ສາລະວັນ ກຽມພ້ອມພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງ

    ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ຮ່ວມກັບກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ຈັດກອງປະຊຸມສໍາມະນາເພື່ອປຶກສາຫາລື ແລກປ່ຽນທັດສະນະ ວິທີການການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ  ແນໃສ່ປັບປຸງສິ່ງອໍານວຍຄວາມສະດວກ ແລະ ການບໍລິການໃຫ້ດີຂຶ້ນ ເປັນຕົ້ນ ສະຖານທີ່ແຫຼ່ງທ່ອງທ່ຽວ ສະຖານທີ່ພັກແຮມ ຂອດບໍລິການເພື່ອຮອງຮັບນັກທ່ອງທ່ຽວ ໃນວັນທີ 23 ພະຈິກ 2022 ທີ່ແຂວງສາລະວັນ ເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ມີທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງສາລະວັນ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວກະຊວງ ຖວທ ພ້ອມດ້ວຍຜູ້ປະກອບການທຸລະກິດທ່ອງທ່ຽວເຂົ້າຮ່ວມ.

    ທ່ານ ສົມໃຈ ອຸ່ນຈິດ ກ່າວວ່າ  ພາຍຫຼັງທີ່ລັດຖະບານໄດ້ປະກາດໄຂເສັ້ນທາງການທ່ອງທ່ຽວສີຂຽວ ແລະ ໄຂປະເທດຕ້ອນຮັບນັກທ່ອງທ່ຽວຢ່າງເຕັມຮູບແບບ ສໍາລັບແຂວງສາລະວັນ ກໍໄດ້ໄຂບໍລິການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍອີງໃສ່ທ່າແຮງການທ່ອງທ່ຽວທາງທໍາມະຊາດ ວັດທະນະທໍາ ປະຫວັດສາດ ແລະ ກະສິກໍາເປັນທ່າແຮງ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມແຂວງສາລະວັນ ໃນ 9 ເດືອນຕົ້ນປີ 2022 ສາມາດຕ້ອນຮັບນັກທ່ອງທ່ຽວໄດ້ 75.752 ເທື່ອຄົນ ທຽບໃສ່ແຜນການປີ 2022 ປະຕິບັດໄດ້ 58% ພ້ອມດຽວກັນນີ້ ແຂວງສາລະວັນໄດ້ເອົາໃຈໃສ່ຈັດຕັ້ງງານເທສະການເຊັ່ນ ງານເທສະການໝາກພ້າວນາໄຊ ງານເທສະການປີ້ງໄກ່ນາປົ່ງ ແລະ ກິດຈະກໍາການທ່ອງທ່ຽວຕິດພັນກັບວັດທະນະທໍາຮີດຄອງປະເພນີ ການຜະລິດສິນຄ້າຫັດຖະກໍາເພື່ອດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວແຂວງສາລະວັນນັບມື້ນັບເພີ່ມຂຶ້ນ. ກອງປະຊຸມຍັງສ້າງໂອກາດໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ ໄດ້ແລກປ່ຽນ ຄົ້ນຄວ້າລາຍການທ່ອງທ່ຽວເຊື່ອມຕໍ່ກັບບັນດາແຂວງໃກ້ຄຽງພາຍໃນປະເທດ ແລະ ກ້າວໄປສູ່ການສ້າງລາຍການທ່ອງທ່ຽວເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ເຮັດໃຫ້ຂະແໜງການທ່ອງທ່ຽວ ສາມາດເຄື່ອນໄຫວ ແລະ ສ້າງລາຍຮັບ ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ ແລະ ຊຸກຍູ້ຂະແໜງການປິ່ນອ້ອມໃຫ້ມີການພັດທະນາຢ່າງຍືນຍົງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!