ປກສ ນວ ສຶກສາອົບຮົມກຸ່ມໄວລຸ້ນ ທີ່ຂັບຂີ່ລົດກວນເມືອງ ເນັ້ນໃຫ້ຢຸດເຊົາພຶດຕິກຳທີ່ເປັນການລະເມີດ

ກອງ­ພັນ​ປ້ອງ​ກັນ​ເຄື່ອນ​ທີ່ ປກສ ນວ ໄດ້​ນຳ​ເອົາ​ກຸ່ມ​ໄວ​ລຸ້ນຂີ່​ລົດ​ກວນ​ເມືອງ ດັດ­ແປງ​ສະພາບ​ເຕັກ­ນິກ​ລົດ ແລະ ໄປ-ມາເດິກ​ກາຍ​ໂມງ​ເວ­ລາ​ທີ່​ກຳ­ນົດ ຈຳ­ນວນ 153 ຄົນ ຍິງ 54 ຄົນ ມາ​ສຶກ​ສາ​ອົບ­ຮົມ ເພື່ອ​ໃຫ້​ຢຸດ​ເຊົາພຶດ­ຕິ​ກຳ​ເຄື່ອນ​ໄຫວ​ທີ່​ເປັນ​ການລະ­ເມີດຄຳ​ສັ່ງ ຂໍ້​ກຳ­ນົດ​ກົດ­ໝາຍ ສ້າງ​ຄວາມ​ບໍ່​ສະ­ຫງົບ​ໃນ​ສັງ­ຄົມ.

ທ່ານ ພັທ ພອນ​ທິບ ພັນ­ທະ​ວົງ ຮອງ​ຫົວ­ໜ້າ​ກອງ­ພັນ​ປ້ອງ​ກັນເຄື່ອນ​ທີ່ ປກສ ນວ ໄດ້​ຂຶ້ນ​ຜ່ານ​ບົດ​ສະ­ຫຼຸບ​ການ​ສະ­ກັດ​ກັ້ນ ແລະ ແກ້ໄຂ​ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ ໃຫ້​ຮູ້ວ່າ: ໃນ​ວັນ​ທີ 8 ພຶດ­ສະ­ພາ 2020 ກອງ­ພັນ​ປ້ອງ​ກັນ​ເຄື່ອນ​ທີ່ ປກສ ນວ ໄດ້​ກັກ​ຕົວ​ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ​ທັງ​ຜູ້​ຂັບ ແລະ ຜູ້​ຊ້ອນ​ທ້າຍ ຈຳ­ນວນ 38 ຄົນ ຍິງ 3 ຄົນ ກັກລົດ​ທີ່​ດັດ­ແປງ​ສະ­ພາບ​ເຕັກ­ນິກ 19 ຄັນ ລົດ​ໃຫຍ່ 1 ຄັນ ແລະ ວັນ​ທີ 9 ພຶດ­ສະ­ພາ 2020 ກອງພັນ​ປ້ອງ​ກັນ​ເຄື່ອນ​ທີ່ ປກສ ນວ ໄດ້​ສົມ­ທົບ​ກັບ​ກຳ­ລັງ​ທະ­ຫານ ນວ ລົງ​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ກຸ່ມໄວ​ລຸ້ນ​ທີ່​ລວມ​ຕົວ​ກັນ ຈຳ­ນວນ​ທັງໝົດ 115 ຄົນ ຍິງ 51 ຄົນ ຢູ່ບຶງ​ທາດ­ຫຼວງ ເມືອງ​ໄຊ​ເສດ​ຖາ ນວ ເພື່ອ​ແລກ­ປ່ຽນ​ສະ​ຕິກ​ເກີ້​ທີ່ເປັນ​ສັນ­ຍາ​ລັກ​ຂອງ​ກຸ່ມ​ແກ້ງ ພ້ອມ​ທັງ​ຢຶດ​ລົດ­ຈັກ​ທີ່​ດັດ­ແປງ​ສະພາບ​ໄດ້ 65 ຄັນ ມາ​ຮອດ​ວັນ 11 ມິ­ຖຸ­ນາ 2020 ຈິ່ງ​ຈັດ​ພິ­ທີ​ສຶກສາ​ອົບ­ຮົມ ເພື່ອ​ເຮັດ​ໃຫ້​ກຸ່ມ​ໄວໜຸ່ມ​ໄດ້​ຮັບ​ຮູ້​ເຖິງ​ກົດ​ລະ­ບຽບ ໄພອັນ­ຕະ­ລາຍ​ຕໍ່​ການ​ກະ­ທຳ​ດັ່ງ­ກ່າວ ແລະ ໃຫ້​ຢຸດ​ເຊົາ ໃນ​ຕອນ​ເຊົ້າວັນ​ທີ 11 ມິ­ຖຸ­ນາ 2020 ຜ່ານ​ມາ.

