ນາຍົກລັດຖະມົນຕີ ຊີ້ນໍາໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ 10 ຈຸດສຸມໃນທ້າຍເດືອນມິຖຸນາ ແລະ ກໍລະກົດນີ້

    ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2020 ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນຕໍ່ບົດລາຍງານຈຳນວນ 3 ຫົວຂໍ້ໍ້ໃຫຍ່ ດັ່ງນີ້: 

    1. ຮ່າງບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020. ຜ່ານການພິຈາລະນາຮ່າງບົດລາຍງານ ກອງປະຊຸມໄດ້ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ເນື້ອໃນຮ່າງບົດລາຍງານດັ່ງກ່າວ ແລະ ໄດ້ມີທິດຊີ້ນຳໃຫ້ໄປປັບປຸງໂຄງຮ່າງບົດລາຍງານໃຫ້ເປັນລະບົບ ແລະ ເຂົ້າໃຈງ່າຍ ແລະ ປັບປຸງດ້ານເນື້ອໃນຕື່ມຄືນໃຫ້ຄົບຖ້ວນ ໃຫ້ມີເນື້ອໃນອຸດົມສົມບູນ ລະອຽດ ຈະແຈ້ງ ຊັດເຈນ ຮັດກຸມ ແລະ ຖືກຕ້ອງກັບຕົວຈິງ ສົມເຫດສົມຜົນ ເຂົ້າໃຈງ່າຍ ແລະ ອື່ນໆ. ໃນນັ້ນ ສຳລັບການສະຫຼຸບ 5 ເດືອນຕົ້ນປີ 2020 ແມ່ນໃຫ້ກວດກາ ແລະ ປັບປຸງຄືນຕື່ມບາງດ້ານ ເປັນຕົ້ນແມ່ນຕົວເລກການເຕີບໂຕທາງດ້ານເສດຖະກິດ ການຈັດຕັ້ງປະຕິບັດຄາດໝາຍມະຫາພາກ ສົມທຽບກັບຕົວເລກທີ່ສະພາແຫ່ງຊາດໄດ້ຮັບຮອງ ຄວາມຄືບໜ້າ ແລະ ແຜນການສືບຕໍ່ປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ສປປ ລາວ. ສ່ວນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2020 ແມ່ນໃຫ້ຈັດລຽງບູລິມະສິດແຕ່ລະໜ້າວຽກຄືນ ໂດຍຕິດພັນກັບການແກ້ໄຂຈຸດອ່ອນຂໍ້ຄົງຄ້າງ. ພ້ອມກັນນີ້ ໃຫ້ກຳນົດເພີ່ມບາງເນື້ອໃນ ເປັນຕົ້ນ ກຳນົດແຈ້ງ ບັນດາໂຄງການໃຫຍ່ທີ່ຈະສືບຕໍ່ ຫຼື ສຸມໃສ່ຈັດຕັ້ງປະຕິບັດການສືບຕໍ່ກວດກາ ແລະ ເຈລະຈາ ຫຼຸດມູນຄ່າບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າສູງເກີນລາຄາກາງ 20% ຂຶ້ນໄປ ການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ ການສ້າງວຽກເຮັດງານທຳ ແລະ ການນຳໃຊ້ແຮງງານລາວທີ່ກັບມາຈາກຕ່າງປະເທດ ຈຸດສຸມຂອງວຽກງານການຕ່າງປະເທດ ພາຍຫຼັງປັບປຸງຮ່າງບົດລາຍງານແລ້ວ ໃຫ້ສົ່ງສະມາຊິກລັດຖະບານປະກອບມີຄໍາຄິດເຫັນຕື່ມ ກ່ອນສົ່ງໃຫ້ທ່ານນາຍົກລັດຖະມົນຕີພິຈາລະນາ ແລະ ມີທິດຊີ້ນຳ. 

    2. ບົດລາຍງານການປະຕິບັດນະໂຍບາຍລາຄາກະແສໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປັບໂຄງສ້າງຄິດໄລ່ລາຄາໄຟຟ້າຄືນໃໝ່ ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຄົ້ນຄວ້າການປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ ຊຶ່ງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ທົບທວນຄືນ ແລະ ຄົ້ນຄວ້າຄິດໄລ່ຫຼາຍທາງເລືອກເພື່ອສະເໜີລັດຖະບານພິຈາລະນາ. ກອງປະຊຸມເຫັນດີມອບໃຫ້ໂຄສົກລັດຖະບານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຜູ້ວ່າການຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ຮ່ວມກັນຖະແຫຼງຂ່າວໃຫ້ສັງຄົມຮັບຊາບເປັນອັນສະເພາະ. 

    3. ບົດລາຍງານຄວາມຄືບໜ້າ ການປັບປຸງກົນໄກ ການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆໃນການດຳເນີນທຸລະກິດໃນ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ຄຳສັ່ງເລກທີ 03/ນຍ ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ. ຕໍ່ການປະຕິບັດຄຳສັ່ງເລກທີ 02/ນຍ ກອງປະຊຸມໄດ້ຕີລາຄາວ່າ: ຕົວຊີ້ວັດທີ 1, 2, 3, 4, 6 ແລະ 8 ແມ່ນມີຄວາມຄືບໜ້າດີ ສ່ວນຕົວຊີ້ວັດທີ 5, 7, 9 ແລະ 10 ແມ່ນຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ. ສຳລັບການຈັດຕັ້ງປະຕິບັດຄຳສັ່ງ 03/ນຍ ກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ການປະສານງານ ການແກ້ໄຂເອກະສານ ບາງຄັ້ງຍັງຊັກຊ້າ ແກ່ຍາວເວລາ. ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຈະຕ້ອງໄດ້ເພີ່ມຄວາມເປັນເຈົ້າການໃນການວາງແຜນການປະສານງານ ການຕິດຕາມ ແລະ ຮ່ວມມືກັນແກ້ໄຂຂໍ້ຄົງຄ້າງ ໂດຍສະເພາະ ການປັບປຸງນິຕິກຳທີ່ກ່ຽວຂ້ອງ ໃຫ້ວ່ອງໄວ ທັນການ ແລະ ມີປະສິດທິຜົນ. 

