ສາວນ້ອຍລາວ ຄວ້າແຊັມຂີ່ມ້າ ທີ່ປະເທດໄທ

    ນາງ ມຸ­ທິ­ຕາ ພົມ​ມະ​ຫານ ສາວ​ນ້ອຍ​ອາ­ຍຸ​ພຽງ 13 ປີ ຕາງ­ໜ້າ​ຈາກ ສປປ ລາວ ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ ແລະ ເປັນ​ຄັ້ງ​ປະ­ຫວັດ­ສາດ ໃນ​ວົງ​ການ​ກີ­ລາ​ຂີ່​ມ້າ​ລາວ ສາ­ມາດ​ຄວ້າ​ແຊັມ​ການ​ແຂ່ງ­ຂັນ​ຂີ່​ມ້າ​ຂ້າມ​ສິ່ງ​ກີດ­ຂວາງ ຫຼື ລາຍ­ການ “PONY THAILAND CHAMPION SHIP 2020” ໃນ​ຮຸ່ນ​ອາ­ຍຸ 7?20 ປີ ຈັດ​ຂຶ້ນ ລະ­ຫວ່າງ​ວັນ​ທີ 6?8 ມີ­ນາ 2020 ຢູ່​ແຂວງ​ຣະ​ຢອງ ປະ­ເທດ​ໄທ ລາຍ­ການ​ດັ່ງ­ກ່າວ​ມີ​ນັກ­ກີ­ລາ 50 ກວ່າ​ຄົນ ເຂົ້າ​ຮ່ວມ.

    ທ່ານ ສົມ​ພອນ ແສງ​ສຸ​ລີ ຄູ​ເຝິກ ແລະ ທັງ​ເປັນ​ຜູ້­ນຳ​ພາ­ຄະ​ນະ​ເຂົ້າ​ຮ່ວມ​ລາຍ­ການ​ດັ່ງ­ກ່າວ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ລາຍ­ການ​ດັ່ງ­ກ່າວ​ເປັນ​ລາຍ­ການ​ຊີງ​ແຊັມ​ທົ່ວ​ປະ­ເທດ​ໄທ ແຕ່​ປີ​ນີ້​ເປັນ​ປີ​ທີ 2 ທີ່​ເຈົ້າ­ພາບ​ໄດ້​ເຊີນ​ນັກ­ກີ­ລາ​ຈາກ​ລາວ​ເຂົ້າ​ຮ່ວມ ເນື່ອງ​ຈາກ​ລາວ​ເຮົາ​ຍັງ​ບໍ່​ທັນ​ມີ​ສະ­ຫະ­ພັນ​ກີ­ລາ​ປະ­ເພດ​ນີ້ ແລະ ຍັງ​ຂາດ​ຜູ້​ສະ­ໜັບ­ສະ­ໜູນ ແຕ່​ຍ້ອນ​ຢາກ​ສົ່ງ­ເສີມ​ນັກ­ກີ­ລາ​ພວກ​ເຮົາ ຈຶ່ງ​ໄດ້​ສົ່ງ 2 ນ້ອງ ນັກ­ກີ­ລາ ກໍ​ຄື ນາງ ມຸ­ທິ­ຕາ ພົມ​ມະ​ຫານ ແລະ ນາງ ສົມ​ພູ ແສງ​ສຸ​ລີ ໄດ້​ຮັບ​ໂອ­ກາດ​ເຂົ້າ​ແຂ່ງ­ຂັນ ທັງ​ສອງ​ມີ​ອາ­ຍຸ​ພຽງ​ແຕ່ 13 ປີ​ເທົ່າ​ກັນ ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ດຽວ ກໍ​ຄື ລາຍ­ການ Jumping show class b optimum time ທັງ​ນີ້ ກໍ​ຖື​ວ່າ​ເປັນ​ການ​ຫາ​ປະ­ສົບ​ການ​ໃໝ່ໆ ຫຼັງ​ຈາກ​ປີ​ກ່ອນ​ກໍ​ໄດ້​ຮັບ​ເຊີນ​ຈາກ​ເຈົ້າ­ພາບ ແຕ່​ບໍ່​ປະ­ສົບ​ຜົນ­ສຳ­ເລັດ ແຕ່​ປີ​ນີ້​ແມ່ນ​ຜົນ­ງານ​ເກີນ​ຄາດ­ໝາຍ

    ຜ່ານ​ການ​ແຂ່ງ­ຂັນ​ປາ­ກົດ​ວ່າ: ຮອບ​ຄັດ​ເລືອກ​ມື້​ທີ 1 ນາງ ມຸ­ທິ­ຕາ ກັບ ນາງ ສົມ​ພູ ສາ­ມາດ​ຍາດ​ໄດ້​ອັນ​ດັບ​ທີ 4 ແລະ ທີ 5 ຕາມ​ລຳ­ດັບ ແລະ ຮອບ​ຄັດ​ເລືອກ​ມື້​ທີ 2 ໄດ້​ນາງ ສົມ​ພູ ຍາດ​ອັນ​ດັບ​ທີ 5 ແຕ່ ນາງ ມຸ­ທິ­ຕາ ບໍ່​ຕິດ​ອັນ​ດັບ ຈາກ​ຜົນ­ງານ​ຮອບ​ຄັດ​ເລືອກ ເຮັດ​ໃຫ້​ທັງ 2 ຜ່ານ​ເຂົ້າ​ໄປ​ຊີງ​ໄຊ​ໃນ​ຮອບ​ສຸດ​ທ້າຍ ປະ­ກົດ​ວ່າ ນາງ ມຸ­ທິ­ຕາ ສາ­ມາດ​ຍາດ​ໄດ້​ແຊັມ ສ່ວນ ນາງ ສົມ​ພູ ແມ່ນ​ໄດ້​ອັນ​ດັບ​ທີ 8 ສະ­ຫຼຸບ​ນັກ­ກີ­ລາ​ຈາກ​ລາວ ສາ­ມາດ​ຕິດ​ອັນ​ດັບ​ໄດ້​ທຸກໆ​ມື້ ເປັນ​ຜົນ­ສຳ­ເລັດ​ເກີນ​ຄວາມ​ຄາດ​ຫວັງ ເຖິງ​ຢ່າງ­ໃດ​ກໍ​ດີ ພວກ​ເຮົາ​ຈະ​ນຳ​ເອົາ​ປະ­ສົບ​ການ​ເຫຼົ່າ​ນີ້ ໄປ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ເພື່ອ​ສົ່ງ­ເສີມ​ການ​ຮັກ­ສາ​ມູນ­ເຊື້ອ​ໃຫ້​ນັກ​ກິ­ລາ​ມີ​ປະ­ສົບ​ການ​ເພີ່ມ​ຂຶ້ນ ແລະ ຈະ​ໄດ້​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ອື່ນໆ​ອີກ​ໃນ​ຄັ້ງ​ຕໍ່ໆ​ໄປ ໂດຍ​ສະ­ເພາະ​ໃນ​ເດືອນ​ພຶດ­ສະ­ພາ 2020 ກໍ​ຈະ​ມີ​ການ​ແຂ່ງ­ຂັນ​ຊີງ​ແຊັມ​ປະ­ເທດ​ໄທ ແລະ ທາງ​ສະ­ມາ­ຄົມ​ກີ­ລາ​ຂີ່​ມ້າ​ໄທ ກໍ​ໄດ້​ເຊີນ​ທາງ​ສະ­ມາ­ຄົມ​ກີ­ລາ​ສັດ​ລາວ ເຂົ້າ​ຮ່ວມ​ອີກ​ຄັ້ງ.

error: Content is protected !!