ອົງການກາແດງລາວ ໃຫ້ການຊ່ວຍເຫຼຶອເບື້ອງຕົ້ນ ປະຊາຊົນບ້ານຫາດອຸດົມໄຊ

    ແຫຼ່ງຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 1-2 ຕຸລາ 2022 ອົງການກາແດງແຂວງອັດຕະປື ພ້ອມທີມງານ ໄດ້ນຳເອົາເຄື່ອງນຸ່ງຫົ່ມ 1.300 ຜືນ ໝີ່ສໍາເລັດຮູບ (ໄວໆ) 1.000 ຫໍ່ ລວມມູນຄ່າ ເກືອບ 30 ລ້ານກີບ ໄປຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກພະຍຸໂນຣຸ ຢູ່ບ້ານຫາດອຸດົມໄຊ  ເມືອງສະໜາມໄຊ ຈຳນວນ 130 ຄອບຄົວ  ຕາງໜ້າມອບໂດຍທ່ານ ບໍລິສຸດ ພົມມະໂຄດ ຫົວໜ້າຫ້ອງການອົງການກາແດງແຂວງອັດຕະປື ແລະ ຕາງໜ້າຮັບຂອງອຳນາດປົກຄອງບ້ານ  ໂດຍມີຫົວໜ້າຫ້ອງການກາແດງເມືອງ  ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

    ໂອກາດດັ່ງກ່າວນີ້ ຕາງໜ້າອໍານາດການປົກຄອງບ້ານ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງພັກ-ລັດ ກໍຄືອົງການກາແດງແຂວງ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ພ້ອມຈະນໍາເອົາເຄື່ອງຊ່ວຍເຫຼຶອທີ່ໄດ້ຮັບຄັ້ງນີ້ ເພື່ອມອບຕໍ່ໃຫ້ປະຊາຊົນພາຍໃນ 130 ຄອບຄົວຢ່າງທົ່ວເຖິງ.

error: Content is protected !!