    ໃນຕອນທ້າຍຂອງກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມໃນທ້າຍເດືອນມິຖຸນາ ແລະ ເດືອນກໍລະກົດ 2020 ດັ່ງນີ້: 

    1. ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ຮັບປະກັນຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນຄວາມເປັນຈິງ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ. 

    2. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ໂດຍສະເພາະ ສຸມໃສ່ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ຮັບປະກັນການເບີກຈ່າຍເງິນເດືອນ ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ກຳນົດໄວ້ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້ ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຊຸກຍູ້ສົ່ງເສີມການລົງທຶນ ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ເພື່ອໃຫ້ພາກທຸລະກິດສາມາດສືບຕໍ່ເຄື່ອນໄຫວທຸລະກິດໄດ້. 

    3. ໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ສືບຕໍ່ເຂັ້ມງວດ ຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດອີກຮອບໃໝ່ຢູ່ ສປປ ລາວ ແລະ ຄົ້ນຄວ້າມາດຕະການຜ່ອນຜັນຫຼັງຈາກວັນທີ 30 ມິຖຸນາ 2020. ພ້ອມກັນນີ້ ໃຫ້ຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍ ແລະ ມາດຕະການດ້ານເສດຖະກິດທີ່ລັດຖະບານໄດ້ຮັບຮອງແລ້ວຢ່າງມີປະສິດທິຜົນ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ. 

    4. ໃຫ້ກະຊວງສາທາລະນະສຸກ ສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວີ ເອົາໃຈໃສ່ວຽກງານປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ລວມທັງພະຍາດຕາມລະດູການອື່ນໆ. ພ້ອມກັນນັ້ນ ກໍປຸກລະດົມໃຫ້ທຸກຄົນໃນສັງຄົມ ເປັນເຈົ້າການປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ.

    5. ໃຫ້ກະຊວງສຶກສາທິການ ແລະ ກິລາ ຊີ້ນຳສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃຫ້ດຳເນີນການຮຽນ-ການສອນຕາມຫຼັກສູດ ແລະ ກະກຽມສອບເສັງຈົບຊັ້ນ-ເລື່ອນຊັ້ນ ຕາມແຜນທີ່ໄດ້ກຳນົດໄວ້ ທັງຮັບປະກັນຄຸນນະພາບ. ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ -19 ຕາມຄຳແນະນຳຂອງຄະນະສະເພາະກິດ.

    6. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນໃນທົ່ວປະເທດ ລົງຊຸກຍູ້ການຜະລິດລະດູຝົນ ຕ້ານແລ້ງ-ຕ້ານຖ້ວມ ກະກຽມສະກັດກັ້ນ ແລະ ແກ້ໄຂການລະບາດຂອງສັດຕູພືດ. ພ້ອມກັນນັ້ນ ກໍກະກຽມຮັບມືກັບໄພພິບັດທຳມະຊາດທີ່ອາດຈະເກີດຂຶ້ນ.

    7. ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ເພື່ອບໍ່ໃຫ້ຜູ້ປະກອບການ ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການບໍລິການ ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນ.

    8. ໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຮອບດ້ານໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຜ່ານລະບົບກອງປະຊຸມທາງໄກ. ພ້ອມກັນນັ້ນ ໃຫ້ສືບຕໍ່ຕິດຕາມສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີທ່າອ່ຽງ ແລະ ຄວາມສ່ຽງທີ່ອາດມີຜົນກະທົບທາງດ້ານການເມືອງ ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ.

    9. ໃຫ້ບັນດາສະມາຊິກລັດຖະບານ ກະກຽມເຂົ້າຮ່ວມກອງປະຊຸມສາມັນ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ລວມທັງກະກຽມເນື້ອໃນຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

    10. ສືບຕໍ່ປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນປີ 2021 ເພື່ອນຳເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດໃນທ້າຍປີ.

    ໃນຕອນທ້າຍ ກອງປະຊຸມຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ ຊາວຕ່າງດ້າວ ຜູ້ບໍ່ມີສັນຊາດ ນັກທຸລະກິດທັງພາກລັດ ແລະ ເອກະຊົນ ພະນັກງານ-ລັດຖະກອນ ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດໃຫ້ສື່ມວນຊົນ ລວມທັງສື່ອອນລາຍຕ່າງໆ ອອກຂ່າວ ແລະ ໃຫ້ຂໍ້ມູນຂ່າວສານຕ່າງໆໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດໃຫ້ແກ່ຊາດ ແລະ ປະຊາຊົນ ຫຼີກເວັ້ນການອອກຂ່າວ ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບຕໍ່ຈິດໃຈ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພ ຂອງສັງຄົມ.

# ແຫຼ່ງຂ່າວ: ກົມປະຊາສໍາພັນ ສຳນັກງານນາຍົກລັດຖະມົນຕີ

error: Content is protected !!