ເຊີນຊົມງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການ LCCC

    ຄະນະກຳມະການປະສານງານ ອົງການຈັດຕັ້ງສັງຄົມ ຫຼື LCCC ຕາງໜ້າບັນດາອົງການຈັດຕັ້ງສັງຄົມຮ່ວມກັບບັນດາອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ທຶນຕ່າງໆ ຈັດຕັ້ງງານວາງສະແດງຜົນງານ ແລະ ຜະລິດຕະພັນຊຸມຊົນຂອງອົງການຈັດຕັ້ງສັງຄົມ ປະຈຳປີ 2022 ລະຫວ່າງວັນທີ 25-27 ພະຈິກ 2022 ທີ່ຫໍວັດທະນະທຳແຫ່ງຊາດ ມີທ່ານນາງ ຈັນສີ ພີມພະຈັນ ປະທານຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມ ທ່ານ ແສງອາລຸນ ຍົດລືໄຊ ຮອງຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ພ້ອມດ້ວຍເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ ຜູ້ຕາງໜ້າຈາກອົງການ OXFAM ປະຈຳລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ການຈັດງານຄັ້ງນີ້ ເປັນປີທີ່ 4 ໃນການຈັດງານວາງຜະລິດພັນຜົນງານ ແລະ ຜະລິດຕະພັນຊຸມຊົນ ຂອງອົງການຈັດຕັ້ງສັງຄົມລາວ ໂດຍຄະນະກຳມະການປະສານງານຈັດຕັ້ງສັງຄົມ ແລະ ເປັນການສ້າງໂອກາດໃຫ້ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຈະໄດ້ວາງສະແດງຜົນງານໃນການປະກອບສ່ວນຊ່ວຍເຫຼືອສັງຄົມລາວໃນໄລຍະຜ່ານມາ ເຊິ່ງງານຄັ້ງນີ້ ບໍ່ພຽງແຕ່ສະທອ້ນໃຫ້ເຫັນຄວາມສາມາດຂອງຄະນະກຳມະການປະສານງານອົງການຈັດສັງຄົມເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນໄດ້ວ່າ ລັດຖະບານ ສປປ ລາວ ຍັງເຊື່ອໝັ້ນ ແລະ ເຫັນໄດ້ວ່າອົງການຈັດຕັ້ງສັງຄົົມລາວ ມີສວ່ນໃນການພັດທະນາເສດຖະກິດສັງຄົມຢ່າງເປີດກ້ວາງ ການວາງສະແດງຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເຊັ່ນ ສະມາຄົມ ມູນນິທິ ອົງການຈັດຕັ້ງສັງຄົມລາວ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 70 ສະມາຄົມ ແລະ ຊາວກະສິກອນເຂົ້າຮວ່ມວາງສະແດງຜະລິດຕະພັນດ້ານກະສິກຳ ສຶກສາ ສາທາ ຫັດຖະກຳ ແລະ ອື່ນໆ ນອກຈາກນີ້ ຍັງເປີດກວ້າງ ເຮັດໃຫ້ອົງການຈັດຕັ້ງສັງຄົມໄດ້ແລກປ່ຽນບົດຮຽນຫຼຍດ້ານ ໂດຍສະເພາະແມ່ນການປະຕິບັດກິດຈະກຳຕ່າງໆ ຄວາມຮູ້ດ້ານການຕະຫຼາດ ສາມາດສ້າງເຄື່ອຂ່າຍກັບຮ້ານຄ້າ ແລະ ກຸ່ມພໍ່ຄ້າຊາວຂາຍໃນຄອນຫຼວງວຽງຈັນ ເພື່ອວາງສະແດງ ແລະ ຂາຍຜະລິດຕະພັນ ງານດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຈາກສະຖານທູດຝຣັ່ງ ອົງການອັອກສຟາມ ສະຫະພາບເອີຣົບ ອົງການແຄຣປະຈຳລາວ ແລະ ແຜນງານ Giz/CEGGA. 

# ຂ່າວ – ພາບ : ອົ່ນ ໄຟສົມທອງ 

error: Content is protected !!