5 ຂໍ້ດີຂອງ ສັງຄົມອອນລາຍ ໃນຍຸກ COVID-19

ໃນ​ຍຸກ​ທີ່​ເຕັກ​ໂນ​ໂລ​ຊີ​ພັດ­ທະ­ນາ​ວ່ອງ­ໄວ​ຫຼາຍ ຈົນ​ປັບ​ຕົວ​ເກືອບ​ບໍ່​ທັນ​ໂລກ​ອອນ​ລາຍ ກໍ​ເບິ່ງ​ຄື​ກັບ​ວ່າ​ຈະ​ກາຍ­ເປັນ​ຕົວ​ຮ້າຍ​ຂຶ້ນ​ມາ​ທັນ­ທີ ເພາະ​ຄົນ​ຢູ່​ແຕ່​ກັບ​ໜ້າ​ຈໍ ເສບ​ແຕ່​ເລື່ອງ​ທີ່​ຕົນ​ເອງ​ພໍ­ໃຈ ບໍ່​ເປິດ​ໃຈ​ໃຫ້​ຄົນ​ອື່ນ ບໍ່​ມີ​ປະ­ຕິ​ສຳ­ພັນ​ກັບ​ຄົນ​ອ້ອມ​ຂ້າງ ຈົນ​ກາຍ​ເປັນ­ຄວາມ​ຫ່າງ​ເຫີນ​ຫຼາຍ​ຂຶ້ນ​ທຸກ​ເວ­ລາ.

ຈາກ​ທີ່​ເມື່ອ​ກ່ອນ ຄົນ​ຈະ​ຈັບ​ກຸ່ມ​ໂອ້​ລົມ​ເລື່ອງ​ຕ່າງໆ​ກັນ​ຕອນ​ພັກ​ທ່ຽງ ກັບ​ກາຍ­ເປັນ​ທຸກ​ຄົນ​ນັ່ງ​ກົ້ມ​ໜ້າ​ຢູ່​ແຕ່​ກັບ​ຈໍ​ໂທລະ­ສັບ ບໍ່​ໂອ້​ລົມ​ກັນ ທັງ​ທີ່​ນັ່ງ​ຢູ່​ຂ້າງໆ​ກັນ.

ພໍ​ມາ​ເຖິງ​ໄລ­ຍະ COVID-19 ຊຶ່ງ​ຂະ­ນະ​ນີ້ ສະ­ຖາ­ນະ​ການ​ໃນ​ປະ­ເທດ​ລາວ​ຖື​ວ່າ​ດີ​ຂຶ້ນ​ຫຼາຍ ຈົນ​ມີ​ມາດ​ຕະ­ການ​ຜ່ອນ­ຜັນ​ຕ່າງໆ ເປັນ​ຂ່າວ​ດີ​ວ່າ​ເຮົາ​ຈະ​ກັບ​ມາ​ດຳ­ເນີນ​ຊີ­ວິດ​ກັນ​ເປັນ​ປົກ­ກະ­ຕິ​ໄດ້​ໃນ​ບໍ່​ຊ້າ ແຕ່​ກໍ​ອາດ​ຈະ​ຕ້ອງ​ປັບ​ປ່ຽນ​ວິ­ຖີ​ຊີ­ວິດ​ກັນ​ເລັກ​ໜ້ອຍ ສະ­ນັ້ນ ຜູ້​ຂຽນ​ຈະ​ຂໍ​ເວົ້າ​ເຖິງ​ຂໍ້​ດີ​ຂອງ​ໂລກ​ອອນ​ລາຍ ໃນ​ຍຸກ COVID-19 ກັນ ຊຶ່ງ​ເປັນ​ໂລກ​ອອນ​ລາຍ.

