ຈຳປາສັກ ທີມຍິງ-ຊາຍ ຄວ້າແຊັມບານເຕະນັກຮຽນ Copa Coca-Cola Lao

    ທີມບານເຕະນັກຮຽນແຂວງຈໍາປາສັກ ທັງທີມຍິງ ແລະ ທີມຊາຍ ຄວ້າແຊັມການແຂ່ງຂັນກີລາບານເຕະນັກຮຽນທົ່ວປະເທດ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ລາຍການ Copa Coca-Cola Lao ຄັ້ງທີ V ປະຈຳປີ 2022 ຫຼັງເອົາຊະນະຄູ່ແຂ່ງໃນຮອບຊີງຊະນະເລີດ ປະຈໍາວັນທີ 24 ພະຈິກ 2022 ທີ່ສະໜາມລ້ານຊ້າງ ສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ຂັນທະລີ ສີລິພົງພັນ ຮອງລັດທະມົນຕີກະຊວງ ສສກ ພ້ອມດ້ວຍຕົວແທນຈາກບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕຼີງ ຈຳກັດ ແລະ ຜູ້ສະໜັບສະໜູນອື່ນໆ ລວມເຖິງຄູູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

     ໂອກາດດັ່ງກ່າວ ທ່ານ ວິລະວັນ ບຸນສຸກໄທ ຫົວຫນ້າກົມກີລາມວນຊົນ ພະລະ ແລະ ສິລະປະສຶກສາ ກະຊວງ ສສກ ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນໃນທົ່ວປະເທດ ຄັດເອົາ 2 ທີມຈາກພາກເໜືອ 4 ທີມ ຈາກນະຄອນຫຼວງວຽງຈັນ ແລະ 2 ທີມຈາກພາກໃຕ້ ເຂົ້າຮ່ວມແຂ່ງຂັນໃນຮອບ 4 ທີມສຸດທ້າຍ ໂດຍທີມບານເຕະນັກຮຽນຈໍາປາສັກທັງທີມຍິງ ແລະ ທີມຊາຍ ຜ່ານເຂົ້າຮອບສຸດທ້າຍໃນລາຍການດັ່ງກ່າວ ໃນຖານະແຊັມຮອບຄັດເລືອກຂົງເຂດພາກໃຕ້ ຂຶ້ນມາແຂ່ງຂັນລາຍການ Copa Coca-Cola Lao ຄັ້ງທີ V ປະຈຳປີ 2022 ໃນຕົ້ນອາທິດທີ່ຜ່ານມາ ເພື່ອຂຶ້ນມາແຂ່ງຂັນໃນຮອບ 4 ທີມ ປະກອບມີ: ທີມຊາຍມີ ມສ ສາລາຄໍາ ກັບ ມສ ຫງຽນຢູ ຈາກນະຄອນຫຼວງ ແຂວງໄຊຍະບູລີ ແລະ ແຂວງຈໍາປາສັກ ສ່ວນທີມຍິງມີ ມສ ສົມສະຫວາດ ກັບ ມສ ໂຄກສີວິໄລ ຈາກນະຄອນຫຼວງຫຼວງ ຫຼວງພະບາງ ແລະ ຈໍາປາສັກ.

     ຜ່ານການແຂ່ງຂັນ ປາກົດວ່າ: ທີມຍິງ ແຂວງຈໍາປາສັກ ເອົາຊະນະ ມສ ໂຄກສີວິໄລ ໃນຮອບ 4 ທີມສຸດທ້າຍ ກ່ອນຜ່ານເຂົ້າຊີງຊະນະເລີດ ສາມາດເອົາຊະນະແຂວງຫຼວງພະບາງ 2-0 ຄວ້າແຊັມປະເພດທີມຍິງໄປຄອງ ສ່ວນທີມຊາຍ ແຂວງຈໍາປາສັກ ດວນຈຸດໂທດ ເອົາຊະນະ ມສ ສາລະຄໍາ 4-2 ຫຼັງສະເໝີກັນ 1-1 ໃນຮອບ 4 ທີມສຸດທ້າຍ ກ່ອນຜ່ານການເຂົ້າຮອບຊີງຊະນະເລີດ ກໍສາມາດບຽດເອົາຊະນະ ມສ ຫງວຽນຢູ 1-0 ຄວ້າແຊັມປະເພດທີມຊາຍໄປຄອງ.

     ສະຫຼຸບການແຂ່ງຂັນບານເຕະ Copa Coca-Cola Lao ຄັ້ງທີ V ປະຈຳປີ 2022 ມີດັ່ງນີ້: ປະເພດທີມຊາຍ: ແຊັມ ຈໍາປາສັກ ຮອງແຊັມ ມສ ຫວງຽນຢູ ອັນດັບ 3 ມສ ສາລາຄໍາ ຕົວແທນຈາກນະຄອນຫຼວງວຽງຈັນ ລາງວັນຜູ້ຮັກສາປະຕູດີເດັ່ນ ທ້າວ ທິດສາຄອນ ສາລີວົງຮັດ ລາງວັນດາວຍິງສູງສຸດ ກິຕາ ເຮືອງວິໄລ ຈາກ ມສ ຫງວຽນຢູ ແລະ ລາງວັນນັກເຕະດີເດັ່ນ ວັນທະສັກ ອິນທິລາດ ສ່ວນປະເພດທີມຍິງ: ແຊັມ ຈໍາປາສັກ ຮອງແຊັມ ແຂວງຫຼວງພະບາງ ອັນດັບ 3: ມສ ໂຄກສີວິໄລ ລາງວັນຜູ້ຮັກສາປະຕູດີເດັ່ນ ນາງ ປານິດາ ລາດຊະວົງ ຈາກແຂວງຈໍາປາສັກ ລາງວັນດາວຍິງສູງສຸດ ນາງ ເຮມາ ແສງປະເສີດ ຈາກແຂວງຈໍາປາສັກ ແລະ ລາງວັນນັກເຕະດີເດັ່ນ ນາງ ຟ້າ ພົມມາ ຈາກແຂວງຫຼວງພະບາງ.    

# ຂ່າວ – ພາບ :  ສີພອນ 

error: Content is protected !!