ໜອງຈັນ ຖືເປັນຕະຫຼາດ ຕົວແບບຫັນມານຳໃຊ້ຖົງຜ້າຫຼຸດພາວະໂລກຮ້ອນ-ຂີ້ເຫຍື້ອ

ເມື່ອ​ມີ​ການ​ນຳ​ໃຊ້​ຖົງ​ຢາງ​ປລາ​ສ​ຕິກ​ຫຼາຍ ​ກໍຈະ​ເຮັດ​ໃຫ້​ປະ­ລິ­ມານ​ອາຍ​ກາ​ໂບ​ນິກ​ທີ່​ປ່ອຍ​ສູ່​ຊັ້ນບັນ­ຍາ­ກາດ​ໂລກ ຈາກ​ການ​ເຜົາ​ໄໝ້​ໃນ​ກິດ­ຈະ­ກຳການ​ຜະ­ລິດ ແລະ ເຜົາ​ທຳ­ລາຍ​ຖົງ​ປລາສ​ຕິກ​ ກໍຈະ​ຍິ່ງ​ສູງ​ຫຼາຍ​ຂຶ້ນ​ຕິດ­ຕາມ​ມາ​ດ້ວຍ​ບັນ­ຫາ​ເກີດມົນ​ລະ​ພິດ ຖົງ​ປລາ​ສ​ຕິກ​ສົ່ງ​ຜົນ​ໃຫ້​ເກີດ​ພາ­ວະ​ໂລກ​ຮ້ອນ ຕ້ອງ​ໄດ້​ໃຊ້​ເວ­ລາ​ຍ່ອຍ​ສະ­ຫຼາຍ​ເຖິງ 450 ປີ ຖ້ານຳ​ມາ​ເຜົາ​ກໍ​ຈະ​ເຮັດ​ໃຫ້​ເກີດ​ມົນ​ລະ​ພິດ​ກໍ່­ໃຫ້­ເກີດພາ­ວະ​ໂລກ​ຮ້ອນ ແລະ ການ​ນຳ​ໃຊ້​ຖົງ​ຜ້າ​ຈະ​ຊ່ວຍຫຼຸດ​ການ​ປົນ​ເປື້ອນ​ຂອງ​ສານ​ກໍ່​ມະ​ເຮັງ ແລະ ຖ້າທຸກ​ຄົນ​ຫັນ​ມາ​ນຳ​ໃຊ້​ຖົງ​ຜ້າ​ພຽງ 1 ອາ­ທິດ ຈະ​ຊ່ວຍຫຼຸດ​ການ​ນຳ​ໃຊ້​ຖົງ​ຢາງ​ປລາສ​ຕິກ​ໄປ​ຢ່າງ​ຫຼວງຫຼາຍ​ຕໍ່​ປີ ດັ່ງ­ນັ້ນ ການ​ນຳ​ໃຊ້​ຖົງ​ຜ້າ ຈຶ່ງ​ເປັນ​ທາງເລືອກ​ເພື່ອ​ໃຊ້​ທົດ​ແທນ​ຖົງ​ປລາສ​ຕິກ ສາ­ມາດ​ຫຼຸດຂີ້​ເຫຍື້ອ ແລະ ຊ່ວຍ​ຫຼຸດ​ພາ­ວະ​ໂລກ​ຮ້ອນ​ໄດ້​ອີກດ້ວຍ.

ຕະ­ຫຼາດ​ໜອງ​ຈັນ ຫຼື ຕະ­ຫຼາດ​ຂົວ​ດິນ​ຖື​ເປັນ​ຕະຫຼາດ​ທຳ​ອິດໃນ ນວ ທີ່​ໄດ້​ເຫັນ​ຄວາມ​ສຳ­ຄັນ​ໃນການ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຈຶ່ງ​ໄດ້​ຫັນ​ມາ​ໃຫ້​ຊາວຄ້າ­ຂາຍ ກໍ​ຄື ຜູ້​ມາ​ຊື້​ຢຸດ​ການ​ນຳ​ໃຊ້​ຖົງ​ຢາງ​ປລາສຕິກ ແລ້ວ​ຫັນ​ມາ​ນຳ​ໃຊ້​ຖົງ​ຜ້າ​ທົດ​ແທນ ເພື່ອ​ຫຼຸດຂີ້​ເຫຍື້ອ ແລະ ຊ່ວຍ​ຫຼຸດ​ພາ­ວະ​ໂລກ​ຮ້ອນ.