ໃນ​ໂອ­ກາດ​ດຽວ​ກັນ​ນີ້ ທ່ານ ພັທ ຈັນ​ຫອມ ແກ້ວ​ສຸ­ລະ​ໄຊ ຮອງຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກ່າວວ່າ: ບັນ­ດາ​ໄວ​ໜຸ່ມ​ຕ້ອງ​ມີ​ສະ­ຕິ​ຕໍ່ການ​ໃຊ້​ຊີ­ວິດ​ໃນ​ສັງ­ຄົມ​ປັດ­ຈຸ­ບັນ ບໍ່​ໃຫ້​ຫຼົງ​ເຊື່ອ​ເລ່​ລ່ຽມ​ກົນ­ອຸ­ບາຍຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ທີ່​ຕົວະ​ຍົວະແກ່​ດຶງ​ໄປ​ໃນ​ທາງ​ທີ່​ບໍ່​ດີ ເປັນ­ຕົ້ນແມ່ນ​ຊັກ​ຊວນ​ຫຼິ້ນ​ກິນ​ຟຸມ​ເຟືອຍ ມົ້ວ​ສຸມ​ຢາ​ເສບ​ຕິດ ອາ​ລະ​ວາດ​ຕີກັນ ແລະ ຕັ້ງ​ເປັນ​ກຸ່ມ​ແກ້ງ​ຂີ່​ລົດກວນ​ເມືອງຢູ່​ຕາມ​ເສັ້ນ­ທາງຕ່າງໆ ເຊິ່ງ​ເປັນ​ສາ­ເຫດ​ສ້າງຄວາມ​ວຸ້ນ­ວາຍ​ໃຫ້​ສັງ­ຄົມ ໂດຍ​ບໍ່ເກງ​ກົວ​ຕໍ່​ລະ­ບຽບ​ກົດ­ໝາຍ ສະນັ້ນ ຈິ່ງ​ຮຽກ­ຮ້ອງ​ໃຫ້​ໄວ​ໜຸ່ມ ແລະ ເຍົາ­ວະ​ຊົນ ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການຫຼົງ​ຜິດ​ເຂົ້າ​ຮ່ວມ​ກຸ່ມ​ແກ້ງ​ກວນເມືອງ ໃຫ້​ຢຸດ​ເຊົາ​ພຶດ­ຕິ​ກຳ​ດັ່ງກ່າວ ຖ້າ​ພົບ​ເຫັນ​ໝູ່​ເພື່ອນ​ຍັງເຄື່ອນ​ໄຫວ​ຕັ້ງ​ກຸ່ມ​ກວນ​ເມືອງ ໃຫ້ຕັກ­ເຕືອນ​ຢຸດ​ເຊົາ ຫຼື ແຈ້ງ​ອຳນາດ​ການ​ປົກ­ຄອງ ແລະ ເຈົ້າໜ້າ­ທີ່​ລົງ​ແກ້​ໄຂ​ໃຫ້​ທັນ​ເວ­ລາ ນອກ­ຈາກ​ນີ້ ບັນ­ດາ​ຜູ້​ປົກ­ຄອງ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ສຶກສາ​ອົບ­ຮົມ​ລູກ​ຫຼານ​ຂອງ​ຕົນ ​ບໍ່​ໃຫ້​ເຄື່ອນ​ໄຫວ​ສ້າງ​ຄວາມ​ບໍ່​ສະ­ຫງົບ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບຮ້ອຍ​ຕໍ່​ສັງ­ຄົມ​ອີກ.

error: Content is protected !!