ປກສ ນວ ລົງທົດລອງແກ້ໄຂຮ້ານຮັບຊື້-ຂາຍ ເຫຼັກເສດຂອງຄົນຕ່າງປະເທດຢູ່ເມືອງໄຊທານີ

    ອີງຕາມແຫຼ່ງຂ່າວ ວາລະສານປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ (ນວ) ລົງທົດລອງການກວດກາ ແລະ ແກ້ໄຂຮ້ານຊື້-ຂາຍເຫຼັກເສດຂອງຄົນຕ່າງປະເທດທີ່ລະເມີດກົດໝາຍຂອງ ສປປ ລາວ ຢູ່ເມືອງໄຊທານີ ວັນທີ 24 ພະຈິກ 2022 ເປັນປະທານຂອງພັນເອກ ພູທອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນວ ທັງເປັນຫົວໜ້າຄະນະຮັບຜິດຊອບແກ້ໄຂຮ້ານຊື້-ຂາຍເຫຼັກເສດຂອງຄົນຕ່າງປະເທດທີ່ລະເມີດກົດໝາຍຂອງ ສປປ ລາວ ຢູ່ ນວ ມີທ່ານ ຄໍາພັນ ສຸລິຍະນັນ ຮັກສາການເຈົ້າເມືອງໄຊທານີ ຫົວໜ້າກົມ 207 ຫົວໜ້າ-ຮອງກອງບັນຊາການ ປກສ ເມືອງໄຊທານີ ຄະນະກອງບັນຊາການ ພະແນກກ່ຽວຂ້ອງຈາກ 9 ຕົວເມືອງເຂົ້າຮ່ວມ.

    ພັນໂທ ບຸນຍົງ ສີບຸນເຮືອງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ທັງເປັນຄະນະຮັບຜິດຊອບແກ້ໄຂຮ້ານຊື້-ຂາຍເຫຼັກເສດຂອງຄົນຕ່າງປະເທດ ທີ່ລະເມີດກົດໝາຍຂອງ ສປປ ລາວ ຢູ່ ນວ ກ່າວວ່າ ເພື່ອຮັບປະກັນໃຫ້ແກ່ການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຂົງເຂດທົ່ວ ນວ ໂດຍສະເພາະ ການຮັບຊື້-ຂາຍເຫຼັກເສດຂອງຄົນຕ່າງປະເທດທີ່ບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ຢູ່ໃນຂອບເຂດ ນວ ຈຶ່ງຕົກລົງແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂຮ້ານຊື້-ຂາຍເຫຼັກເສດຂອງຄົນຕ່າງປະເທດທີ່ລະເມີດກົດໝາຍຂອງ ສປປ ລາວ ຢູ່ ນວ ຢ່າງລະອຽດ ຫຼັງຈາກນັ້ນ ຈຶ່ງກໍານົດເອົາເມືອງໄຊທານີ ເປັນເມືອງເຮັດທົດລອງ ໂດຍປະສານສົມທົບກັບອົງການປົກຄອງເມືອງໄຊທານີ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດຕາມແຜນງານຕ່າງໆ ໃນເບື້ອງຕົ້ນ ຄະນະຮັບຜິດຊອບຈະລົງຈັດຕັ້ງປະຕິບັດຢູ່ກຸ່ມບ້ານໄຊ ເມືອງໄຊທານີ ມີທັງໝົດ 8 ບ້ານທີ່ຈະລົງເຮັດທົດລອງໃນຄັ້ງນີ້ ໂດຍສຸມໃສ່ 3 ວຽກງານຄື ເກັບກຳ ແລະ ກວດກາຄືນສະຖິຕິຫ້າງຮ້ານຊື້-ຂາຍເຫຼັກເສດ ຕາມບັນຊີທີ່ມີຢູ່ແລ້ວ ແລະ ສະຖິຕິໃໝ່ທີ່ບໍ່ມີໃນບັນຊີ ດຳເນີນວຽກງານສອບສວນ ແລະ ແຍກບັນດາກໍລະນີການລະເມີດກົດໝາຍຂອງ ສປປ ລາວ ຂອງຄົນຕ່າງປະເທດ ດໍາເນີນການແກ້ໄຂຢ່າງເດັດຂາດຕໍ່ຄົນຕ່າງປະເທດທີ່ລະເມີດກົດໝາຍ ລະບຽບການຕາມກົດໝາຍ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຄະນະຮັບຜິດຊອບໄດ້ແບ່ງການດໍາເນີນງານອອກເປັນ 4 ບາດກ້າວ ແລະ ຄາດວ່າຈະໃຫ້ສໍາເລັດໃນຕົ້ນເດືອນທັນວາ 2022 ນີ້.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!