ທ່ານ ໄພ​ທອງ ວົງ​ຣາ​ຕຣີ ຫົວ­ໜ້າ​ບໍ­ລິ­ສັດ ລຽງເຮັງ​ການ​ຄ້າ ບໍ­ລິ­ການ​ຈັດ​ສັນ​ຕະ­ຫຼາດ​ໜອງ​ຈັນ ໄດ້​ກ່າວ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຢຸດເຊົາ​ນຳ​ໃຊ້​ຖົງ​ຢາງ​ປລາສ​ຕິກ​ພາຍ​ໃນ​ຕະ­ຫຼາດ​ນີ້ ແມ່ນ​ໄດ້​ມີ​ການ​ປະ­ຊາ­ສຳ­ພັນ​ລ່ວງ​ໜ້າ​ເປັນ​ເວ­ລາ 4 ເດືອນ ເພື່ອ​ສ້າງ​ຄວາມ​ເຂົ້າ­ໃຈ​ໃຫ້​ກັບ​ຊາວ​ຄ້າຂາຍ ແລະ ຜູ້​ທີ່​ມາ​ຈັບ​ຈ່າຍ​ສິນ­ຄ້າ​ພາຍ​ໃນ​ຕະຫຼາດ ຫຼັງ​ຈາກ​ນັ້ນ ຈຶ່ງ​ໄດ້​ເລີ່ມ​ປະ­ຕິ­ບັດ​ໃນ​ວັນ​ທີ 17 ພຶດ​ສາ​ພາ 2020 ເປັນ­ຕົ້ນ​ມາ​ເຫັນ​ວ່າ​ຊາວ​ຄ້າ­ຂາຍ ລວມ​ທັງ​ຜູ້​ມາ​ຊື້​ສິນ­ຄ້າ ເຮັດ​ໄດ້​ປະ­ມານ 50-60% ເພາະ­ວ່າ​ຍັງ​ຢູ່​ໃນ​ການ​ລິ​ເລີ່ມ ເຊິ່ງ​ໂຄງ­ການ​ຢຸດ​ນຳໃຊ້​ຖົງ​ຢາງ​ປລາ​ສ​ຕິກ​ພາຍ​ໃນ​ຕະ­ຫຼາດ​ນີ້ ບໍ່​ແມ່ນຫ້າມ​ຢຸດ​ເຊົາ​ໃຊ້​ທັງ​ໝົດ​ພາຍ​ໃນ​ຕະ­ຫຼາດ ເຊິ່ງ​ໄດ້ມີ​ການ​ກຳ­ນົດ​ປະ­ເພດ​ສິນ­ຄ້າ​ໄວ້​ລະ­ອຽດ​ຄື: ພາກສ່ວນ​ທີ່​ອະ­ນຸ­ຍາດ​ໃຫ້​ນຳ​ໃຊ້​ຕໍ່ຄື ຂາຍ​ສິນ­ຄ້າ​ປະ­ເພດ ຊີ້ນ ປາ ເຄື່ອງ​ທີ່​ປຽກ​ຊຸ່ມ ລວມ​ທັງ​ອາ­ຫານ​ບາງ​ປະເພດ​ທີ່​ຈຳ­ເປັນ​ຕ້ອງ​ໃຊ້​ຖົງ​ຢາງ ແລະ ພາກ­ສ່ວນທີ່​ຫ້າມ​ເດັດ­ຂາດ ຕ້ອງ​ຢຸດ​ເຊົາ​ໃນ​ການ​ນຳ​ໃຊ້​ຖົງຢາງ​ແມ່ນ​ສິນ­ຄ້າ​ປະ­ເພດ​ເຄື່ອງ​ແຫ້ງ ເຄື່ອງ­ນຸ່ງຫົ່ມ ເກີບ ລວມ​ທັງ​ພືດ​ຜັກ ໝາກ​ໄມ້ທີ່​ບໍ່​ຈຳ­ເປັນນຳ​ໃຊ້​ຖົງ​ຢາງ​ປລາ​ສ​ຕິກ ຕ້ອງ​ຫັນ­ປ່ຽນ ແລະ ພ້ອມ​ກັນ​ປະ­ຕິ­ບັດ.