1. ອັບ​ເດດ​ຂ່າວ­ສານ​ໄດ້​ວ່ອງ­ໄວ

“ຍິ່ງ​ຮູ້​ເລື່ອງ​ໄດ້​ໄວ​ເທົ່າ­ໃດ ກໍ​ຍິ່ງ​ຫາ​ທາງ​ຮັບ​ມື​ໄດ້​ດີ​ເທົ່າ​ນັ້ນ” ເປັນ​ຄຳ​ເວົ້າ​ທີ່​ພິ­ສູດ​ແລ້ວ​ວ່າ​ຈິງ ການ​ທີ່​ເຮົາ​ໄດ້​ຮູ້​ອັນ​ໃດ​ຕັ້ງ­ແຕ່​ຫົວ­ທີ ຈະ​ເຮັດ​ໃຫ້​ເຮົາ​ໄດ້​ກຽມ​ຕົວ ມີ​ເວ­ລາ​ຄິດ​ໃຫ້​ຮອບ​ຄອບ ແລະ ວາງ​ແຜນ​ຢ່າງ​ຮັດ­ກຸມ ເພື່ອ​ຮັບ​ມື​ກັບ​ເລື່ອງ​ຕ່າງໆ​ໄດ້​ດີ​ຂຶ້ນ ທັງ​ນີ້ ທັງ​ນັ້ນ ການ​ເຊື່ອ​ເລີຍ​ໃນ​ທັນ­ທີ​ກໍ​ບໍ່​ແມ່ນ​ເລື່ອງ​ດີ ຕ້ອງ​ມີ​ວິ­ຈາ­ລະ­ນະ­ຍານ​ໃນ​ການ​ເສບ​ຂ່າວ​ດ້ວຍ ວ່າ​ເປັນ​ຂ່າວ​ຈິງ ຫຼື​ຂ່າວ​ປອມ ແລະ ກໍ​ຢ່າ​ຕື່ນ​ຕົກ­ໃຈ​ເກີນ​ເຫດ ເພາະ​ຈະ​ເຮັດ​ໃຫ້​ເຮົາ​ສະ­ຕິ​ແຕກ​ຈົນ​ເຮັດ​ອັນ​ໃດ​ບໍ່​ໄດ້​ເລີຍ.

2. ສະ­ໜັບ­ສະ­ໜູນ​ມາດ​ຕະ­ການ​ຫ່າງ​ກັນ​ໄລ­ຍະ​ໜຶ່ງ

Social Distancing ຖືກ​ນຳ​ມາ​ໃຊ້​ເປັນ​ມາດ​ຕະ­ການ​ໃນ​ການ​ຕັດ​ວົງ​ຈອນ​ການ​ແຜ່​ລະ­ບາດ​ຂອງ COVID-19 ເພາະ “ໂຣກ​ຕິດ­ຕໍ່ ຈະ​ບໍ່​ຕິດ­ຕໍ່ ຖ້າ​ເຮົາ​ບໍ່​ຕິດ­ຕໍ່​ກັນ” ເຖິງ​ແມ່ນ​ວ່າ​ໄລ­ຍະ​ທີ່​ຜ່ານ​ມາ ເຮົາ​ຈະ​ໄດ້​ຍິນ​ກັນ​ຢູ່​ເລື້ອຍໆ ແຕ່​ຜົນ​ຮັບ​ທີ່​ໄດ້​ຖື​ວ່າ​ດີ​ກັບ​ເພື່ອນ​ທີ່​ຕ່າງ ຕ້ອງ​ຫາຍ​ໜ້າ​ໄປ​ກັກ​ຕົວ ຄິດ​ເຖິງ​ກັນ​ຫຼາຍ ແຕ່​ມາ​ພົບ​ກັນ​ບໍ່​ໄດ້ ກໍ​ຍັງ​ມີ​ໂປຣ​ແກຣມ​ແຊດ​ຕ່າງໆ​ໄວ້​ໂອ້​ລົມ​ກັນ ບາງ​ຄົນ​ຄິດ​ຢາກ­ກິນ­ເຂົ້າ​ກັບ​ໝູ່​ເພື່ອນ​ຫຼາຍ ເຖິງ​ຂັ້ນ​ເປິດ​ກ້ອງ​ລົມ​ກັນ ແຕ່​ນັ່ງ​ກິນ​ເຂົ້າ​ຢູ່​ເຮືອນ​ໃຜ​ເຮືອນ​ມັນ​ກໍ​ມີ.

3. ສ້າງ​ໂອ­ກາດ​ດີໆ

ເມື່ອ​ເຮົາ​ຕ້ອງ​ຫ່າງ​ກັນ​ກິດ­ຈະ­ກຳ​ຫຼາຍ​ຢ່າງ ກໍ​ຖືກ​ຍົກ­ເລີກ ຈະ​ອອກ​ໄປ​ໃສ​ມາ​ໃສ​ກໍ​ລຳ­ບາກ​ຫຼາຍ​ຄົນ ຈຶ່ງ​ໄດ້​ແຕ່​ຢູ່​ເຮືອນ ນັ່ງໆ ນອນໆ ບໍ່​ຮູ້​ຈະ​ເຮັດ​ອັນ​ໃດ ແຕ່​ຍັງ​ດີ​ທີ່​ບາງ​ເວັບ​ໄຊ​ເປິດ ໃຫ້​ເບິ່ງ​ຮູບ­ເງົາ​ໄດ້​ໂດຍ​ບໍ່​ເສຍ​ເງິນ ທັງ​ທີ່​ເດີມ​ຕ້ອງ​ສະ­ໝັກ​ສະ­ມາ­ຊິກ ຫຼື​ທີ່​ດີ​ກວ່າ​ນັ້ນ ກໍ​ຄື ມີ​ຫຼັກ­ສູດ​ຮຽນ​ອອນ​ລາຍ​ຫຼວງ­ຫຼາຍ ເປີດ​ໃຫ້​ລົງ​ຮຽນ​ໄດ້​ໂດຍ​ບໍ່​ເສຍ​ເງິນ ເຮົາ​ຈຶ່ງ​ໄດ້​ໃຊ້​ເວ­ລາ​ວ່າງ​ໃຫ້​ເປັນ​ປະ­ໂຫຍດ​ຫຼາຍ​ກວ່າ​ການ​ເບິ່ງ​ຮູບ­ເງົາ ແລະ ຫຼັງ​ຈາກ​ໝົດ COVID-19 ແລ້ວ ກໍ​ຍັງ​ມີ​ຄວາມ​ຮູ້​ຕິດ​ຕົວ​ເອົາ​ໄປ​ໃຊ້​ຕໍ່​ຍອດ​ໄດ້​ອີກ​ດ້ວຍ.

