ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງອົງການອຸຍເນັດສະໂກ (UNESCO) ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບການສ້າງຄວາມເຂັ້ມແຂງໃນການປະເມີນຜົນກະທົບທາງດ້ານມໍລະດົກໃນ ສປປ ລາວ ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກທາງວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ໃຫ້ມີຄວາມໝັ້ນຄົງ ຍືນຍົງ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດ ໃນອະນາຄົດ.

    ກອງປະຊຸມຄັ້ງນີ້ ຈັດຂຶ້ນວັນທີ 25 ພະຈິກ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າກົມມໍລະດົກ ກະຊວງ ຖວທ ແລະ ທ່ານນາງ ຊາຣາ ເຊັກເກນເນດ ຜູ້ປະສານງານອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງອົງການອຸຍເນັດສະໂກ ປະຈຳລາວ (UNESCO) ມີແຂກຖືກເຊີນຈາກກະຊວງ ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

    ໂອກາດນີ້ ທ່ານ ພະຂັນໄຊ ສີຂັນໄຊ ກ່າວມີຄຳເຫັນວ່າ: ພາຍຫຼັງທີ່ປະເທດຊາດໄດ້ຮັບການສະຖາປະນາໃນປີ 1975 ເປັນຕົ້ນມາ ພັກ ແລະ ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ຂົງເຂດວຽກງານຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດຂອງຊາດຢ່າງບໍ່ຢຸດຢັ້ງ ໄດ້ສະແດງໃຫ້ພວກເຮົາເຫັນວ່າ ຈາກເມື່ອກ່ອນພວກເຮົາບໍ່ເຄີຍມີມໍລະດົກແຫ່ງຊາດຈັກແຫ່ງ ແຕ່ມາຮອດປີ 1993 ພວກເຮົາສາມາດສຳເລັດການຂຶ້ນບັນຊີມໍລະດົກລະດັບຊາດ ຈຳນວນ 15 ແຫ່ງ ແລະ ມາຮອດປັດຈຸບັນ ສາມາດສຳເລັດການນຳສະເໜີເອົາມໍລະດົກແຫ່ງຊາດທາງດ້ານວັດທະນະທຳທີ່ເປັນວັດຖຸ ເຂົ້າເປັນມໍລະດົກໂລກໄດ້ແລ້ວ 3 ແຫ່ງ ຄື: ເມືອງຫຼວງພະບາງ (1995) ວັດພູຈຳປາສັກ (2001) ແລະ ທົ່ງໄຫຫີນຊຽງຂວາງ (2019) ພ້ອມກັນນັ້ນ ພວກເຮົາຍັງໄດ້ສຳເລັດການນຳສະເໜີເອົາສຽງແຄນເຊື້ອຊາດລາວ ເຂົ້າເປັນມໍລະດົກທາງດ້ານນາມມະທຳຂອງມວນມະນຸດຊາດ ໃນປີ 2017 ແລະ ໃນປັດຈຸບັນ ພວກເຮົາກຳລັງປະກອບເອກະສານຄຳຮ້ອງເພື່ອນຳສະເໜີເອົາພູມປັນຍາການຕ່ຳລາຍນາກ ລຳວົງລາວ ເຂົ້າເປັນມໍລະດົກໂລກທາງດ້ານນາມມະທຳ ແລະ ກຳລັງຂຸ້ນຂ້ຽວປະກອບເອກະສານຄຳຮ້ອງເພື່ອສະເໜີເອົາອຸດທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກຮ່ວມຊາຍແດນແບບເຊື່ອມຕໍ່ກັບສວນອຸດທິຍານແຫ່ງຊາດຟອງຫຍາແກ່ບາງ ມໍລະດົກໂລກຂອງ ສສ ຫວຽດນາມ ຄາດວ່າຈະໃຫ້ສຳເລັດ ແລະ ຍື່ນສະເໜີຕໍ່ອົງການອຸຍເນັດສະໂກ ເພື່ອພິຈາລະນາໃນຕົ້ນເດືອນກຸມພາ 2023 ນີ້.

    ທ່ານຫົວໜ້າກົມມໍລະດົກ ກ່າວອີກວ່າ: ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກທາງວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ໃຫ້ສາມາດຮັບປະກັນໄດ້ຄວາມໝັ້ນຄົງ ຍືນຍົງ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດ ກະຊວງ ຖວທ ໄດ້ສຸມໃສ່ປັບປຸງກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ ທີ່ຖືກຮັບຮອງຢ່າງເປັນທາງການໃນທ້າຍປີ 2021 ກົດໝາຍວ່າດ້ວຍມໍລະດົກແຫ່ງຊາດສະບັບປັບປຸງນີ້ ໄດ້ບັນຈຸໃຫ້ມີຂໍ້ກຳນົດໃໝ່ກ່ຽວກັບການປະເມີນຜົນກະທົບຕໍ່ມໍລະດົກ ວັດທະນະທຳ ປະຫວັດສາດ ແລະ ທຳມຊາດຂອງຊາດ ໂດຍລະບຸວ່າ: “ທຸກໆໂຄງການພັດທະນາ ຫຼື ກິດຈະກຳການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນ ການພັດທະນາອຸດສາຫະກຳ ກະສິກຳ ແລະ ພື້ນຖານໂຄງລ່າງ ອາດສົ່ງຜົນກະທົບໂດຍກົງ ຫຼື ທາງອ້ອມຕໍ່ມໍລະດົກແຫ່ງຊາດທາງດ້ານວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ມໍລະດົກດັ່ງກ່າວ ພ້ອມທັງສ້າງບົດລາຍງານ ແລະ ແຜນການກ່ຽວກັບວິທີການຄຸ້ມຄອງ ຕິດຕາມ ແລະ ກວດກາ”.

    ຢ່າງໃດກໍຕາມ ເນື່ອງຈາກການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບດ້ານມໍລະດົກ ຍັງບໍ່ທັນມີການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ຍັງບໍ່ທັນມີເຄື່ອງມືດ້ານນິຕິກຳທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ດັ່ງນັ້ນ ກະຊວງ ຖວທ ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອນຳອົງການອຸຍເນັດໂກ ໃຫ້ມີການຮ່ວມມື ແລະ ສະໜັບສະໜູນເພື່ອສ້າງເຄື່ອງມືທາງດ້ານນິຕິກຳໃຫ້ເປັນບ່ອນອີງ ແລະ ຄູ່ມືໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບຕໍ່ມໍລະດົກຂອງຊາດໃນອະນາຄົດ.

    ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ຮັບຟັງການທົບທວນການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມໃນ ສປປ ລາວ ທົບທວນການປະເມີນຜົນກະທົບທາງດ້ານມໍລະດົກດ້ວຍຫຼາຍມາດຕະຖານສາກົນ ທົບທວນແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກປັກຮັກສາມໍລະດົກໂລກໃນສະພາບການທີ່ມີໂຄງການພັດທະນາຕ່າງໆ ພ້ອມທັງສົນທະນາ ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການສ້າງເຄື່ອງມືດ້ານນິຕິກຳ ແລະ ຄູ່ມື ມີເນື້ອໃນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.

error: Content is protected !!