ສື່ມວນຊົນ ລົງເກັບກໍາຂໍ້ມູນວຽກງານຕ້ານການລະບາດຂອງ COVID-19 ຢູ່ສອງແຂວງພາກເໜືອ

    ສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ກະຊວງສາທາລະນະສຸກ ແລະ ອົງການອຸຍນີເຊັບ ນໍາຄະນະມວນຊົນ ໃນການລົງເກັບກຳຂ່າວ COVID-19  ທີ່ແຂວງ ບໍ່ແກ້ວ ແລະ ຫຼຼວງນ້ຳທາ ເພື່ອລົງເກັບກໍາຂໍ້ມູນວຽກງານການຈັດຕັ້ງປະຕິບັດມາດຕະຖານຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງ COVID-19 ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້.

    ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ໃຫ້ສໍາພາດໃນວັນທີ 16 ມິຖຸນາ 2020 ວ່າ: ຈຸດປະສົງທີ່ນໍາເອົາຄະນະສື່ມວນຊົນລົງເຮັດວຽກຢູ່ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ໃນເທື່ອນີ້ ແນໃສ່ໃຫ້ບັນດາສື່ນໍາເອົາຜົນຂອງການຈັດຕັ້ງປະຕິບັດມາດຕະການຕ່າງໆໃນການຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງ COVID-19 ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມາດຕະການຂອງຄະນະ ສະເພາະກິດຂັ້ນແຂວງ ແລະ ຂະແໜງການອ້ອມຂ້າງ ລວມເຖິງການລົງເກັບກໍາຂໍ້ມູນຢູ່ ດ່ານສາກົນບໍ່ເຕນ ແຂວງຫຼວງນໍ້າທາ ແລະ ດ່ານສາກົນຂົວມິດຕະພາບລາວ-ໄທ 4.

    ພ້ອມນັ້ນ ຈະໄດ້ເກັບກໍາແຜນການ ກໍຄືມາດຕະການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດດັ່ງກ່າວຄືນເປັນຮອບທີ 2 ສິ່ງທີ່ສໍາຄັນແມ່ນການປະຕິບັດຕົວປົກກະຕິ ແບບໃໝ່ ແລະ ປອດໄພ ຫຼື New Normal ໂດຍສະເພາະແມ່ນຂະແໜງການສຶກສາ-ກີລາ ໃນການເປີດຮຽນຄືນໃໝ່ ເນື່ອງຈາກມາດຕະການແມ່ນມີຄວາມສໍາຄັນ ເພື່ອບໍ່ໃຫ້ມີການລະບາດຂອງພະຍາດດັ່ງກ່າວໃນໂຮງຮຽນ ເຊັ່ນ: ການລ້າງມື ໃສ່ຜ້າອັດປາກ ແລະ ຮັກສາໄລຍະຫ່າງ ນອກນັ້ນກໍຈະໄດ້ເກັບກໍາຂໍ້ມູນເຖິງມາດຕະການສໍາລັບບຸກຄົນທົ່ວໄປ ເວລາຢູ່ໃນສັງຄົມ ອອກຈາກເຮືອນ ຊຸມຊົນ ຄວນລ້າງມືເປັນປະຈໍາ ບໍ່ຄວນຈັບບາຍໃບໜ້າ.

    ນອກຈາກການນໍາເອົາຄະນະສື່ມວນຊົນລົງໄປເກັບກໍາຂໍ້ມູນຕົວຈິງແລ້ວ ທາງສູນຍັງໄດ້ຮ່ວມກັບອົງການອຸຍນີເຊັບ ໃນການຜະລິດສື່ໂຄສະນາສະໜອງໃຫ້ວິທະຍຸ  ໂທລະພາບ ວິທະຍຸກະຈາຍສຽງ ແລະ ສື່ສັງຄົມອອນລາຍ ເພື່ອປະກອບສ່ວນໃນການປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19.

error: Content is protected !!