4.ເຫັນ​ການ​ຊ່ວຍ­ເຫຼືອ​ກັນ

ໄລ­ຍະ​ທີ່ COVID-19 ກຳ­ລັງ​ວິ​ກິດ ຈະ​ເຫັນ​ເລີຍ​ວ່າ​ພະ­ລັງ​ສັງ­ຄົມ​ນັ້ນ​ເຮັດ​ໄດ້​ທຸກ​ຢ່າງ ຊາວ​ເນັດ​ຮ່ວມ​ກັນ​ໃຊ້​ຊ່ອງ​ທາງ​ທີ່​ມີ​ຢູ່​ໃນ​ມື ຊ່ວຍ­ເຫຼືອ​ຜູ້​ອື່ນ ໃນ​ລັກ­ສະ­ນະ​ຂອງ​ການ​ແຊຣ໌ ແລະ ບອກ​ຕໍ່​ເປິດ​ພື້ນ​ທີ່​ໃນ​ສັງ­ຄົມ​ໃຫ້​ຄົນ​ໄດ້​ທຳ​ມາ​ຫາ​ກິນ.

5. ແບ່ງ­ປັນ​ຄວາມ​ຮູ້­ສຶກ​ດີໆ

ໃນ​ໄລ­ຍະ​ທີ່​ເຫດ­ການ​ຕົກ­ຕ່ຳ ຂ່າວ­ສານ​ມີ​ແຕ່​ເລື່ອງ​ຊວນ​ເຈັບ​ຫົວ​ໂຣກ​ກໍ​ຕ້ອງ​ລະ­ວັງ ປາກ​ທ້ອງ​ກໍ​ຕ້ອງ​ຫາ​ລ້ຽງ ສົ່ງ​ຜົນ​ໃຫ້​ສຸ­ຂະ­ພາບ​ຈິດ​ເສຍ​ສຸ­ຂະ­ພາບ​ກາຍ​ກໍ​ບໍ່​ດີ ຕາມ​ແຕ່​ຍັງ​ດີ​ທີ່​ຍັງ​ພໍ​ຈະ​ມີ​ພື້ນ​ທີ່​ນ້ອຍໆ​ໃນ​ໂລກ​ອອນ​ລາຍ ທີ່​ມີ​ເນື້ອ​ໃນ​ທີ່​ໃຫ້​ກຳ­ລັງ​ໃຈ​ເຊິ່ງ​ກັນ ແລະ ກັນ​ໃຫ້​ເຫັນ​ແດ່ ໃຫ້​ຄົນ​ໄດ້​ຫຼີກ​ໜີ​ເລື່ອງ​ໜັກໆ ໄປ​ເສບ​ອັນ​ໃດ​ທີ່​ຈະ​ໂລງ​ໃຈ​ໄດ້​ຈັກ​ໄລ­ຍະ ໃຫ້​ໄດ້​ຍິ້ມ​ອອກ ແລະ ມີ​ກຳ­ລັງ​ໃຈ​ຈະ​ສູ້​ຕໍ່​ໄປ ເຖິງ​ແມ່ນ​ຄົນ​ໃນ​ສັງ­ຄົມ​ຈະ​ບໍ່​ຮູ້­ຈັກ​ກັນ ແຕ່​ພວກ​ເຮົາ​ກໍ​ບໍ່​ຖິ້ມ​ກັນ ແລະ ພ້ອມ​ຈະ​ຢູ່​ຂ້າງ​ກັນ​ຈົນ​ກວ່າ​ສະ­ຖາ­ນະ​ການ​ນີ້​ຈະ​ຜ່ານ​ພົ້ນ​ໄປ.

error: Content is protected !!