ງານສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສໍາລັບປະເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ

    ງານສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ (Community-based Tourism, CBT) ສໍາລັບປະເທດ ກໍາປູເຈຍ ສປປ ລາວ ມຽນມາ ແລະ ສສ ຫວຽດ ນາມ (CLMV) ຈັດໂດຍກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບສູນອາຊຽນ-ຢີປຸ່ນ (ASEAN Japan-Center) ຈັດຂຶ້ນໃນລະຫວ່າງວັນທີ 23-25 ພະຈິກ 2022 ທີ່ນະຄອນຫຼວງພະບາງ ເຊິ່ງເປັນຈຸດໝາຍປາຍທາງການທ່ອງທ່ຽວທາງວັດທະນະທໍາ ແລະ ມໍລະດົກຂອງນັກທ່ອງທ່ຽວຈາກທົ່ວໂລກ ທັງເປັນສະຖານທີ່ທີ່ມີທ່າແຮງດ້ານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຢູ່ ສປປ ລາວ ແລະ ເປັນທີ່ນິຍົມຂອງນັກທ່ອງທ່ຽວຈາກພາຍໃນ ແລະ ຈາກທົ່ວໂລກ.

    ການສໍາມະນາຄັ້ງນີ້ ໄດ້ໃຫ້ກຽດເຂົ້າຮ່ວມພິທີໄຂໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ມີຜູ້ຕາງໜ້າຈາກສູນອາຊຽນ-ຍີ່ປຸ່ນ ຜູ້ຕາງໜ້າຈາກອົງການພັດທະນາພື້ນທີ່ພິເສດ ຈາກປະເທດໄທ (DASTA) ມີບັນດາທ່ານຜູ້ແທນຈາກພາກລັດ ແລະ ພາກທຸລະກິດທີ່ຮັບຜິດຊອບວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈາກບັນດາປະເທດ CLMV ທັງໝົດຈໍານວນ 35 ທ່ານ.

    ຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການທ່ອງທ່ຽວ ຜູ້ທີ່ຮັບຜິດຊອບວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈາກພາກລັດ ຜູ້ປະກອບການທຸລະກິດທ່ອງທ່ຽວ ຈາກບັນດາປະເທດ CLMV ບັນດາຜູ້ຊ່ຽວຊານທີ່ມາຈາກປະເທດຍີ່ປຸ່ນ ປະເທດໄທ ແລະ ຊ່ຽວຊານດ້ານການທ່ອງທ່ຽວໃນພາກພື້ນ ຈາກທະນາຄານພັດທະນາອາຊີ (ADB) ປະຈໍາລາວ ມາແລກປ່ຽນບົດຮຽນທາງພາກທິດສະດີ ຕົວແບບທີ່ພົ້ນເດັ່ນໃນພາກພື້ນ ແລະ ການລົງພາກປະຕິບັດຕົວຈິ່ງຢູ່ແຕ່ລະປະເທດ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊີ່ງ ຕໍ່ກັບການພັດທະນາການທ່ອງທ່ຽວຮູບແບບດັ່ງກ່າວ ພ້ອມດຽວກັນນັ້ນ ແຕ່ລະປະເທດກໍຍັງຈະໄດ້ນໍາສະເໜີຜະລິດຕະພັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ CBT ທີ່ເປັນຕົວແບບຂອງປະເທດຕົນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ການທ່ອງທ່ຽວໃນຮູບແບບດັ່ງກ່າວໄດ້ຮັບການພັດທະນາທີ່ດີຂຶ້ນເທື່ອລະກ້າວ.

    ການສໍາມະນາຄັ້ງນີ້ ໄດ້ແບ່ງອອກເປັນການເຝິກພາກທິດສະດີ 2 ວັນ ແລະ ການເຝິກຢູ່ພາກສະໜາມ 1 ວັນ ເຊິ່ງຈະໄດ້ລົງຢ້ຽມຢາມ ຖອດຖອນບົດຮຽນຢູ່ທີ່ຕາດກວາງຊີ ແລະ ສະຖານທີ່ທ່ອງທ່ຽບແບບປະຊາຊົນມີສ່ວນຮ່ວມ CBT ທີ່ໂດດເດັ່ນຂອງແຂວງຫຼວງພະບາງ ໂດຍຈະໄດ້ຮັບຟັງການປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດ ແລະ ບໍລິການຂອງແຕ່ລະສະຖານທີ່ຈາກບັນດາຜູ້ເຂົ້າຮ່ວມ ແລະ ຊ່ຽວຊານ ເພື່ອເປັນທິດທາງໃຫ້ແກ່ຜູ້ປະກອບການ ແລະ ພາກລັດໃຫ້ມີຄວາມເຂົ້າໃຈເປັນໃນທິດທາງລວງດຽວກັນ.

    ງານໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (Second Greater Mekong Subregion Tourism Infrastructure for Inclusive Growth Project) ແລະ ສູນອາຊຽນ-ຍີ່ປຸ່ນ.

error: Content is protected !!