອງ ຈັດຂຶ້ນວັນທີ 3 ຕຸລາ 2022 ທີ່ກະຊວງສາທາລະນະສຸກ ເປັນປະທານຂອງທ່ານ ບູນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ອານຟົງ ຊະນາຍເດີ ຊ່ຽວຊານດ້ານການຄຸ້ມຄອງ ບໍລິຫານຈາກປະເທດສະວິດ ພ້ອມດ້ວຍອຳນວຍການ ຮອງອຳນວຍການໂຮງໝໍສູນກາງ ແລະ ໂຮງໝໍແຂວງຈຳນວນໜຶ່ງເຂົ້າຮ່ວມ.

    ທ່ານ ບູນແຝງ ພູມມະໄລສິດ ກ່າວວ່າ ເພື່ອຍົກສຸງຄຸນນະພາບການບໍລິການປິ່ນປົວໃຫ້ແກ່ຄົນເຈັບ ການຫັນໂຮງໝໍໃຫ້ກຸ້ມຕົນເອງເທື່ອລະກ້າວ ເພື່ອຄວາມຍືນຍົງໃນການນຳໃຊ້ບຸຄະລາກອນແບບມີປະສິດທິພາບ ດຶງດູດໃຫ້ຄົນເຈັບມາໃຊ້ບໍລິການຢູ່ໂຮງໝໍລັດ ຫຼຸດຜ່ອນຄົນເຈັບທີ່ໄປໃຊ້ບໍລິການປິ່ນປົວຢູ່ຕ່າງປະເທດ ເຊິ່ງວຽກງານດັ່ງກ່າວ ແມ່ນນະໂຍບາຍຂອງລັດຖະບານທີ່ຕ້ອງການພັດທະນາໂຮງໝໍໃຫ້ມີການບໍລິການທີ່ມີຄຸນນະພາບ ຫຼຸດຜ່ອນພາລະໜີ້ສິນ ຈຶ່ງໃຫ້ມີການທົດລອງການຫັນໂຮງໝໍໄປສູ່ການກຸ້ມຕົນເອງທາງດ້ານບໍລິຫານ ການເງິນ ການຈັດຕັ້ງທີ່ຕິດພັນປະກັນສຸຂະພາບຂອງໂຮງໝໍສູນກາງ ເຊິ່ງການຫັນໂຮງໝໍໃຫ້ເປັນໂຮງໝໍກຸ້ມຕົນເອງ ຕ້ອງເຮັດໃຫ້ການບໍການທີ່ດີ ລາຄາເໝາະສົມ ມີຄວາມໂປ່ງໃສ ຕ້ອງມີຊ່ຽວຊານຄົບຖ້ວນ ຮັບປະກັນໃຫ້ຄົນເຈັບໄດ້ຮັບການບໍລິການປິ່ນປົວທີ່ດີ.

    ການເລີ່ມຕົ້ນໃນການລົງມືຈັດຕັ້ງປະຕິບັດ ໂຮງໝໍຕ້ອງໄດ້ເຮັດໄລຍະທົດລອງ ຊ່ວຍໃຫ້ຄະນະອຳນວຍການມີຄວາມພ້ອມດ້ານຄວາມຮູ້ ຄວາມສາມາດໃນການຈັດຕັ້ງປະຕິບັດເທື່ອລະກ້າວ ເຊິ່ງການຫັນໂຮງໝໍໃຫ້ກຸ້ມຕົນເອງເທື່ອລະກ້າວ ແມ່ນໄດ້ກຳນົດເອົາໂຮງໝໍມິດຕະພາບ ເສດຖາທິຣາດ ມະໂຫສົດ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່ ໂຮງໝໍແຂວງອຸດົມໄຊ ຊຽງຂວາງ ແລະ ໂຮງໝໍແຂວງວຽງຈັນ ນອກຈາກນີ້ ທ່ານ ອານຟົງ ຊະນາຍເດີ ໄດ້ແນະນຳ ແລະ ແລກປ່ຽນບົດຮຽນໃຫ້ບັນດາໂຮງໝໍທີ່ກຳລັງຈະທົດລອງການຫັນໂຮງໝໍໄປສູ່ການກຸ້ມຕົນເອງທ່າງດ້ານການບໍລິຫານ ການເງິນ ການຈັດຕັ້ງທີ່ຕິດພັນກັບປະກັນສຸຂະພາບ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!