ທ່ານ​ນາງ ວາດ​ສະ­ໜາ ຜູ້​ທີ່​ໄດ້​ໄປ​ຊື້​ສິນ­ຄ້າ​ຢູ່​ຕະຫຼາດ​ໜອງ​ຈັນ ​ໄດ້​ກ່າວ​ວ່າ: ການ​ທີ່​ຕະ­ຫຼາດ​ໜອງຈັນ ​ໄດ້​ຈັດ​ຕັ້ງ​ການ​ປະ­ຕິ­ບັດ​ໂຄງ­ການ​ຢຸດ​ເຊົາ​ນຳ​ໃຊ້ຖົງ​ຢາງ​ປລາສ​ຕິກ​ພາຍ​ໃນ​ຕະ­ຫຼາດ​ນີ້ ແມ່ນ​ເປັນໂຄງ­ການ​ທີ່​ດີ​ເປັນ​ການ​ຊ່ວຍ​ຫຼຸດ​ການ​ນຳ​ໃຊ້​ຖົງຢາງ​ປລາສ​ຕິກ ແລະ ຫຼຸດ​ຂີ້​ເຫຍື້ອ ຕັ້ງ­ແຕ່​ເລີ່ມ​ຈັດຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ​ມາ ​ຂ້າ­ພະ­ເຈົ້າ​ກໍ​ໄດ້​ໃຫ້​ຄວາມ​ຮ່ວມ​ມື​ເວ­ລາ​ມາ​ຕະ­ຫຼາດ​ກໍ​ໄດ້​ນຳ​ເອົາຖົງ​ຜ້າ ແລະ ກະ­ຕ່າ​ມາ​ໃສ່​ສິນ­ຄ້າ​ທີ່​ຊື້​ດ້ວຍ​ຕົນ​ເອງ ແລະ ອີກ​ຢ່າງ​ໜຶ່ງ​ແມ່ນ​ຂໍ​ຊົມ­ເຊີຍ​ບັນ­ດາ​ຮ້ານ​ຄ້າບາງ​ຮ້ານ ເຊັ່ນ ຮ້ານ​ຂາຍ​ໝາກ​ໄມ້ ແລະ ຮ້ານຂາຍ​ຜັກ​ພາຍ​ໃນ​ຕະ­ຫຼາດ​ແມ່ນ​ໄດ້​ຫັນ​ມາ​ນຳ​ໃຊ້​ຖົງ​ຜ້າ ແລະ ຖົງ​ເຈ້ຍ​ເພື່ອ​ໃສ່​ໝາກ​ໄມ້​ໃຫ້​ກັບ​ລູກ​ຄ້າ ດັ່ງ­ນັ້ນ​ ຈຶ່ງ​ຂໍ​ໃຫ້​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດີ​ດີແບບ​ນີ້ ແລະ ຕະ­ຫຼາດ​ອື່ນໆ​ກໍ​ຄວນ​ຫັນ​ມາ​ນຳ​ເອົາບົດ­ຮຽນ ​ເພື່ອ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ເພື່ອ​ຮ່ວມ​ກັນ ໃນ​ການ​ຮັກ­ສາ​ສິ່ງ­ແວ­ດລ້ອມ.

error: Content is protected !!