ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນວັນທີ 5-30 ທັນວາ

    ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການຄະນະປະຈໍາ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ໃນວັນທີ 28 ພະຈິກ 2022 ທີ່ສະພາແຫ່ງຊາດວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນໃນ ວັນທີ 5-30 ທັນວາ 2022 ເປັນເວລາ 20 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).

    ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື: ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023 ຂອງລັດຖະບານ ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດລາຍງານ ກ່ຽວກັບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2021 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ ຄາດຄະເນ 3 ເດືອນທ້າຍປີ ແລະ ໝົດປີ 2022 ແລະ ທິດທາງການສ້າງແຜນງົບປະມານແຫ່ງລັດ ປີ 2023 ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດລາຍງານ ກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ.

     ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020. ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສານປະຊາຊົນສູງສຸດ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນສູງສຸດ.

    ພິຈາລະນາ ຮັບຮອງເອົາການ​ສ້າງ ແລະ ປັບປຸງກົດໝາຍ ຈໍານວນ 12 ສະບັບ​ ໃນນີ້: ຮ່າງກົດ    ໝາຍສ້າງໃໝ່ 3 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ໜັງສືຜ່ານແດນ ຮ່າງກົດໝາຍວ່າດ້ວຍການທາງນໍ້າ ຮ່າງກົດໝາຍວ່າດ້ວຍຫໍພິພິທະພັນ ກົດໝາຍປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍ ທະນາຍຄວາມ ກົດໝາຍວ່າດ້ວຍ ທະບຽນສານ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ກົດໝາຍວ່າດ້ວຍ ວິສາຫະກິດ ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ ກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຼນິກ ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ກົດ ໝາຍວ່າດ້ວຍ ການກວດກາລັດ ວຽກງານສະພາແຫ່ງຊາດບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2023 ຂອງສະພາແຫ່ງຊາດ ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມມະຕິສະບັບເລກທີ 62/ສພຊ ລົງວັນທີ 8 ກໍລະກົດ 2022.

    ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ບົດປະກອບຄໍາເຫັນຂອງຄະນະປະຈໍາສະພາແຫ່ງຊາດ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2021 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນຄາດຄະເນ 3 ເດືອນທ້າຍປີ ແລະ ໝົດປີ 2022 ແລະ ທິດທາງການສ້າງແຜນງົບປະມານແຫ່ງລັດ ປີ 2023 ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020 ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຕິດຕາມກວດກາການສ້າງວິຊາຊີບ ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.

    ມະຕິກອງປະຊຸມສະພາແຫ່ງຊາດ​ ລວມມີ 20 ສະບັບ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023, ບົດ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2021 ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ ຄາດຄະເນ 3 ເດືອນທ້າຍປີ ແລະ ໝົດປີ 2022 ແລະ ທິດທາງການສ້າງແຜນງົບປະມານແຫ່ງລັດ ປີ 2023 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ ຜົນການກວດກາ ຕາມຜົນການກວດສອບ ປີ 2020 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດ ແລະ ການ ເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາກົດໝາຍ ຈໍານວນ 12 ສະບັບ.

    ໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂ້າພະເຈົ້າ ຂໍເຊີນຊວນບັນ ດາທ່ານພະນັກງານ, ລັດຖະກອນ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກຳມະກອນ ຊາວຜູ້ອອກແຮງງານ ພໍ່ແມ່ພີ່ນ້ອງ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍ​ດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ: ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

    ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX.

error: Content is protected !!