ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ

    ພະແນກການເງິນນະຄອນຫຼວງວຽງຈັນ (ນວ) ສົມທົບກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ຈັດພິທີເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ ປະຈໍາປີ 2020 ຜ່ານລະບົບທະນາຄານຂຶ້ນວັນທີ 16 ມິຖຸນາ 2020 ທີ່ພະແນກການເງິນ ນວ ມີທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ຜູ້ຕາງໜ້າທະນາຄານການຄ້າຕ່າງປະເທດລາວມະຫາຊົນ  ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ວົງທອງ ຄໍາກິແກ້ວ ຮອງຫົວໜ້າສ່ວຍສາອາກອນປະຈໍາ ນວ ໄດ້ກ່າວວ່າ:  ວຽກງານພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດ ເປັນໜ້າທີ່ຂອງທຸກພາກສ່ວນ ນັບທັງອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງມະຫາຊົນ ຫົວໜ່ວຍທຸລະກິດ ແລະ ພົນລະເມືອງລາວທຸກຄົນມີສ່ວນຮ່ວມ ເຊິ່ງການເປີດຂະບວນການຄັ້ງນີ້ ເພື່ອປຸກລະດົມ ກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງລັດ ພະນັກງານ-ລັດຖະກອນ ໄດ້ມາເສຍຄ່າທໍານຽມທາງ ແລະ ພາສີທີ່ດິນປະຈໍາປີ 2020 ໃຫ້ເປັນຂະບວນຟົດຟື້ນ ສິ່ງສໍາຄັນ ເພື່ອສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າ ສະແດງເຖິງສະຕິຕື່ນຕົວ ຄວາມສະໝັກໃຈທີ່ຈະປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍຄືການສ້າງສາພັດທະນາປະເທດຊາດ ສະນັ້ນ ຂໍເຊີນຊວນອົງການຈັດຕັ້ງທຸກພາກສ່ວນ ແລະ ທຸກຊັ້ນຄົນໃຫ້ພ້ອມກັນປະກອບສ່ວນພັນທະເຂົ້າງົບປະມານລັດດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະ ພາສີທີ່ດິນດ້ວຍຄວາມເປັນເຈົ້າການສູງ ຮັບປະກັນໃຫ້ໄດ້ຮັບໝາກຜົນ ແລະ ປະສິດທິພາບສູງຕາມຈຸດປະສົງ ແລະ ລະດັບຄາດໝາຍ ເພື່ອແນໃສ່ສ້າງແຜນການເຄື່ອນໄຫວຕາມແຕ່ລະຈຸດຂອງອົງການຈັດຕັ້ງພັກ-ລັດທີ່ຄະນະຮັບຜິດຊອບດັ່ງກ່າວໄດ້ວາງໄວ້.

error: Content is protected !!